Monday, April 21, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 22 ມັງກອນ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ສານປະຊາຊົນ ແຂວງວຽງຈັນ ພິຈາລະນາຕັດສິນ ແລະ ພິພາກສາຄະດີໄດ້ 615 ເລື່ອງ

ໃນປີ 2020 ມີຄະດີ ຂັ້ນຕົ້ນ ແລະ ຂັ້ນອຸທອນ ຄ້າງມາຢູ່ ສານປະຊາຊົນ ແຂວງ ແລະ ເຂດ ທັງໝົດ ຈໍານວນ 364 ເລື່ອງ ແລະ ເຂົ້າໃໝ່ ປີ 2021 ຈໍານວນ 588 ເລື່ອງ,ລວມທັງໝົດ ເປັນ 932 ເລື່ອງ, ສາມາດພິຈາລະນາຕັດສິນ ແລະ ພິພາກສາແລ້ວ 615 ເລື່ອງ, ເທົ່າກັບ 65,98% ແລະ ຍັງຄ້າງ ກໍາລັງດຳເນີນຢູ່ 317 ເລື່ອງ

ຂໍ້ມູນດັ່ງກ່າວນີ້ ຖືກຍົກຂຶ້ນມາຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາໃນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໂດຍ ປີ 2021 ແກ້ໄຂ້ແລ້ວ 412 ເລື່ອງ, ຄະດີອາຍາຂັ້ນຕົ້ນແກ້ໄຂແລ້ວ 208 ເລື່ອງ ແລະ  ຄະດີແພ່ງຂັ້ນຕົ້ນ ແກ້ໄຂແລ້ວ 139 ເລື່ອງ…ອ່ານຕໍ່

ຫ້ອງການສຶກສາທິການ ແລະ ກິລາເມືອງທ່າປາງທອງ ລົງຊຸກຍູ້ການອ່ານ ໃນ 7 ໂຮງຮຽນ

ຫ້ອງການສຶກສາທິການ ແລະ ກິລາເມືອງ ຮ່ວມກັບ ອົງການສຸພະນິມິດປະຈຳເມືອງ ໂດຍຜ່ານໂຄງການ ປັບປຸງການອ່ານ ຄວາມກ້າວໜ້າຂອງເດັກ ແລະ ສະພາບແວດລ້ອມໃນໂຮງຮຽນ ເພື່ອອະນາຄົດໃນຊຸມ ລົງຊຸກຍູ້ການອ່ານ ໃນ 7 ໂຮງຮຽນ ຂອງເມືອງທ່າປາງທອງ ແຂວງສະຫວັນນະເຂດ ໂດຍມີ: ໂຮງຮຽນປະຖົມບ້ານ ໂນນສົມບູນ, ໂຮງຮຽນປະຖົມ ບ້ານ ນາລະເວ, ໂຮງຮຽນປະຖົມ ບ້ານ ຫີນຕັ້ງກາງ, ໂຮງຮຽນປະຖົມ ບ້ານຫີນຕັ້ງໂຄກ, ໂຮງຮຽນປະຖົມ ບ້ານ ນາຜືວຽງຄຳ, ໂຮງຮຽນປະຖົມ ບ້ານ ນາພະນຽດ (ຄຸ້ມມນາເພັກ) ແລະ ໂຮງຮຽນປະຖົມ ບ້ານ ໂນສະຫວ່າງ

ເພື່ອເປັນການສ້າງຈິດສຳນຶກກ່ຽວກັບການອ່ານ ແລະ ໃຫ້ພໍ່ແມ່ຜູ້ປົກຄອງ ມີສ່ວນຮ່ວມເຮັດໃຫ້ໃຫ້ເຂົາເຈົ້າສະແດງຄວາມກ້າຫານກ່ຽວກັບການອ່ານ ສ້າງບັນຍາກາດການອ່ານໃຫ້ກາຍເປັນກິດຈະກຳ…ອ່ານຕໍ່

