ກິນເມັດໝາກບົວ ຕ້ານມະເຮັງຕັບ, ແກ້ໂຣກຫົວໃຈ, ບໍາລຸງປະສາດ

ໃນເມັດໝາກບົວ ອຸດົມໄປດ້ວຍ ວິຕະມິນເອ, ວິຕະມິນຊີ, ວິຕະມິນອີ, ໂປຣຕິນ ປະມານ 23 ເປີເຊັນ, ເກືອແຮ່, ຟົດສະຟໍ ຊຶ່ງມີສັບພະຄຸນໃນການບໍາລຸງສະຫມອງ, ບໍາລຸງປະສາດ, ບໍາລຸງໄຂ່ຫລັງ, ປ້ອງກັນມະເຮັງຕັບ ເພາະໄປຂ້າເຊື້ອລາໃນຕັບ, ຊ່ວຍໃນການປົວພະຍາດຖອກທ້ອງ ແລະ ທ້ອງບິດຊໍາເຮື້ອ, ເປັນຢາບໍາລຸງເລືອດ ແລະ ທີ່ສໍາຄັນບີບົວທີ່ຂົມໆນັ້ນ ແກ້ໂຣກຫົວໃຈ.

ສໍາລັບການກິນເພື່ອບໍາລຸງເລືອດ ແມ່ນຕ້ອງກິນແກ່ນບົວສົດເທົ່ານັ້ນ. ເມັດບົວຕົ້ມສຸກ, ເມັດບົວແຫ້ງ ຫລືເມັດບົວນໍ້າເຊື່ອມ ບໍ່ມີປະສິດທິຜົນຄືເມັດບົວສົດ.  ມີການວິໄຈພົບວ່າ ໃນເມັດບົວ ມີສານຕ້ານອະນຸມູນອິດສະຫລະໃນປະລິມານຫຼາຍ ຊຶ່ງສານນີ້ ມີຄຸນສົມບັດຫລາຍຢ່າງ ເຊັ່ນ:

  1. ຖ່ວງເວລາການແກ່ຊະລາຂອງອະໄວຍະວະ ແລະ ຜິວພັນ.
  2. ປ້ອງກັນມະເຮັງ ໂດຍສະເພາະ ມະເຮັງຕັບ.
  3. ບີບົວ ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, ແກ້ກະຫາຍນໍ້າ ແລະ ແກ້ນໍ້າກາມເຄື່ອນຕົວໃນຂະນະນອນຫຼັບ.
  4. ນວນຂອງເມັດບົວ ທີ່ມິຣົດຊາດຝາດຫອມ ຊ່ວຍບໍາລຸງກໍາລັງ, ບໍາລຸງໄຂຂໍ້, ເຮັດໃຫ້ມີແຮງ, ແກ້ເສມຫະ, ແກ້ບີພິການ, ແກ້ອ່ອນເພຍ ແລະ ເພີ່ມໄຂມັນດີໃຫ້ຮ່າງກາຍ.
  5. ກາກໝາກບົວ ມີຣົດຊາດຝາດ ຊ່ວຍປົວບາດແຜໃນມົດລູກ.
  6. ກາກດອກບົວ ມີຣົດຊາດເຢັນເມົາ ສາມາດນໍາໄປຕາກແຫ້ງ ແລ້ວເອົາມາຕິດໄຟ ເພື່ອສູບເປັນຢາແກ້ລິດສະດວງດັງ.

ແຕ່ມີການວິໄຈວ່າ ເມັດບົວພື້ນບ້ານເຮົາມີປະສິດທິຜົນທາງຢາຫຼາຍກວ່າ ເມັດບົວ ທີ່ນໍາເຂົ້າຈາກ ປະເທດຈີນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...