Monday, February 10, 2025

ຈີນ ລົງທຶນອັນດັບ 1 ໃນ ລາວ, ມີ 803 ໂຄງການ ມູນຄ່າ 15,49 ຕື້ໂດລາ

ປັດຈຸບັນ ມູນຄ່າການລົງທຶນຂອງ ຈີນ ຢູ່ ລາວ ບັນລຸເຖິງ 3,55 ຕື້ ໂດລາສະຫະລັດ; ມູນຄ່າ ການລົງທຶນຂອງວິສາຫະກິດ ຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງ ການລົງທຶນຕ່າງປະເທດຢູ່ ລາວ.

ພາບຈາກ: CRI

ກອງປະຊຸມທາງໄກ ເພື່ອການແລກປ່ຽນ ແລະ ສະຫຼຸບວຽກງານສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 21 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ ໂດຍຕາງໜ້າໃຫ້ ລັດຖະບານ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ແລະ ຝ່າຍ ສປ. ຈີນ ໂດຍ ທ່ານ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ. ຈີນ ປະຈຳລາວ; ມີຄະນະກົມ, ແຂກຖືກເຊີນພາກ ສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ແຈ້ງໃຫ້ຮູ້ວ່າ: ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂອງ ສປປ ລາວ ແລະ ສປ ຈີນ ໃນໄລຍະຜ່ານມາ ແມ່ນໄດ້ຮັບການຂະຫຍາຍຕົວ ຢ່າງວ່ອງໄວ ແລະ ພົ້ນເດັ່ນທີ່ສຸດ, ຊຶ່ງ ສປ ຈີນ ໄດ້ກາຍເປັນຄູ່ຮ່ວມການຄ້າລາຍໃຫຍ່ຂອງ ລາວ,  ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ ແລະ ໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງໃນແຕ່ລະປີ.

ພາບຈາກ: CRI

ພິເສດ, ສອງປະເທດ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ຂອງ ໂຄງການກໍ່ສ້າງເສັ້ນທາງລົດໄຟ  ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ຊຶ່ງເປັນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມ ຊາຕາກຳຂອງມວນມະນຸດຂອງ ສປ ຈີນ”, ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການ ຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປ ມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມ ສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.

ໃນກອງປະຊຸມ ທ່ານ ໂພໄຊ ໄຂຄໍາພິທູນ, ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະ ຜ່ານມາ ໂດຍສະເພາະ ແມ່ນການຊ່ວຍເຫຼືອໃນການຕໍ່ສູ້ກັບການແຜ່ລະບາດ ຂອງພະຍາດ ໂຄວິດ-19 ເຊັ່ນ: ດ້ານວັດຖຸ, ເຕັກນິກ, ການສົ່ງທີມແພດ ແລະ ວິຊາການ ມາຊ່ວຍເຫຼືອ ສປປ ລາວ ໄດ້ຢ່າງທັນການ ແລະ ມີປະສິດທິຜົນສູງ, ຊຶ່ງມາຮອດ ປັດຈຸບັນ ການຊ່ວຍເຫຼືອວັກຊີນ ຕ້ານ ໂຄວິດ-19 ຂອງ ລັດຖະບານ ສປ ຈີນ ໃຫ້ແກ່ ລັດຖະບານ ສປປ ລາວ ມີຈຳນວນຫຼາຍ ກວ່າ 7 ລ້ານໂດສ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຕໍ່ຫນ້າ.

ຂໍ້ມູນຈາກ: ກະຊວງການຕ່າງປະເທດ

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: