Sunday, May 25, 2025
Kbank Laos โอน รับ จ่าย

Whatsapp ກຽມປັບປຸງຄັ້ງໃຫຍ່! ອັບເດດຟີເຈີໃຫມ່ທີ່ຫຼາກຫຼາຍຂຶ້ນ

Meta ໄດ້ອອກມາແບ່ງປັນວິໄສທັດ ສຳລັບຊູມຊົນຂອງ WhatsApp ຈະມິການປັບປຸງ ແລະ ເພີ່ມຟີເຈີໃຫມ່ໆທີ່ຫຼາກຫຼາຍໃຫ້ກັບຜູ້ໃຊ້ງານ ເພື່ອຊ່ວຍໃຫ້ຜູ້ຄົນເຂົ້າເຖິງກັນໄດ້ງ່າຍຂຶ້ນກວ່າທີ່ຜ່ານມາ

ໂດຍການປັບປຸງໃນຄັ້ງນີ້ກໍຈະມີຢູ່ 4 ຢ່າງຫຼັກໆທີ່ Meta ຈະໄດ້ປັບປຸງການເຮັດວຽກຂອງ WhatsApp ກໍຄື:

  • Reaction ການສະແດງຄວາມຮູ້ສຶກໃນຂໍ້ຄວາມ ເຊິ່ງຈະຊ່ວຍໃຫ້ເຮົາສະແດງຄວາມຮູ້ສຶກໄດ້ໃນທັນທີ ໂດຍບໍ່ຕ້ອງພິມຂໍ້ຄວາມ.
  • Admin Delate ຜູ້ດູແລລະບົບຂອງກຸ່ມ ສາມາດລົບຂໍ້ຄວາມຂອງທຸກຄົນ ທີ່ຜິດພາດ ຫຼື ມີບັນຫາ ອອກຈາກແຊັດກຸ່ມໄດ້.
  • File Sharing Up to 2GB ຕາມປົກກະຕິການແຊຮຂໍ້ມູນເປັນເອກະສານ ຫຼື ໄຟຮ໌ຕ່າງໆ ເຮົາສາມາດສົ່ງໄດ້ສູງສຸດພຽງແຕ່ 100MB, ເຊິ່ງ WhatsApp ຈະເພີ່ມຂຶ້ນເປັນ 2000MB ຫຼື 2GB.
  • 32 Peraon Audio Call ພາຍໃນກຸ່ມຈະສາມາດໂທດ້ວຍສຽງສູງເຖິງ 32 ຄົນພ້ອມກັນ.

ຟີເຈີເຫຼົ່ານີ້ ຄາດວ່າເຮົາຈະໄດ້ນໍາໃຊ້ໃນອີກບໍ່ດົນ ຕາມທີ່ Meta ໄດ້ແຈ້ງກໍອາດຈະເປັນພາຍໃນເດືອນນີ້.

ຂໍ້ມູນ:​ Meta

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.