Saturday, November 1, 2025
Kbank Laos โอน รับ จ่าย

ຂ່າວເດັ່ນ! ສຳນັກຂ່າວ ມີເດຍລາວ.

ປະຈຳວັນທີ 29 ມັງກອນ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ການຜະລິດພືດເປັນສິນຄ້າ ຢູ່ແຂວງ ເຊກອງ ເພີ່ມຂຶ້ນຫຼາຍໃນປີທີ່ຜ່ານມາ.

ທ່ານ ຄໍາປະກອນ ອຸເທນທະປັນຍາ ຮອງຫົວຫນ້າພະແນກແຜນການ ແລະການລົງທຶນແຂວງ ເຊກອງ ລາຍງານໃນກອງປະຊຸມວຽກງານແຜນການ-ການລົງທຶນປະຈໍາປີ 2021 ໃຫ້ຮູ້ວ່າ: ປີ 2021 ການປູກພືດເປັນສິນຄ້າມີລັກສະນະເພີ່ມຂຶ້ນຫຼາຍ ເຊິ່ງສາມາດປະຕິບັດໄດ້ 24.320 ເຮັກຕາ, ທຽບໃສ່ແຜນໝົດປີ (23.084 ຮຕ) ປະຕິບັດໄດ້ 114,44%, ເຊິ່ງຂະບວນການທີ່ພົ້ນເດັ່ນແມ່ນການຜະລິດມັນຕົ້ນ 11.854 ຮຕ

ພ້ອມນີ້ຂະແຫນງການທີ່ກ່ຽວຂ້ອງໄດ້ສຸມໃສ່ຊຸກຍູ້ປຸກລະດົມພໍ່ແມ່ປະຊາຊົນເຮັດການຜະລິດກະສິກຳສະອາດ ແລະປອດສານຜິດ ແນໃສ່ ຜະລິດເພື່ອ ບໍລິໂພກ ແລະ ເປັນສິນຄ້າສົ່ງ ອອກຕ່າງປະເທດພ້ອມທັງດຶງດູດນັກລົງທຶນເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃສ່ໂຄງການຜະລິດກະສິກຳສະອາດ…ອ່ານຕໍ່

ຮອງເຈົ້າແຂວງ ສະຫວັນນະເຂດ ລົງເຄື່ອນໄຫວສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຢູ່ ໂຮງຮຽນ ໂນນສະຫວ່າງ.

อาจเป็นรูปภาพของ 15 คน และ ผู้คนกำลังยืน

ທ່ານ ນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ສະຫວັນນະເຂດ ຫົວໜ້າຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດໂຄວິດ 19 ຂັ້ນແຂວງ ໄດ້ລົງເຄື່ອນໄຫວຕິດຕາມການໃຫ້ບໍລິການວັກຊີນປ້ອງກັນພະຍາດ ໂຄວິດ 19 ຂອງທີມງານແພດໝໍ ໂຮງໝໍ ເມືອງ ອາດສະພັງທອງ ຢູ່ທີ່ໂຮງຮຽນມັດທະຍົມສົມບູນໂນນສະຫວ່າງ ທີ່ຂຶ້ນກັບເມືອງ ອາດສະພັງທອງ

ສໍາລັບນ້ອງນັກຮຽນທີ່ເຂົ້າຮ່ວມ ມີຈຳນວນ 300 ກວ່າຄົນ ,ໃນນັັ້ນ ແມ່ນລວມທັງ ປະຊາຊົນຈຳນວນຫນຶ່ງ,ສ່ວນວັກຊີນທີ່ນຳມາສັກ ມີ ຊີໂນຟາມ ແລະ ເອສຕຣ້າເຊເນກ້າ ,ເຂັມ1ແລະ ເຂັມ2…ອ່ານຕໍ່

ເຈົ້າແຂວງ ເຊກອງ ເນັ້ນໃຫ້ການນໍາທຸກຂັ້ນແກ້ໄຂຫຼາຍບັນຫາສຳຄັນ

อาจเป็นรูปภาพของ 1 คน และ กำลังยืน

ກອງປະຊຸມວຽກງານແຜນການ-ການລົງທຶນ ແລະວຽກງານການເງິນ ປະຈຳປີ 2021 ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆ ເຊກອງ ໄດ້ເນັ້ນໜັກໃຫ້ການນໍາຂະແໜງແຜນການ ແລະ ການເງິນ ເອົາໃຈໃສ່ແກ້ໄຂຫຼາຍບັນຫາໃນຕໍ່ໜ້າ ເຊິ່ງມີ:

