Friday, March 21, 2025

8 ອາຫານທີ່ມີປະໂຫຍດ ແຕ່ບໍ່ຄວນອຸ່ນຄືນ

ການອຸ່ນອາຫານກາຍ ເປັນວິຖີຊີວິດຂອງຄົນຮຸ່ນໃໝ່ ດ້ວຍເວລາທີ່ຈຳກັດ ພ້ອມທັງມີອາຫານສຳເລັດຮູບທີ່ມີຂາຍຢູ່ຢ່າງຫຼວງຫຼາຍ ເຮັດໃຫ້ຫຼາຍຄົນ ນຳເອົາອາຫານທີ່ກິນບໍ່ເໝິດເຂົ້າໄວ້ຢູ່ໃນຕູ້ເຢັນ ແລະເມື່ອຈະກິນອີກຄັ້ງ ກໍນຳເອົາອອກມາອຸ່ນຄືນ. ແຕ່ຮູ້ບໍ່ວ່າ ການອຸ່ນອາຫານຊຳ້ໆ ສາມາດເຮັດໃຫ້ເກີດໂທດຕາມມາໄດ້.

  • ຜັກຊະນາລີ່: ເປັນຜັກທີ່ມີປະໂຫຍດ ນິຍົມນຳມາປະກອບອາຫານໄດ້ຫຼາຍຢ່າງ, ມີສັບພະຄຸນຊ່ວຍລ້າງພິດ, ຫຼຸດຄວາມດັນເລືອດ, ຊ່ວຍເລື່ອງລະບົບຍ່ອຍອາຫານ, ແກ້ອາການແໜ້ນທ້ອງ, ​ເຈັບທ້ອງ. ແຕ່ບໍ່ຄວນນຳເອົາຜັກຊະນາລີ່ໄປອຸ່ນຄືນອີກ ເພາະຈະເຮັດໃຫ້ສານໄນເຕຣດ ທີ່ຢູ່ໃນຜັກຊະນາລີ່ກາຍເປັນພິດໄດ້.

  • ບີ ທຣູດ: ນິຍົມນຳມາຄັ້ນເປັນເຄື່ອງດື່ມສົດໆ ແລະໃສ່ຍຳສະຫຼັດ, ມີປະໂຫຍດໃນການຕ້ານອະນຸມູນອິດສະຫຼະ, ​ລ້າງສານພິດໃນຮ່າງກາຍ ແລະປະໂຫຍດອື່ນໆ ທັງຍັງເຕັມໄປດ້ວຍສານປະເພດໄນເຕຣດສູງ ຄືກັບຜັກຊະນາລີ່. ແຕ່ຖ້າມັນໄດ້ຮັບຄວາມຮ້ອນ ຈະເຮັດໃຫ້ເກີດພິດກັບຜູ້ທີ່ກິນໄດ້. ດັ່ງນັ້ນ ຄວນເຮັດໃຫ້ສຸກແລ້ວຈຶ່ງກິນຕອນເຢັນ ຫຼື ອາດຈະກິນສົດໆເລີຍກໍໄດ້.

  • ຜັກຫົມ: ເປັນຜັກທີ່ມີໂປຣຕິນສູງ ຊຶ່ງມີທັງວິຕາມິນ ແລະແຮ່ທາດທີ່ດີຕໍ່ຮ່າງກາຍຫຼາຍຊະນິດ ເຊັ່ນ ແຄວຊຽມ, ທາດເຫຼັກ, ແມັກນີຊຽມ, ວິຕາມິນ A, B ແລະK. ຖ້າເຮົານຳມາອຸ່ນໃຫ້ຮ້ອນ ສານໄນເຕຣດເຫຼົ່ານີ້ຈະປ່ຽນເປັນໄນເຕດ ແລະສານກໍ່ມະເຮັງ.

