Sunday, July 19, 2026
Kbank Laos โอน รับ จ่าย
-->

ສະເໜ່ 8 ຢ່າງ ແມ່ຍິງ! ທີ່ຈະສະກົດໃຈຜູ້ຊາຍ

ແມ່ຍິງ ເປັນເພດທີ່ມີສະເໜ່ຢູ່ໃນໂຕຢູ່ແລ້ວ ທີ່ສາມາດກະຕຸ້ນໃຫ້ຜູ້ຊາຍແນມມາ, ແຕ່ຖ້າສະເໜ່ໃນໂຕແມ່ຍິງຄົນນັ້ນ ເປັ່ງປະກາຍ ກໍຍິ່ງສາມາດສະກົດໃຈຜູ້ຊາຍໃຫ້ຫຼົງໄຫຼໄດ້ ເຊິ່ງຕໍ່ໄປນີ້ ແມ່ນສະເໜ່ 8 ຢ່າງຂອງແມ່ຍິງ ທີ່ສະກົດໃຈຜູ້ຊາຍໄດ້.

1, ຮູບຊົງ: ຈາກຜົນການສຳຫຼວດບັນດາຊາຍໜຸ່ມຫຼາຍຮ້ອຍຄົນ ພົບວ່າ ຜູ້ຊາຍສ່ວນຫຼາຍມັກຜູ້ຍິງທີ່ມີແອວນ້ອຍ, ສະໂພກໃຫຍ່ ຊຶ່ງອັດຕາສັດສ່ວນຂອງແອວ ກັບສະໂພກ ຖືວ່າ ເປັນສ່ວນງາມ ແລະທັນສະໄໝສຳລັບຜູ້ຊາຍ ຄື 7 ຕໍ່ 10 ຊຶ່ງຜູ້ຊາຍ ບອກວ່າ ຜູ້ຍິງທີ່ມີຮູບຊົງແບບນີ້ ເໝາະທີ່ຈະມາເປັນແມ່ຂອງລູກ ເພາະຖືວ່າເປັນຫຸ່ນທີ່ພ້ອມຕໍ່ການຈະເລີນເຕີບພັນຫຼາຍທີ່ສຸດ. ສະນັ້ນ ຈຶ່ງບໍ່ແປກໃຈວ່າ ຜູ້ຊາຍມັກຜູ້ຍິງແອວນ້ອຍ ສະໂພກໃຫຍ່.

2, ດວງຕາ: ເພາະດວງຕາເປັນແວ່ນແຍງຂອງຫົວໃຈ ຖ້າສາວຄົນໃດຢາກໃຫ້ຜູ້ຊາຍຈ້ອງຕາດົນໆ ຕ້ອງໝັ່ນຮັກສາ ແລະບຳລຸງດວງຕາໃຫ້ສົດໃສເປັນປະກາຍຢູ່ສະເໝີ, ບໍ່ຄວນປ່ອຍໃຫ້ໝີແພນດ້າ ຫຼື ຮອຍຕີນກາມາຢຶດຄອງພື້ນທີ່ຮອບດວງຕາໄດ້ງ່າຍໆ. ຖ້າສາວໆໄດ້ແຕ່ງຕາງາມໆ ພ້ອມທັງປັດຂົນຕາເບົາໆ ຫຼື ທາອາຍແຊໂດບາງໆ ໃຫ້ພໍມີສີສັນອີກ ກໍຍິ່ງເພີ່ມສະເໜ່ໃຫ້ກັບໂຕເອງຂຶ້ນໄປອີກ.

ພາບປະກອບ

3, ຊ່ວງແຂນຍາວ: ແນ່ນອນວ່າ ຜູ້ຍິງທີ່ມີຂາຍາວສູງຈະເຮັດໃຫ້ຜູ້ຊາຍສົນໃຈຫຼາຍຂຶ້ນ ແຕ່ຈາກຜົນການວິໄຈ ຫຼ້າສຸດ ພົບວ່າ ອີກສິ່ງນຶ່ງທີ່ສາມາດດຶງດູດຜູ້ຊາຍ ໄດ້ດີກໍຄື ແຂນຍາວຂອງສາວໆນັ້ນເອງ ເພາະຈະເຮັດໃຫ້ຜູ້ຍິງເບິ່ງແລ້ວໜ້າຖະໜຸຖະໜອມແຖມຍັງມີຂໍ້ດີຕອນໂອບກອດກັນອີກດ້ວຍ.

4, ຜົມງາມສຸຂະພາບດີ: ຜູ້ຍິງທີ່ມີຜົມຍາວ, ຜົມດົກໜາ, ດຳ, ເງົາງາມ ແລະມີສຸຂະພາບດີ ຈະຊ່ວຍເພີ່ມສະເໜ່ໃຫ້ກັບໂຕເອງ ແລະຍັງສາມາດດຶງດູດຜູ້ຊາຍໃຫ້ເຂົ້າຫາໄດ້ງ່າຍອີກດ້ວຍ. ຖ້າສາວໆຄົນໃດຍິ່ງມີຜົມຫອມຕື່ມອີກ ບວກກັບເສັ້ນຜົມຍາວ, ຊື່, ມີນຳ້ໜັກ ແລະຈັດຊົງງ່າຍ ບໍ່ວ່າຜູ້ຊາຍຄົນໃດກໍຕ້ອງແນມເບິ່ງ ແລະຢາກເຂົ້າໃກ້ແນ່ນອນ.

