Saturday, April 26, 2025
Kbank Laos โอน รับ จ่าย

6 ວິທີ ຄວບຄຸມຄວາມໃຈຮ້າຍ ໃນຫ້ອງການ.

ການເຮັດວຽກແຕ່ລະບ່ອນ ຍ່ອມມີຄວາມກົດດັນເປັນທຳມະດາ ບາງຄົນເກີດຄວາມກົດດັນຫຼາຍ ຄວາມຢາກຮ້າຍກໍລະເບີດອອກມາ ເຊິ່ງມັນອາດບໍ່ເປັນຜົນດີກັບເຮົາເອງ ໂດຍສະເພາະຢູ່ໃນບ່ອນທີ່ເຮົາເຮັດວຽກຢູ່, ສະນັ້ນ ເຮົາມີວິທີ ທີ່ສາມາດຄວບຄຸມຄວາມໃຈຮ້າຍຂອງເຮົາໄດ້ໃນຫ້ອງການ.

ພາບປະກອບ
  1. ຫາຍໃຈເຂົ້າເລິກໆ: ເຖິງວ່າສັນຊາດຕະຍານ ອາດເຮັດໃຫ້ທ່ານຢາກຈະເວົ້າສິ່ງໃດນຶ່ງອອກມາໃນເວລາໃຈຮ້າຍ ທ່ານກໍຄວນຈະຢຸດຄຳເວົ້າຂອງທ່ານໄວ້ກ່ອນ ແລ້ວຫາຍໃຈເຂົ້າເລິກໆ ແລະລອງນັບ 1-10 ເບິ່ງ ມັນອາດຈະບໍ່ໄດ້ຊ່ວຍໃຫ້ຄວາມຄຽດຫາຍໄປ, ແຕ່ມັນກໍຍັງຊ່ວຍຢືດເວລາໃຫ້ທ່ານໄດ້ລອງກັບໄປນຶ່ງກ້າວ ເພື່ອພິຈາລະນາສິ່ງທີ່ເກີດຂຶ້ນ ແລະຫ້າມໂຕເອງບໍ່ໃຫ້ເວົ້າສິ່ງໃດ ທີ່ອາດເຮັດໃຫ້ໂຕເອງຮູ້ສຶກເສຍໃຈພາຍຫຼັງ.
  2. ຂຽນລະບາຍ: ບາງຄັ້ງວິທີທີ່ສາມາດຫຼຸດອາລົມຮ້າຍແຮງໄດ້ ກໍຄື ການລະບາຍຄວາມຮູ້ສຶກນັ້ນອອກມາເປັນໂຕໜັງສື ໂດຍຈັບເອົາປຶ້ມ ຫຼື ເຈ້ຍກັບບິກ ແລ້ວຂຽນສິ່ງທີ່ຢູ່ໃນຄວາມຄິດຂອງທ່ານອອກມາ ແລ້ວເກັບມັນໄວ້ຢູ່ໃນກັບ, ແຕ່ຢ່າເອົາສິ່ງທີ່ທ່ານຂຽນໄວ້ໄປໃຫ້ໃຜອ່ານເດັດຂາດ. ເມື່ອທ່ານໄດ້ລະບາຍສິ່ງນັ້ນໆອອກມາແລ້ວ ກໍໃຫ້ທຳລາຍຫຼັກຖານເຫຼົ່ານັ້ນສາ.
  3. ລະບາຍກັບເພື່ອນຮ່ວມງານທີ່ໄວ້ໃຈໄດ້: ເກືອບທຸກຄົນມັກຈະມີເພື່ອນຮ່ວມງານທີ່ເຮົາສະໜິດທີ່ສຸດ ຄົນທີ່ເຮົາສາມາດໄວ້ໃຈທີ່ຈະບອກບັນຫາຕ່າງໆ ທີ່ກ່ຽວກັບເລື່ອງວຽກໄດ້, ການໂອ້ລົມປຶກສາກັບຄົນທີ່ຮູ້ຈັກ ແລະເຂົ້າໃຈວັດທະນະທຳຂອງອົງກອນ ແລະຄົນໃນອົງກອນ ຈະຊ່ວຍໃຫ້ທ່ານສາມາດຜ່ອນຄາຍຄວາມຕຶງຄຽດລົງໄດ້. ແຕ່ທ່ານຕ້ອງແນ່ໃຈວ່າ ຂະນະທີ່ທ່ານກຳລັງລົມກັນຢູ່ນັ້ນ ຈະບໍ່ມີຄົນອື່ນໄດ້ຍິນ ແລະເມື່ອເຖິງເວລາທີ່ເພື່ອນຂອງທ່ານມີບັນຫາ ກໍໃຫ້ຊ່ວຍຮັບຟັງເຂົາ ຄືກັນກັບແບບທີ່ເຂົາເຮັດກັບໂຕທ່ານເອງ.
