Friday, April 18, 2025

“ບຸນກະລ່ຳປີ” ຈະຈັດຂຶ້ນຄັ້ງທຳອິດ ຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ.

ເພື່ອເປັນການຊຸກຍູ້, ສົ່ງເສີມ ການປູກກະລໍ່າປີ ທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ; ອົງການປົກຄອງ ເມືອງ ວັງວຽງ, ແຂວງ ວຽງຈັນ ຮ່ວມກັບ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ຈັດງານບຸນກະລໍ່າປີ ພາຍໃນເທດສະບານ ເມືອງ ວັງວຽງ ໃນລະຫວ່າງ ວັນທີ 26-27 ມີນາ 2022 ເຊີ່ງຖືເປັນຄັ້ງທໍາອິດ ທີ່ຈະຈັດບຸນກະລໍ່າປີທີ່ໃຫຍ່ແບບນີ້ຢູ່ ສປປ ລາວ.

ທ່ານ ບຸນຈັນ ມາລາວົງ,​ ເຈົ້າເມືອງ ວັງວຽງ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງ ວິທະຍຸກະຈາຍສຽງແຫ່ງຊາດລາວໃນ ວັນທີ 15 ມີນາ 2022 ວ່າ: ການຈັດງານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ສົ່ງເສີມການປູກກະລໍ່າປີທີ່ມີຄຸນນະພາບ ແລະ ເພື່ອສ້າງລາຍຮັບໃຫ້ປະຊາຊົນນັບມື້ຫຼາຍຂຶ້ນ, ເພາະກະລໍ່າປີ ສາມາດນໍາໄປປຸງແຕ່ງອາຫານໄດ້ຫຼາຍຊະນິດ, ພ້ອມນີ້ ຍັງເປັນການສ້າງເງື່ອນໄຂໃຫ້ມີການຈັບຄູ່ທຸລະກິດລະຫວ່າງຜູ້ຜະລິດ ແລະ ຜູ້ຊື້ ເພື່ອຮັບປະກັນລາຄາຂອງຜົນຜະລິດ.

ກິດຈະກຳພາຍໃນງານຈະປະກອບມີ: ການແຫ່ຂະບວນກະລໍ່າປີໄປຕາມເທດສະບານເມືອງ ວັງວຽງ, ຮວບຮວມບັນດາສິນຄ້າກະສິກໍາພາຍໃນເມືອງ ມາວາງສະແດງ, ຈັດການເສວະນາໃຫ້ຄວາມຮູ້ກ່ຽວກັບກະລໍ່າປີຈາກວິຊາການທີ່ກ່ຽວຂ້ອງ. ນອກຈາກນີ້ ຍັງເປັນການຮວບຮວມຜະລິດຕະພັນ ແລະ ອາຫານທີ່ຜະລິດຈາກກະລໍ່າປີຫລາຍຊະນິດ, ຈັດການແຂ່ງຂັນກະລໍ່າຫົວໃຫຍ່, ການສະແດງພື້ນເມືອງ ແລະ ດົນຕີຈາກໄວໜຸ່ມລາວ, ຈັດການຖາມ-ຕອບ ຄວາມຮູ້ທົ່ວໄປເພື່ອຊີງລາງວັນ ແລະ ສ້າງບັນຍາກາດພາຍໃນງານໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ກິດຈະກໍາອື່ນໆ.

ເຈົ້າເມືອງວັງວຽງ ໃຫ້ຮູ້ຕື່ມວ່າ: ເມື່ອບໍ່ດົນມານີ້ ໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄື່ອຂ່າຍກະສິກຳ ໄດ້ມອບໃບຢັ້ງຢືນການຜະລິດກະສິກຳທີ່ດີ (GAP) ໃຫ້ຊາວກະສິກອນຈໍານວນໜຶ່ງຢູ່ 2 ບ້ານຂອງເມືອງ ວັງວຽງ ຄື: ບ້ານ ຜາຕັ້ງ ແລະ ບ້ານ ນາຜາແດງ, ເຊີ່ງເຫັນວ່າໂຄງການດັ່ງກ່າວໄດ້ປະກອບສ່ວນສໍາຄັນໃນການຊ່ວຍຊຸກຍູ້ສົ່ງເສີມການຜະລິດກະສິກໍາຂອງປະຊາຊົນພາຍໃນເມືອງ ກໍຄື ບັນດາບ້ານເປົ້ານໝາຍຂອງໂຄງການ ເພາະເປັນການຜະ ລິດກະສິກໍາທີ່ດີ, ທັງມີຕະຫລາດຮອງຮັບ ໂດຍສະເພາະແມ່ນບໍລິສັດວຽງຈັນ ຟູດ ທີ່ຮັບຊື້ຜົນຜະລິດນໍາປະຊາຊົນ ເຊີ່ງເປັນການຄໍ້າປະກັນດ້ານລາຄາ ເພາະໄລຍະຜ່ານມາເຖີງວ່າຂະບວນການປູກພືດຢູ່ເມືອງວັງວຽງ ພົ້ນເດັ່ນສົມຄວນ ແຕ່ການຜະລິດຂອງປະຊາຊົນຍັງເຮັດແບບຕ່າງຝ່າຍຕ່າງເຮັດ ແລະ ມີການແຂ່ງຂັນກັນດ້ານລາຄາ.

ສໍາລັບໂຄງການສ້າງຄວາມເຊື່ອມໂຍງ ເພື່ອຂະຫຍາຍເຄືອຂ່າຍກະສິກຳ ຫຼື CLEAN Project ເປັນໂຄງການໜຶ່ງທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກ ກະຊວງກະສິກຳ ຂອງປະເທດສະຫະລັດອາເມຣິກາ (USDA) ໂດຍໄດ້ໃຫ້ອົງການວິນຣ໋ອກ ສາກົນ (Winrock International) ເປັນຜູ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຮ່ວມກັບ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ລາວ ເພື່ອຍົກສະມັດຕະພາບການຜະລິດ ໂດຍການຝຶກອົບຮົມໃຫ້ຊາວກະສິກອນ ໃນຮູບແບບການຜະລິດກະສິກຳ, ສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ, ກັກກັນພືດ ແລະ ອື່ນໆ ໂດຍຈັດຕັ້ງປະຕິບັດໂຄງການ ຢູ່ 5 ແຂວງຂອງ ລາວ ຄື: ນ​ະ​ຄອ​ນ​ຫຼວງ ວຽງຈັນ, ແຂວງ ວຽງ​ຈັນ, ຈຳ​ປາ​ສັກ, ສ​າ​ລະ​ວັນ ແລະ ເຊກອງ. ໃນນີ້ ສະເພາະຢູ່ ແຂວງ ວຽງຈັນ ຈັດຕັ້ງປະຕິບັດຢູ່ 2 ເມືອງ ຄື: ເມືອງ ວັງວຽງ ແລະ ເມືອງກາສີ.

ທີ່ມາ: FM 90

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.