Friday, March 21, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 8 ມັງກອນ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ເມືອງປາກຊ່ອງ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງທ່ອງທ່ຽວແຫ່ງໃໝ່

ອົງການປົກຄອງ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ສະຫຼຸບລາຍງານຜົນການລົງສຳຫຼວດ ສຶກສາຄວາມເປັນໄປໄດ້ໃນການພັດທະນາ ແຫຼ່ງທ່ອງທ່ອງ ແຫ່ງໃໝ່ຂອງເມືອງຄື: ດ່ານພູສະຫວັນ , ພູກະໂຕກ ແລະ ພູກະເຕະ

ການພັດທະນາ ຈຸດ ພູສະຫວັນ, ພູກະໂຕກ ແລະ ພູກະເຕາະ ໃຫ້ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງເມືອງ ເພື່ອໃຫ້ເກີດຜົນປະໂຫຍດສູງສູງ ກໍ່ຄືການພັດທະນາເສດຖະກິດຂອງເມືອງ ແມ່ນຕ້ອງໄດ້ຮັບປະກັນໃຫ້ໄດ້ຜົນປະໂຫຍດ ໃນ 3 ພາກສ່ວນຕົ້ນຕໍຄື: ຜົນປະໂຫຍດຂອງລັດ, ຜົນປະໂຫຍດຂອງຊຸມຊົນ ແລະ ຜົນປະໂຫຍດຂອງຜູ້ປະກອບການ…ອ່ານຕໍ່

ລົງສໍາຫຼວດເບີ່ງນ້ຳຕົກຕາດບ່າງ ເມືອງຕະໂອ້ຍ ຈະສ້າງເປັນແຫຼ່ງທ່ອງທ່ຽວ

ນໍ້າຕົກຕາດບ່າງ ນອນຢູ່ໃນເຂດບ້ານສະບອງກົກໄຮ ເມືອງຕະໂອ້ຍ ເປັນນໍ້າຕົກຕາດທີ່ມີຄວາມສວຍງາມອີກແຫ່ງໜຶ່ງ, ເໝາະແກ່ການທ່ຽວຊົມ, ທ່ອງທ່ຽວ ແລະ ສໍາພັດບັນຍາກາດທໍາມະຊາດ, ພູຜາປ່າໄມ້ທີ່ຂຽວສົດງົດງາມ ແລະ ມີນ້ຳໄຫຼຕະຫຼອດປີ, ມີຄວາມສູງປະມານ 35-40 ແມັດ ແລະ ກວ້າງປະມານ 30 ແມັດ

ທ່ານ ສົມໃຈ ອຸ່ນຈິດ ກໍໄດ້ເນັ້ນໃຫ້ຫ້ອງການ ຖວທ ເມືອງຕະໂອ້ຍ ແລະ ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສົມທົບກັນສ້າງສິ່ງເອື້ອອຳນວຍຄວາມສະດວກໃນເບື້ອງຕົ້ນ ແລະ ທ່ານ ກໍ່ຍັງໄດ້ເນັ້ນໃຫ້ເອົາໃຈໃສ່ໃນການສຳຫລວດ, ເກັບກໍາຂໍ້ມູນຕື່ມອີກ ເພື່ອສ້າງເປັນແຜນການຄຸ້ມຄອງ-ນຳໃຊ້, ພັດທະນາ ແລະ ນຳສະເໜີເມືອງ ເພື່ອໃຫ້ຮອງຮັບເປັນແຫລ່ງທ່ອງທ່ຽວບູລະມະສິດພັດທະນາໃນຕໍ່ໜ້າ…ອ່ານຕໍ່

ວາງສີລາເລີກໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບ ຕົວແບບ ມິດຕະພາບລາວຫວຽດນາມ

ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ-ລາວຫວຽດນາມ ໄດ້ຮັບທຶນກໍ່ສ້າງ ແລະ ເປັນຂອງຂວັນຈາກ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສສ. ຫວຽດນາມ ເຊິ່ງໄດ້ເດີນ ທາງມາຢ້ຽມຢາມ ສປປ ລາວ ໃນເດືອນ ສິງຫາ 2021 ຜ່ານມາ