ພາບປະກອບ

5, ແຕ່ງໜ້າອ່ອນໆ: ຈາກຜົນການວິໄຈ ພົບວ່າ ຜູ້ຊາຍກວ່າ 40% ຈະມັກຜູ້ຍິງທີ່ແຕ່ງໜ້າອ່ອນໆ ຫຼາຍກວ່າຜູ້ຍິງທີ່ແຕ່ງໜ້າຈັດເຕັມ ຊຶ່ງພວກເຂົາບອກວ່າ ຜູ້ຍິງຈະມີສະເໜ່ດຶງດູດຫຼາຍກວ່າ ເມື່ອພວກເຂົາເສີມແຕ່ງສີສັນເທິງໃບໜ້າດ້ວຍເຄື່ອງສຳອາງພຽງແຕ່ໜ້ອຍດຽວ ໂດຍການທາຮອງພື້ນບາງໆ, ປັດແກ້ມສີບົວບາງໆ, ທາລິບສະຕິກສີບົວ ກໍຈະເຮັດສາວໆງາມ ແລະມີສະເໜ່ແລ້ວ.

6, ຮອຍຍິ້ມຈາກໃຈ: ຮອຍຍິ້ມເປັນສິ່ງທີ່ສາມາດມອບໃຫ້ກັນໄດ້ຢ່າງງ່າຍດາຍ ຄື ຍິ່ງຍິ້ມກວ້າງໃຫ້ເຫັນແຂ້ວແດ່ ກໍຍິ່ງຈະເພີ່ມສະເໜ່ໃນໂຕສາວໆໄດ້ອີກ, ແຕ່ວ່າ ແຂ້ວກໍຕ້ອງຂາວສະອາດຄືກັນ ເພາະຈະຊ່ວຍໃຫ້ເບິ່ງແລ້ວມີສະເໜ່ຂຶ້ນ. ຮອຍຍິ້ມຂອງສາວໆນັ້ນ ນອກຈາກຈະສະແດງເຖິງມິດຕະພາບ ແລະຄວາມຈິງໃຈໃຫ້ຕໍ່ກັນແລ້ວ ຍັງເຮັດໃຫ້ຜູ້ຊາຍຮູ້ສຶກວ່າ ສາວໆເປັນຄົນໜ້າຮັກ ເບິ່ງໂລກໃນແງ່ດີ ມີຄວາມສົດໃສ ມ່ວນຊື່ນ. ສະນັ້ນ ຜູ້ຊາຍສ່ວນຫຼາຍຈຶ່ງໄດ້ມັກຜູ້ຍິງອາລົມດີ ແລະຍິ້ມງ່າຍ.

ພາບປະກອບ

7, ນຳ້ສຽງອ່ອນຫວານ: ຜູ້ຊາຍສ່ວນຫຼາຍມັກຜູ້ຍິງສຽງໜ້າຮັກໆ ໃນໂທນແຫຼມສູງ ຊຶ່ງຄ້າຍຄືກັບສຽງເດັກນ້ອຍ ແຕ່ບໍ່ໄດ້ໝາຍຄວາມວ່າ ຕ້ອງດັດສຽງຫຼາຍເກີນໄປຕະຫຼອດເວລາ ຊຶ່ງນອກຈາກຜູ້ຊາຍຈະມັກສາວໆສຽງເດັກທີ່ອ່ອນຫວານແລ້ວ ຍັງມັກຄົນທີ່ເວົ້າຈາຊັດເຈນ ຟັງງ່າຍ. ຈາກຜົນການສຳຫຼວດ ພົບວ່າ ຜູ້ຍິງທີ່ມີນຳ້ສຽງແຫຼມໜ້ອຍ ແລະໜ້າຮັກ ຈະເຮັດໃຫ້ຜູ້ຊາຍເກີດຄວາມອີ່ຕົນສົງສານ ຢາກຖະໜຸຖະໜອມ ແລະຢາກເຂົ້າໄປສ້າງຄວາມຮູ້ຈັກຫຼາຍຂຶ້ນ.

8, ໃສ່ຊຸດສີແດງ: ມີຫຼາຍຜົນງານການວິໄຈ ພົບວ່າ ສີແດງນັ້ນ ເປັນສີທີ່ສາມາດດຶງດູດໃຫ້ຜູ້ຊາຍເຂົ້າຫາຜູ້ຍິງໄດ້ເປັນຢ່າງດີ ໂດຍສະເພາະຜູ້ຍິງທີ່ແຕ່ງໂຕດ້ວຍເສື້ອຜ້າທີ່ມີສີແດງ ຫຼື ການທາລິບສະຕິກສີແດງ, ຜູ້ຊາຍຈະເວົ້າວ່າ ສີແດງເປັນສີທີ່ເຮັດໃຫ້ຜູ້ຍິງໜ້າສົນໃຈ ແລະມີສະເໜ່ຫຼາຍຂຶ້ນ.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.