  • ບັນຫາທີ 1:ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງໄດ້ສຸມໃສ່ການສຶກສາອົບຮົມດ້ານການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ລັດຖະກອນຂອງຂະແໜງແຜນການ-ການເງິນ ແລະຂະແໜງການກ່ຽວຂ້ອງ ໃນຂອບເຂດທົ່ວແຂວງ ໃຫ້ເລິກເຊິ່ງເຖິງຖອງ ຕິດພັນກັບການຄົ້ນຄ້ວາເຊື່ອມຊຶມ ກຳແໜ້ນບັນດາເນື້ອໃນມະຕິ ຄຳສັ່ງ,ກົດໝາຍ, ດຳລັດ,ຄຳແນະນໍາ ແລະບັນດານິຕິກຳຕ່າງໆຂອງສູນກາງພັກ,ລັດຖະບານ,ຂອງແຂວງໄດ້ວາງອອກ.
  • ບັນຫາທີ 2: ຮີບຮ້ອນປັບປຸງແບບແຜນວິທີເຮັດວຽກ, ຄວາມພ້ອມທາງດ້ານບຸກຄະລະກອນ, ກົງຈັກການຈັດຕັ້ງໃຫ້ເປັນລະບົບເຂັ້ມແຂງ ແລະມີຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານແຫ່ງລັດ ປີ 2022 ກໍຄື ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ.
  • ບັນຫາທີ 3: ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເຖດຖະກິດ-ສັງຄົມ,ແຜນການລົງທຶນ ແລະ ການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ: ການຄຸ້ມຄອງການລົງທຶນຂອງລັດ ນັບທັງທຶນພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຂະແໜງການກ່ຽວຂ້ອງ ແລະເມືອງຕ້ອງໄດ້ເອົາໃຈໃສ່ກວດກາຄືນຄວາມຄືບໜ້າຂອງໜ້າວຽກ, ການຊຳລະໃນໄລຍະຜ່ານມາ…ອ່ານຕໍ່

ແຂວງ ສາລະວັນ ກໍານົດໃຫ້ງານ ເທດສະການໝາກພ້າວນາໄຊ ເປັນວັນທີ 14 ຫາ 18 ເດືອນ ມີນາ.

ໃນກອງປະຊຸມປຶກສາ-ຫາລື ແລະ ແບ່ງຄວາມຮັບຜິດຊອບໃນຄະນະຊີ້ນໍາປັບປຸງຄຸນນະພາບໝາກພ້າວ ແລະ ຈັດງານເທສະການໝາກພ້າວນາໄຊ ໄດ້ກໍານົດເອົາ ວັນທີ 14-18 ຂອງເດືອນ ມີນາ 2022 ເປັນມື້ຈັດງານເທດສະການໝາກພ້າວນາໄຊ ໃນນັ້ນຈະປະກອບດ້ວຍຫຼາກຫຼາຍກິດຈະກຳເປັນຕົ້ນ: ປະກອບມີຮ້ານວາງສະແດງສິນຄ້າຈໍານວນ 10 ຮ້ານ, ມີການສະແດງສິລະປະບົດຟ້ອນຂອງບັນດາເຜົ່າ, ຕະຫຼາດນັດ ແລະ ກິດຈະກໍາອື່ນໆ.

ການແຕ່ງຕັ້ງຄະນະຊີ້ນໍາ ແລະ ກອງເລຂາຮັບຜິດຊອບປັບປຸງຄຸນນະພາບໝາກພ້າວ ແລະ ຈັດງານເທດສະການໝາກພ້າວນາໄຊ ກໍເພື່ອເປັນການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍຄະນະຢ່າງລະອຽດ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກຂອງຕົນໃຫ້ສໍາເລັດ ເພື່ອສຸມໃສ່ປັບປຸງ, ຊຸກຍູ້-ສົ່ງເສີມ, ຍົກສູງຄຸນນະໝາກພ້າວ…ອ່ານຕໍ່

ບໍລິຄຳໄຊ ມີໂຄງການທີ່ຜ່ານການປະເມີນສຳເລັດຈຳນວນ 57 ໂຄງການໃນປີ 2022.

อาจเป็นรูปภาพของ 10 คน, ผู้คนกำลังยืน, ผู้คนกำลังนั่ง และ สถานที่ในร่ม

ກອງປະຊຸມ ປຶກສາຫາລືກ່ຽວກັບການຮັບຮອງຜົນການປະເມີນ ແລະ ການຈັດລຽງບຸລິມະສິດໂຄງການລົງທຶນຂອງລັດ ພາຍໃນແຂວງບໍລິຄຳໄຊ ກ່ອນເຂົ້າສະເໜີຂັ້ນເທິງພິຈາລະນາເຂົ້າແຜນປະຈຳປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມັງກອນ 2022 ທີ່ຜ່ານມາ.

ໃນເບື້ອງຕົ້ນມີທັງໝົດ 198 ໂຄງການ, ໃນນັ້ນ ໂຄງການກໍ່ສ້າງ 57 ໂຄງການ, ໂຄງການສົ່ງເສີມວິຊາການ 137 ໂຄງການ ແລະ ຈາກຜົນການປະເມີນ ໄດ້ປະເພດ B 92 ໂຄງການ ມູນຄ່າ 135,734 ຕື້ກີບ, ສ່ວນໂຄງການທີ່ປະເມີນບໍ່ຜ່ານ ແລະ ໂຄງການທີ່ປະກອບເອກະສານບໍ່ຄົບຖ້ວນ ຂະແໜງປະເມີນຈະຄົ້ນຄວ້າໃນປີຕໍ່ໄປ, ພາຍຫຼັງຜ່ານການຄັດຈ້ອນຈັດລຽງຄືນ ໂຄງການທີ່ຜ່ານການປະເມີນສຳເລັດແລ້ວ ໄດ້ປະເພດ B ຈຳນວນ 57 ໂຄງການ ມູນຄ່າ 68,103 ຕື້ກີບ…ອ່ານຕໍ່

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.