ພຣະເຈົ້າໃຫຍ່ອົງຕື້ເມືອງໂສຍ ທີ່ປະດິດສະຖານໄວ້ຢູ່ ວັດສຼີບຸນເຮືອງ ໄຊຍະຣາມ, ເມືອງ ຊຳເໜືອ, ແຂວງ ຫົວພັນ. ໂດຍມີປະຫວັດຄວາມເປັນມາຕັ້ງແຕ່ ໃນຣາຊການຂອງ ພຣະເຈົ້າໄຊຍະເສດຖາທິຣາຊ ຂຶ້ນສະເຫວີຍຣາຊ ເມື່ອປີ ຄສ 1548-1571. ເປັນເວລາ 23 ປີ ທີ່ເພິ່ນໄດ້ພຣະຣາຊດຳຣັດ ໃຫ້ບັນດາຫົວເມືອງນ້ອຍ-ໃຫຍ່ ທົ່ວອານາເຂດດິນແດນ ລາວລ້ານຊ້າງ ໃຫ້ມີການສ້າງວັດວາອາຮາມ ພຣະພຸດທະຮູບຕ່າງໆ ແລະ ໜຶ່ງໃນນັ້ນກໍແມ່ນ ພຣະເຈົ້າໃຫຍ່ອົງຕື້ເມືອງໂສຍ ອົງນີ້.

ໃນໄລຍະປີ ຄສ 1557-1560 ເຈົ້າໄຊຍະເສດຖາທິຣາຊ ໄດ້ນິມົນໃຫ້ພຣະສົງສອງນ້ອງອ້າຍຄື: ອົງອ້າຍຊື່ວ່າ ພຣະອາຈານ ເຈົ້າຊາຕາໄຟ ແລະ ອົງນ້ອງຊື່ວ່າ ພຣະອາຈານ ເຈົ້າຊາລັນຢຸນ ເຖຣະເຈົ້າ ໃຫ້ຂຶ້ນເມືອເຜີຍແຜ່ພຣະພຸດທະສາສະໜາ ສ້າງສາວັດວາອາຮາມ ສົ່ງເສີມສິລະປະວັດທະນະທັມ ຮີດຄອງປະເພນີໃຫ້ຮຸ່ງເຮືອງໃນເຂດ ເມືອງ ຫົວພັນ, ພຣະອາຈານທັງສອງພ້ອມ ຊ່າງປັ້ນ ຊ່າງກໍ່, ຊ່າງເຫຼັກ, ຊ່າງໄມ້, ຊ່າງຄວັດລິງລາຍຕ່າງໆ ພ້ອມດ້ວຍຄອບຄົວປະມານ 10 ຄົວ ເດີນທາງຂຶ້ນເມືອເຖິງ ເມືອງ ຊຳໃຕ້ ແລ້ວໄດ້ສ້າງສິມຂຶ້ນໜຶ່ງຫຼັງ, ເຈດີໜຶ່ງໜ່ວຍ, ປູກຕົ້ນໂພໜຶ່ງຕົ້ນ ໄວ້ຢູ່ພຽງທາຕຸ ຈຶ່ງເອິ້ນວ່າ ບ້ານພຽງທາຕຸ ແລະ ສ້າງວັດໜຶ່ງຫຼັງຢູ່ ເມືອງ ຊຳໃຕ້ ເອິ້ນວ່າ : ວັດນາງເພຍ (ອາດຈະແມ່ນວັດບ້ານ ວຽນເໜືອ ຫຼື ບ້ານຊຳ ໃນປັດຈຸບັນ).

