ຂໍຂອບໃຈນຳຜູ້ສະໜັບສະໜູນ

Mark Zuckeberg ໄດ້ເປີດໂຕ Cloud API ໃນ WhatsApp ທີ່ຈະຊ່ວຍໃຫ້ທຸລະກິດ ແລະ ນັກພັດທະນາສາມາດເຊື່ອມລະບົບເຂົ້າ Platform ໄດ້

API ຫຼື Application Program Interface ສ່ວນຕໍ່ປະສານໂປແກຣມປະຍຸກ ແມ່ນກົນໄກທີ່ຈະຊ່ວຍໃຫ້ສ່ວນປະກອບຊອບແວສອງສ່ວນ ສາມາດສື່ສານກັນໄດ້ໂດຍໃຊ້ຊຸດຄຳຈຳກັດຄວາມ ເຊັ່ນ: ລະບົບຊອບແວຂອງສຳນັກພະຍາກອນອາກາດປະກອບດ້ວນຂໍ້ມູນສະພາບອາກາດລາຍວັນ, ແອັບສະພາບອາກາດໃນໂທລະສັບຂອງເຈົ້າຈະສື່ສານກັບລະບົບ API ແລະ ສະແດງການອັບເດດສະພາບອາກາດທຸກມື້ໃນໂທລະສັບຂອງເຈົ້າ ນີ້ແມ່ນຫານເຮັດວຽກຂອງ API

WhatsApp ເປັນບໍລິການທີ່ຄົນລາວນິຍົມໃຊ້ໃນການສື່ສານເປັນສ່ວນໃຫຍ່ ແລະ ການນໍາໃຊ້ເພື່ອເຮັດທຸລະກິດແມ່ນຍັງຄ່ອນຄ້າງອັບເດດຊ້າເມື່ອທຽບກັບຄູ່ແຂ່ງງາຍອື່ນ ທີ່ເຂົ້າຕະຫຼາດມາກ່ອນແລ້ວ, ກ່ອນໜ້ານີ້ ທາງ WhatsApp ກໍເຄີຍເປີດໂຕ Business API ມາກ່ອນ ແຕ່ຈຳກັດວິທີການໃຊ້ງານວ່າ ຜູ້ໃຊ້ຕ້ອງມີເຊີບເວີເປັນຂອງໂຕເອງ ຫຼື ໃຊ້ຜ່ານເຊີບເວີຂອງຄູ່ການຄ້າທີ່ໄດ້ຮັບອະນຸຍາດເທົ່ານັ້ນ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Cloud API ເປັນການເປີດ API ທີ່ເປີດໃຊ້ງານໃນຄາວຂອງ Meta ເອງເລິຍ ໂດຍເຮົາບໍ່ຈຳເປັນບໍ່ຕ້ອງຕັ້ງເຊີບເວີເຮົາເອງ ແລະ ເປີດໃຫ້ສາມາດໃຊ້ງານຟຣີ ເໝາະກັບທຸລະກິດຂະໜາດນ້ອຍຫຼາຍຂຶ້ນ

ນອກຈາກນັ້ນ ການເປີດໂຕຂອງ Cloud API ແລ້ວວ WhatsApp ຍັງອັບເດດ WhatsApp Business App ສຳລັບຄົນທີ່ຕ້ອງການໃຊ້ງານຜ່ານແອັບ (ບໍ່ຕ້ອງເຊື່ອມ API ເອງ) ໄດ້ເພີ່ມຟີເຈີໃຫມ່ໆເຊັ່ນ: ລະບົບຫຼັງບ້ານຈັດການແຊັດ ສາມາດໃຊ້ອຸປະກອນເຂົ້າມາໃຊ້ງານສູງສຸດ 10 ເຄື່ອງ ເພື່ອຊ່ວຍກັນຕອບແຊັດ.

ຂໍ້ມູນຈາກ: meta

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້