  4. ຂໍກຳລັງໃຈຈາກຄົນສຳຄັນ: ບາງຄັ້ງ ສິ່ງທີ່ທ່ານຕ້ອງການເມື່ອຮູ້ສຶກບໍ່ດີ ກໍຄື ການກອດເພື່ອນ ຫຼື ຄົນອື່ນໆ ທີ່ສຳຄັນກັບທ່ານນັ້ນເປັນຄົນທີ່ຈະສາມາດຊ່ວຍໃຫ້ກຳລັງໃຈທ່ານໄດ້ເປັນຢ່າງດີ. ເມື່ອທ່ານພົບກັບສະຖານະການທີ່ຍາກລຳບາກ ຖ້າທ່ານສາມາດຫຼີກເວັ້ນ ແລ້ວມາສົ່ງຂໍ້ຄວາມ ຫຼື ໂທຫາຄົນທີ່ທ່ານຮັກໄດ້ໜ້ອຍນຶ່ງ ມັນອາດຈະພຽງພໍແລ້ວ ທີ່ຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນ ເຖິງແມ່ນວ່າຄົນເຫຼົ່ານັ້ນຈະບໍ່ສາມາດໃຫ້ມຸມມອງສິ່ງໃດທີ່ກ່ຽວກັບວຽກໄດ້ ຄືກັບເພື່ອນຮ່ວມງານ, ແຕ່ພວກເຂົາສາມາດເຮັດໃຫ້ທ່ານມີກຳລັງໃຈໄດ້ໃນໄລຍະຍາວ ແລະຊ່ວຍເຕືອນທ່ານວ່າ ຊີວິດຍັງມີຫຼາຍຢ່າງກວ່າສິ່ງທີ່ເກີດຂຶ້ນກວ່ານັ້ນອີກ.
  5. ຊອກເຮັດສິ່ງທີ່ມີຄວາມສຸກ: ຖ້າທ່ານຕ້ອງການທີ່ຈະສະຫງົບສະຕິອາລົມ ຈາກຄວາມໃຈຮ້າຍຕ່າງໆ ທີ່ເກີດຂຶ້ນ ການເຂົ້າເວບໄຊ ທີ່ທ່ານມັກທີ່ສຸດ ເປັນວິທີທີ່ສາມາດຊ່ວຍທ່ານໄດ້. ການພັກຜ່ອນ ຫຼືຢຸດເຮັດວຽກຈັກ 5-10 ນາທີ ແລ້ວໄປໃຫ້ຄວາມສົນໃຈກັບສິ່ງທີ່ເຮັດໃຫ້ທ່ານມີຄວາມສຸກ ຈະຊ່ວຍຫຼຸດຄວາມຄຽດ ແລະເຮັດໃຫ້ທ່ານກັບໄປເຮັດວຽກດ້ວຍອາລົມທີ່ດີຂຶ້ນໄດ້.
  6. ພັກຜ່ອນ: ຖ້າທ່ານກຳລັງພົບກັບເລື່ອງທີ່ເຮັດໃຫ້ໃຈຮ້າຍ ຫຼື ຕຶງຄຽດທີ່ສຸດ ການພາໂຕເອງອອກຈາກສະຖານະການ ທີ່ຮຸນແຮງນັ້ນ ກໍຄື ການອອກໄປກິນເຂົ້າສວາຍ, ດື່ມກາເຟ, ອອກໄປຍ່າງຫຼິ້ນ ໂດຍການປະໂທລະສັບ ໄວ້ທາງຫຼັງ. ວິທີນີ້ ເປັນວິທີແກ້ບັນຫາດີທີ່ສຸດຢ່າງນຶ່ງ. ການອອກຈາກຫ້ອງເຮັດວຽກໄປ ຈະເຮັດໃຫ້ທ່ານໄດ້ຜ່ອນຄາຍທັງຮ່າງກາຍ ແລະຈິດໃຈ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.