ຫຼັງຈາກນັ້ນພວກເພິ່ນໄດ້ມອບໃຫ້ 4 ຄົວ ທີ່ຂຶ້ນມານຳກັນນັ້ນ ໃຫ້ຢູ່ກັບຊາວບ້ານຊາວ ເມືອງ ຊຳໃຕ້ ເພື່ອປົກປັກຮັກສາ ແລະ ຖະນຸບຳຣຸງພຣະພຸດທະສາສະໜາຢູ່ໃນເຂດ ເມືອງ ຊຳໃຕ້ ຕໍ່ໄປ ຕໍ່ມາທັງ 4 ຄົວນັ້ນໄດ້ແຜ່ຂະຫຍາຍອອກເປັນ 2 ກຸ່ມຄື: ກຸ່ມທີໜຶ່ງ ຢູ່ບ້ານ ຖິ່ນ ແລະ ກຸ່ມທີສອງ ຢູ່ບ້ານ ຫ້ວຍກິກ, ຕໍ່ມາກໍ່ໄດ້ສ້າງວັດ ແລະ ສ້າງເຈດີໃຫຍ່ໜຶ່ງຫນ່ວຍຂຶ້ນທີ່ບ້ານ ເມືອງກວນ ( ປັດຈຸບັນນີ້ພຣະທາຕຸເຈດີດັ່ງກ່າວຢູ່ໃນສະພາບເນິ້ງ ສ່ວນວັດແມ່ນຖືກທຳລາຍມ້າງເພມາແຕ່ດົນນານແລ້ວ ຍັງເຫຼືອແຕ່ກອງກ້ອນດິນຈີ່ເກົ່າເທົ່ານັ້ນ). ຫຼັງຈາກນັ້ນກໍໄດ້ເຄື່ອນຍ້າຍຂຶ້ນມາຢູ່ ເມືອງໂສຍ (ເມືອງໂສຍ ແມ່ນຂຶ້ນກັບເມືອງ ຊຳໃຕ້ ມີນາມວ່າ ຫົວພັນທັງຫ້າ ແລ້ວຕັ້ງຫົວເມືອງເພື່ອປົກຄອງຂຶ້ນ ແລະ ຈຶ່ງມີນາມວ່າ: ຫົວພັນທັງຫົກ ນັບແຕ່ມື້ນັ້ນມາ).
ເມືອງ ໂສຍ ໃນເວລານັ້ນ ແມ່ນເຈົ້າພຣະຍາ ສີສຸຣິນ ທັມມະຣາຊ ເປັນຜູ້ປົກຄອງ ພາຍຫຼັງພຣະອາຈານຊາຕາໄຟ ແລະ ພຣະອາຈານຊາລັນຢຸນ ເຖຣະ ມາເຜີຍແຜ່ ແລະ ເຂົາເຈົ້າແຈ່ມແຈ້ງແລ້ວ ເພິ່ນກໍມີສັດທາຮ່ວມກັນກັບຂຸນເພຍ ແລະ ປະຊາຊົນຕ່າງໆ ຮ່ວມກັນມີສັດທາຫຼໍ່ ແລະ ສ້າງພຣະພຸດທະຮູບໃຫຍ່ຂຶ້ນທີ່ ເມືອງໂສຍ ຄືດັ່ງພຣະເຈົ້າອົງຕື້ ທີ່ເມືອງວຽງຈັນ.