  • ເຫັດ: ເປັນພືດຊະນິດນຶ່ງ ມີຫຼາຍຊະນິດ ທັງຊະນິດທີ່ກິນໄດ້ ແລະກິນບໍ່ໄດ້, ອຸດົມໄປດ້ວຍວິຕາມິນ ແລະແຮ່ທາດຫຼາຍຢ່າງ. ແຕ່ຖ້າເຮົາຫາກນຳເອົາມາອຸ່ນຄືນຊຳ້ອີກ ກໍຈະເຮັດໃຫ້ໂປຣຕິນທີ່ມີຢູ່ໃນເຫັດເສື່ອມສະພາບ ແລະກໍ່ໃຫ້ເກີດອັນຕະລາຍຕໍ່ກະເພາະອາຫານໄດ້.

potato
  • ມັນຝຣັ່ງ: ເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ, ແຕ່ຫຼັງຈາກເຮັດໃຫ້ສຸກແລ້ວ ຖ້າຫາກປະໄວ້ໃນອຸນຫະພູມຫ້ອງ ຫຼືເກັບໄວ້ໃນຕູ້ເຢັນ ຈະເຮັດໃຫ້ເກີດເຊື້ອ ໂບທູລິນຳ ແລະຖ້າໄດ້ຮັບຄວາມຮ້ອນຊຳ້ກໍຈະເຮັດໃຫ້ເກີດເປັນພິດຕາມມາ.

  • ຊີ້ນໄກ່: ປັດຈຸບັນຊີ້ນໄກ່ (ສ່ວນເອິກ) ກຳລັງເປັນທີ່ນິຍົມສຳລັບຄົນທີ່ຮັກສາສຸຂະພາບ ແລະມັກການອອກກຳລັງກາຍທີ່ສຸດ ເພາະມີໂປຣຕິນສູງແຖມໄຂມັນໜ້ອຍ. ແຕ່ອາຫານປະເພດນີ້ ຈະສູນເສຍປະໂຫຍດໄປເລີຍ ຖ້ານຳເອົາຊີ້ນໄກ່ໄປແຊ່ໄວ້ໃນຕູ້ເຢັນ ແລ້ວນຳມາອຸ່ນຊຳ້ ເພາະຈະເຮັດໃຫ້ໂປຣຕິນແປສະພາບ ແລະອາດເຮັດໃຫ້ເກີດບັນຫາໃນລະບົບທາງເດີນອາຫານໄດ້ອີກ.

  • ໄຂ່ຕົ້ມ: ເຖິງແມ່ນວ່າ ໄຂ່ຈະມີໂປຣຕິນສູງ ແຕ່ກໍບໍ່ຄວນສຳຜັດກັບຄວາມຮ້ອນອີກ. ການອຸ່ນໄຂ່ ໃນອຸນຫະພູມສູງ ອາດເຮັດໃຫ້ສົ່ງຜົນເສຍຕໍ່ລະບົບທາງເດີນອາຫານໄດ້.
  • ເຂົ້າ: ເຂົ້າກ້ອງ, ເຂົ້າຫອມມະລິ ເປັນເຂົ້າທີ່ມີປະໂຫຍດຊ່ວຍບຳລຸງຮ່າງກາຍ, ຟື້ນຟູ ແລະເພີ່ມພະລັງງານໃຫ້ແກ່ຮ່າງກາຍ.  ແຕ່ການອຸ່ນເຂົ້າຄືນອີກ ກໍອາດກໍ່ໃຫ້ເກີດໂທດໄດ້ຄືກັນ ເຖິງແມ່ນວ່າ ການອຸ່ນເຂົ້າອາດຈະບໍ່ໄດ້ສົ່ງຜົນໃຫ້ເກີດອາຫານເປັນພິດໂດຍກົງ, ແຕ່ອີກປະການນຶ່ງ ການວາງເຂົ້າສຸກທີ່ກິນບໍ່ເໝິດ ໄວ້ໃນອຸນຫະພູມຫ້ອງ ເມື່ອນຳໄປອຸ່ນຊຳ້ອີກ ກໍຈະເກີດສານພິດທີ່ເຮັດໃຫ້ປວດຮາກ ຫຼື ເຈັບທ້ອງໄດ້. ສະນັ້ນ ບໍ່ຄວນເອົາໄວ້ໃນຫ້ອງ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່