ໃນໂອກາດດັ່ງກ່າວ ທ່ານ ປະທານປະເທດ ແຫ່ງ ສສ. ຫວຽດນາມ ໄດ້ມອບທຶນໃນການກໍ່ສ້າງໂຮງຮຽນວິຊາຊີບຢູ່ແຂວງຄຳມ່ວນ 5 ລ້ານໂດລາສະຫະລັດ, ການກໍ່ສ້າງໂຮງຮຽນແບບພິເສດຄັ້ງນີ້ແມ່ນສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ແຫ່ງການຮ່ວມ ມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນທັງສອງປະເທດ…ອ່ານຕໍ່

ປະກາດ 3 ບ້ານ ເມືອງວຽງທອງ ເປັນບ້ານປ້ອງກັນຄວາມສະຫງົບດີ

ຢູ່ຫ້ອງການບ້ານຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊໄດ້ຈັດພິທີປະກາດບ້ານ ຈອມທອງ, ບ້ານ ໂພນດູ່, ບ້ານ ນ້ຳກ້າງ ເປັນ ຄອບຄົວ ແລະ ບ້ານ ປ້ອງກັນຄວາມສະຫງົບດີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ

ຜ່ານການປະເມີນຕາມມາດຖານ ຂອງຄອບຄົວ ແລະ ບ້ານ ເຫັນວ່າ ບ້ານ ຈອມທອງ ມີຄອບຄົວທັງໝົດ 581 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂມີ 448 ຄອບຄົວ ເທົ່າກັບ 94,51%, ບ້ານ ໂພນດູ່ ມີ 153 ຄອບຄົວ ເຂົ້າຮ່ວມໂຄງການ 134 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂ 127 ຄອບຄົວ ເທົ່າ ກັບ 94,77 % ແລະ ບ້ານ ນ້ຳກ້າງ ມີ 173 ຄອບຄົວ ເຂົ້າຮ່ວມໂຄງການ 135 ຄອບຄົວ ສາມາດຜ່ານມາດຖານເງື່ອນໄຂ 131 ຄອບຄົວ…ອ່ານຕໍ່

ຄໍາມ່ວນ ມີເນື້ອທີ່ແຜນການຜະລິດເປັນສະບຽງອາຫານ 4.157 ເຮັກຕາ

ປີນີ້ທົ່ວແຂວງຄຳມ່ວນ ມີເນື້ອທີ່ແຜນການປູກເຂົ້ານາແຊງ 11.826 ເຮັກຕາ , ຄາດຄະເນໝົດແນວປູກ 947 ໂຕນ , ຄາດຄະເນຜົນຜະລິດ 64.502 ໂຕນ , ໃນນີ້ເນື້ອທີ່ແຜນການຜະລິດເປັນສະບຽງອາຫານ 4.157 ເຮັກຕາ , ຄາດຄະເນສະມັດຕະພາບ 5,38 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 22.350 ໂຕນ

ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນການຕົກກ້າໝົດແນວເຂົ້າປູກ 869 ໂຕນເທົ່າກັບ 91,78 % ຂອງແຜນການ, ໃນນີ້ນາຫວ່ານປະຕິບັດໄດ້ 2.303 ເຮັກຕາເທົ່າກັບ 19,47 % , ເນື້ອທີ່ນາດໍາປະຕິບັດໄດ້ 2.040 ເຮັກຕາ ເທົ່າກັບ 17,25 %…ອ່ານຕໍ່

ແຂວງອຸດົມໄຊ ປະຕິບັດການລົງທຶນໃສ່ການພັດທະນາ ໄດ້ລື່ນແຜນການ 7% ໃນປີ 2021

ໃນຕະລອດໄລຍະ 1 ປີຜ່ານມາ ແຂວງອຸດົມໄຊ ໄດ້ເອົາໃຈໃສ່ສູ້ຊົນຈັດຕັ້ງປະຕິບັດວຽກງານການລົງທຶນໃສ່ການພັດທະນາ ໂດຍຕິດພັນກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດໂຄວິດ-19 ສາມາດເຮັດໃຫ້ການຈັດຕັ້ງປະຕິບັດໄດ້ລື່ນແຜນ 7% (ແຜນການ 953,21 ຕື້ກີບ)

ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດລວມມີທັງຫມົດ 68 ໂຄງການ ເຊິ່ງລວມມູນຄ່າທັງຫມົດ 96,78 ຕື້ກີບ ເທົ່າກັບ 108% ຂອງແຜນການປີ, ໂຄງການຊ່ວຍເຫຼືອທາງການ ເພື່ອການພັດທະນາ ປະຕິບັດໄດ້ 35,07 ຕື້ກີບ ເທົ່າກັບ 42,25% ຂອງແຜນການປີ…ອ່ານຕໍ່

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່