ພາຍຫຼັງ ທີມີການກະກຽມຮູບແບບ ສະຖານທີຕັ້ງຫຼໍ່ເປົ້າ ຂຶ້ນ 15 ຄ່ຳ ເດືອນຍີ່ ຄສ 1565 ໄດ້ມີພິທີຫຼໍ່ ພຣະພຸດທະຮູບອົງຕຶ້ເມືອງໂສຍ ຂຶ້ນຢ່າງເປັນທາງການ ຜ່ານການຫຼໍ່ຫຼາຍຄັ້ງແມ່ນບໍ່ປະສົບຄວາມສຳເລັດ ເຊັ່ນ ທາງບໍ່ເປື່ອຍ, ທອງບໍ່ຈອດກັນ, ບໍ່ມີຄວາມຮາບກ້ຽງ ເຮັດໃຫ້ນາຍຊ່າງໝົດກຳລັງໃຈໄປ, ແຕ່ທຸກຄົນກໍສຶບຕໍ່ປະຕິບັດໜ້າທີ່ຂອງຕົນຂຶ້ນຕື່ມ ແຕ່ກໍທໍ້ຖອຍໃຈຫຼາຍ. ຕົກມາຮອດຕອນທ່ຽງທຸກຄົນກໍໄປກິນເຂົ້າ ແລະ ໄປນອນພັກຜ່ອນ ປະປ່ອຍຄົນເຝົ້າໄວ້ນ້ອຍໜຶ່ງ ໃນຕອນນັ້ນໄດ້ມີສາມະເນນນ້ອຍອົງໜຶ່ງຍ່າງມາອ້ອມປະທັກຂິນ 3 ຮອບ ອ້ອມເຕົາເຜົາ ແລະ ຍົກເອົາໝໍ້ຕົ້ມທອງເທໃສ່ເບົ້າຫຼໍ່ ແລ້ວຍ່າງອ້ອມວຽນທຽນ 3 ຮອບຄືເກົ່າ ທັງກວາດສາຍຕາໄປທົ່ວບໍລິເວນນັ້ນ ແລ້ວກໍຍ່າງອອກໄປຕາມທາງເກົ່າທີ່ຍ່າງເຂົ້າມາ ໂດຍບໍ່ຫຼຽວຫຼັງກັບຄືນມາອີກ ພວກເຝົ້າຍາມກໍບໍ່ມີໃຜສົນໃຈເລີຍ ສາມະເນນອົງນັ້ນມາແຕ່ໃສ ຢູ່ວັດໃດ? ເຂົ້າມາໃນບໍລິເວນນັ້ນເຮັດຫຍັງກໍບໍ່ມີໃຜສົນໃຈສອບຖາມຈັກຄົນ …
ເມື່ອທຸກຄົນກິນເຂົ້າທ່ຽງ ແລະ ພັກຜ່ອນແລ້ວ ກໍພາກັນມາທີ່ເບົ້າຫຼໍ່ ແລ້ວທຸກຄົນກໍ່ປະຫຼາດໃຈ ເພາະວ່າເຫັນໝໍ້ຕົ້ມທອງຍົກອອກມາໄວ້ນອກໝົດແລ້ວ ຈຶ່ງພາກັນກວດກາຢ່າງລະອຽດຈຶ່ງເຫັນວ່າທອງທີຕົ້ມນັ້ນຖືກເທລົງເບົ້າຫຼໍ່ເປັນທີຮຽບຮ້ອຍແລ້ວ ເຮັດໃຫ້ທຸກໆ ຄົນປະຫຼາດໃຈເປັນທີ່ສຸດ ແລະ ໄດ້ສອບຖາມວ່າໃຜ ຈົນໄດ້ຮູ້ຄວາມຈິງວ່າເປັນສາມະເນນນັ້ນເອງ ແຕ່ທຸກຄົນກໍຊອກຫາສາມະເນນນັ້ນແຕ່ກໍບໍ່ພົບເຫັນເລີຍ. ເມື່ອເປັນດັ່ງນັ້ນ ອີກ 3 ມື້ຂ້າງໜ້າຈຶ່ງຈະມາແກະເບົ້າຫຼໍ່ນີ້ອອກ.
