ພະທາດປຸມປຸກ ເປັນສະຖານທີ່ເກົ່າແກ່ ແລະ ສັກສິດ ເປັນທີ່ສັກຄະລະບູຊາຂອງຊາວ ແຂວງ ຫຼວງນ້ຳທາ ທີ່ໄດ້ສືບທອດມາແຕ່ບູຮານນະການຈົນເຖິງປັດຈຸບັນ. ນອກຈາກນີ້ ກໍຍັງໄດ້ກາຍເປັນສະຖານທີ່ທ່ອງທ່ຽວອັນສໍາຄັນທາງດ້ານວັດທະນາທໍາ ແລະ ດ້ານປະຫວັດສາດ ຂອງແຂວງນຳອີກ. 

ພະທາດປຸມປຸກ ທີ່ສ້າງຂຶ້ນມາໃໝ່

ພະທາດປຸມປຸກ ຕັ້ງຢູ່ບ້ານ ນ້ຳແງ້ນ ຫ່າງຈາກເທດສະບານແຂວງ ຫຼວງນ້ຳທາ ໄປປະມານ 7 ກິໂລແມັດ. ພະທາດດັ່ງກ່າວໄດ້ສ້າງຂຶ້ນໃນປີ ຄສ 1628 ເພື່ອເປັນສັນຍາລັກທີ່ບົ່ງບອກເຖິງມິດຕະພາບລະຫວ່າງ ເມືອງ ຫົວທາ ແລະ ເມືອງ ຊຽງແສນ ທັງເປັນແຫ່ງທ່ອງທ່ຽວທີ່ສໍາຄັນສາມາດດຶງດູດໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ອີກດ້ວຍ. 

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພະທາດປຸມປຸກ ທີ່ເຫັນໃນປັດຈຸບັນ ເປັນພະທາດອົງໃໝ່ທີ່ສ້າງຂຶ້ນມາ ສ່ວນພະທາດອົງເກົ່າໄດ້ຖືກທໍາລາຍໃນປາງສົງຄາມ ເມື່ອປີ ຄສ 1966 ແຕ່ປັດຈຸບັນ ກໍຍັງຄົງມີຮ່ອງຮອຍເຫຼືອໄວ້ໃຫ້ທ່ານໄດ້ຊົມຢູ່ຂ້າງພະທາດໃໝ່. ເຊິ່ງໃນແຕ່ລະປີ ເມື່ອເຖິງວັນເພັງເດືອນ 3 ລາວ (13-14 ກຸມພາ) ກໍຈະມີການຈັດງານສະເຫຼີມສະຫຼອງພະທາດຢ່າງຄຶກຄື້ນ. 

ພະທາດປຸມປຸກ ອົງເກົ່າທີ່ຖືກທຳລາຍໃນປາງສົງຄາມ

ໃຜທີ່ມີໂອກາດໄດ້ໄປຢ້ຽມຢາມ ແຂວງ ຫຼວງນ້ຳທາ ຢ່າລືມໄປແວ່ກາບໄຫວ້ພະທາດປຸມປຸກກັນເດີ້ ເພື່ອຄວາມສິລິມຸງຄຸນ. 

ຂອບໃຈພາບຈາກ: ລີໂກ້

Hits: 30

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້