ເມືອງ ຈອມເພັດ ແຂວງ ຫຼວງພະບາງ ປະກາດຮັບຮອງ 8 ບ້ານເປັນບ້ານປ້ອງກັນຊາດເຂັ້ມແຂງ

ຢູ່ທີ່ບ້ານນາງີ້ວ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດຮັບຮອງເອົາ ຄອບຄົວ ແລະ ບ້ານປ້ອງກັນຊາດແຂັ້ມແຂງ ໂດຍເປັນປະທານຂອງ ທ່ານ ສອນເພັດ ພົງສຸທິ ຮອງເຈົ້າເມືອງຈອມເພັດ ໄດ້ຂຶ້ນຜ່ານບົດລາຍງານ ການກໍ່ສ້າງຄອບຄົວ ແລະ ບ້ານ ປ້ອງກັນຊາດແຂັ້ມແຂງ ໂດຍຍົກໃຫ້ເຫັນສະພາບແລະຈຸດພິເສດຂອງ 8 ບ້ານ ທີ່ນອນໃນ 3 ກຸ່ມ ຄື:ກຸ່ມເທດສະບານເມືອງ ,ກຸ່ມນ້ຳລືມ ແລະກຸ່ມລອງນ້ຳຮ່າງ ,ປະກອບມີ ບ້ານ ຊຽງແມນ, ບ້ານ ໂພລາດ ບ້ານຈ່ານໃຕ້, ບ້ານ ຈ່ານເໜືອ, ບ້ານ ນາທ່າ, ບ້ານ ວັງສາ, ບ້ານ ນາງີ້ວ ແລະບ້ານ ວັງມ່ວງ

ມີທັງໝົດ 1.057 ຄອບຄົວ,ໃນນີ້ປະເມີນໄດ້ 968 ຄອບຄົວ,ຄິດເປັນ 91,57% ປະເມີນບໍ່ໄດ້ 89 ຄອບຄົວເທົ່າກັບ 8,42%, ມີພົນລະເມືອງທັງໝົດ 5.646 ຄົນ,ຍີງ 2.876 ຄົນ.ປະກອບມີເຜົ່າລາວ 3.772 ຄົນ…ອ່ານຕໍ່

ປີ 2021 ເສດຖະກິດແຂວງ ໄຊຍະບູລີ ຂະຫຍາຍຕົວໃນລະດັບ 4,4%

ຜ່ານມາແມ່ນມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສີ່ງທ້າທາຍຫຼາຍດ້ານ, ເຊີ່ງມີຜົນກະທົບໂດຍກົງ ແລະ ທາງອ້ອມ ຈາກການລະບາດພະຍາດໂຄວິດ-19, ໄພທໍາມະຊາດ (ນໍ້າຖ້ວມ), ການລະບາດຂອງພະຍາດສັດ  ຈື່ງເຮັດໃຫ້ຫຼາຍຄາດໝາຍສູ້ຊົນ ແຕ່ລະຂົງເຂດ, ໄດ້ບັນລຸຕາມແຜນວາງໄວ້ ຊື່ງມີລັກຊະນະຫັນປ່ຽນຢ່າງຕັ້ງໜ້າ, ໂດຍສະເພາະແມ່ນດ້ານເສດຖະກິດ ຊິ່ງໝົດປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 4,4%

ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 11.041 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 98%, ສະເລ່ຍຕໍ່ຫົວຄົນ 3.115 ໂດລາສະຫະລັດ, ດ້ານການເງິນແມ່ນໄດ້ສຸມໃສ່ສໍາຫລວດຫົວໜ່ວຍທຸລະກິດ,ຈັດຖານລາຍຮັບຄືນໃໝ່, ຄຸ້ມຄອງຈັດເກັບລາຍຮັບໃຫ້ຄົບຖ້ວນ, ຫັນຈັດເກັບໄປສູ່ລະບົບທັນສະໃໝ່ເພື່ອຮັບປະກັນການຮົ່ວໄຫຼງົບປະມານ ແລະ ສອດຄ່ອງກັບລະບຽບວິໄນການເງີນ…ອ່ານຕໍ່

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.