ຕົກມາຮອດແຮມ 3 ຄ່ຳ ເດືອນ 3 ປີ ຄສ 1565 ທັງຝ່າຍພຣະສົງ ແລະ ຄາຣະວາດ ກໍໄດ້ຮ່ວມກັນແກະເບົ້າຫຼໍ່ນັ້ນ ຜົນປະກົດວ່າ ເນື້ອທອງຕິດຈອດ ຮາບກ້ຽງດີ ແລະ ພຣະພຸດທະຮູບກໍງົດງາມຮຸ່ງໃສດີ ທຸກໆຄົນກໍຮ້ອງໂຮ່ສຽງດັງກຶກກ້ອງທົ່ວບໍລິເວນນັ້ນ ດ້ວຍຄວາມປິຕິຍິນດີ ເມື່ອເຖິງວັນຂຶ້ນ 15 ຄ່ຳ ເດືອນ 6 ປີຄສ 1565 ເຈົ້າພຣະຍາສີສູຣິນທັມມະຣາຊ ພ້ອມດ້ວຍຂຸນເພຍ ນາຍຜົ້ງ, ນາຍບ້ານ ແລະ ໄພ່ຟ້າຣາຊດອນ ພ້ອມພຣະສົງ ໄດ້ມີພິທີສົມໂພດ ແລະຈາຣຶກ ພຣະເຈົ້າອົງຕື້ ນີ້ຂຶ້ນ ເຊິ່ງມີນ້ຳຫນັກທັງຫມົດ 3,850 ກິໂລກະກຣາມ ຫຼື ເທົ່າກັບ 1 ຕື້ຂັນ ການສະຫຼອງພຣະເຈົ້າອົງຕື້ ໃນຄັ້ງນັ້ນແມ່ນເປັນເວລາ 3 ມື້ 3 ຄືນ ແລະ ເປັນບຸນປາງໃຫຍ່ບໍ່ເຄີຍຈັດມີມາຈັກເທື່ອ.

ພາຍຫຼັງພິທີສົມໂພດແລ້ວ ເຈົ້າພຣະຍາສີສຸຣິນ ທັມມະຣາຊ ພ້ອມດ້ວຍຣາຊດອນ ກໍໄດ້ພາກັນສ້າງວັດເມືອງໂສຍ ຂຶ້ນ ເພື່ອປະດິດສະຖານ ພຣະເຈົ້າອົງນີ້ ເມື່ອ ຈສ 972 ຮັບເປົ້າ (ຄສ 1565) ແລ້ວເອິ້ນຊື່ວັດແຫ່ງນີ້ວ່າ : ວັດສີບຸນເຮືອງ ເມືອງໂສຍ, ໂດຍພຣະເຈົ້າອົງຕື້ ໄດ້ປະດິດສະຖານທີ່ວັດສີບຸນເຮືອງ ເມືອງໂສຍ ແຕ່ປີ ຄສ 1565 ຈົນຮອດ ວັນທີ 9 ເມສາ ຄສ 1983 ຈຶ່ງໄດ້ມີພິທີອະຣາດທະນາອັງເຊີນ ມາປະດິດສະຖານທີວັດໂພໄຊ ຊະນະຣາມ ເມືອງ ຊຳເຫນືອ, ແຂວງ ຫົວພັນ (ລວມໄລຍະທີ່ພຣະເຈົ້າອົງຕື້ ປະດິດສະຖານທີ່ ວັດສີບຸນເຮືອງ ເມືອງໂສຍ ເປັນເວລາ 418 ປີ).

ຕົກມາຮອດວັນທີ 24 ພຶດສະພາ 2013 ກົງກັບວັນສຸກ ຂຶ້ນ 15 ຄ່ຳເດືອນຫົກ ພສ 2556 ກໍໄດ້ມີພິທີອະຣາດທະນາອັງເຊີນພຣະເຈົ້າອົງຕື້ ເມືອງໂສຍ ມາປະດິດສະຖານທີວັດທີ່ທາງການ ແຂວງ ຫົວພັນ ສ້າງຂຶ້ນເພື່ອປະດິດສະຖານແຫ່ງໃໝ່ ຊື່ວ່າ : ວັດສີບຸນເຮືອງ ໄຊຍະຣາມ ຈົນຮອດທຸກມື້ນີ້.
ທີ່ມາ: https://www.facebook.com/LaoTemple/posts/3216382795300422
ຂໍ້ມູນຈາກ: ປຶ້ມປະຫວັດຄວາມເປັນມາພຣະເຈົ້າອົງຕື້ ແຂວງຫົວພັນ ພີມເມື່ອປີ 2016.
ຮູບພາບ: ທ່ານ ຫຸມເພັດ ມະນີສຸກ