ໄອເດຍດີ ປູກຜັກແບບໃໝ່! ໄດ້ຜົນຜະລິດຕະຫຼອດປີ

ນີ້ແມ່ນໄອເດຍຈາກຊາວກະສິກອນລຸ້ນໃໝ່ ທີ່ໄດ້ເຜີຍເຖິງເຄັດລັບໃນການປູກພືດຜັກໝຸນວຽນທີ່ບໍ່ຄືໃຜ, ສາມາດຫຼຸດຕົ້ນທຶນ ແລະ ເຮັດໃຫ້ຜັກປອດສານພິດຫຼາຍຂຶ້ນ ແຕ່ໄດ້ຮັບຜົນຜະລິດທີ່ໜ້າເພິ່ງພໍໃຈ.

ສຳລັບແນວຄວາມຄິດນີ້ ໄດ້ຖືກຖ່າຍທອດໂດຍ ທ່ານ ພົງພັດ ຊາວກະສິກອນລຸ້ນໃໝ່ ທີ່ມີແນວຄວາມຄິດທີ່ບໍ່ຄືໃຜໃນການປູກຜັກ ເຊິ່ງເຂົາໄດ້ບອກວິທີປູກຜັກໃນແບບຂອງເຂົາດັ່ງນີ້ ກ່ອນອື່ນແມ່ນຕ້ອງໄດ້ແບ່ງພື້ນທີ່ປູກອອກເປັນໜານຍ່ອຍ ເຊິ່ງໃນແຕ່ລະໜານຈະຖືກແບ່ງເປັນ 7 ແຖວ ປູກພືດ 7 ຊະນິດ ສະຫຼັບແຖວກັນໄດ້ແກ່ ຫອມບົວແບ່ງ, ຜັກຫົມແດງ, ສະນາລີ້, ຜັກສະລັດ, ຜັກບົ້ງ, ກະເພົາ, ບົວລະພາ ແລະ ຜັກອື່ນໆ ຕາມລະດູການ ເຊັ່ນຜັກພື້ນບ້ານທີ່ມີຄວາມຕ້ອງການຂອງຕະຫຼາດໃນແຕ່ລະຊ່ວງ ແລະ ຜັກເຄື່ອງຄຽງຕ່າງໆ ເຊິ່ງເຕັກນິກແບບນີ້ສາມາດນຳເອົາໄປວາງແຜນ ແລະ ປະຕິບັດຕົວຈິງໄດ້ເລີຍ.

ການນຳເອົາພືດຜັກລົງມາປູກໃນ 1 ແຖວ ຈະທະຍອຍປູກຫ່າງກັນໜານລະ 1 ມື້ ເຮັດໃຫ້ການປູກພືດ 7 ຊະນິດ 7 ແຖວ ຂອງແຕ່ລະໜານ ຈະຕ້ອງປູກຫ່າງກັນ 1 ອາທິດ, ໂດຍເລີ່ມຈາກພືດທີ່ມີອາຍຸເກັບກ່ຽວດົນທີ່ສຸດກ່ອນ ເປັນຕົ້ນແມ່ນ:

  • ອາທິດທີ 1 ປູກຜັກສະນາລີ້ ອາຍຸເກັບກ່ຽວ 60 ມື້.
  • ອາທິດທີ 2 ປູກຜັກສະລັດ ອາຍຸເກັບກ່ຽວ 50 ມື້.
  • ອາທິດທີ 3 ປູກຜັກຫອມບົ່ວແບ່ງ ອາຍຸເກັບກ່ຽວ 45 ມື້.
  • ອາທິດທີ 4 ປູກຜັກຫົມແດງ ອາຍຸເກັບກ່ຽວ 35 ມື້.
  • ອາທິດທີ 5 ປູກຜັກບົ້ງ ອາຍຸເກັບກ່ຽວ 25 ມື້.
  • ອາທິດທີ 6 ປູກຜັກທີ່ເກັບກ່ຽວຜົນຜະລິດໄດ້ໃນໄລຍະເຄິ່ງປີ ເຊັ່ນ ກະເພົາ, ບົວລະພາ.
  • ອາທິດທີ 7 ປູກຜັກພື້ນບ້ານເຊັ່ນ ຜັກຫອມລາບ, ໝາກເຜັດ ແລະ ຜັກເຄື່ອງຄຽງຕ່າງໆ.

ສາເຫດທີ່ປູກແບບນີ້ ກໍເພາະວ່າ ເວລາເກັບກ່ຽວຜັກຈະໄດ້ເກັບກ່ຽວພ້ອມກັນທຸກຊະນິດ ໂດຍບໍ່ຕ້ອງກັງວົນວ່າ ຈະມີຜົນຜະລິດຊະນິດໃດໜຶ່ງຫຼາຍເກີນໄປຈົນເຮັດໃຫ້ລາຄາຕົກ.

ເມື່ອເກັບກ່ຽວຜົນຜະລິດແລ້ວໆ ໃຫ້ປີ້ນດິນໃນໜານຜັກຖົມຕໍເກົ່າ ເພື່ອເຮັດເປັນຝຸ່ນອິນຊີ ໂດຍຈະປະໄວ້ 3 ມື້ ແລ້ວໃຫ້ເລີ່ມປູກຜັກຊະນິດໃໝ່ທັນທີ (ຍົກເວັ້ນກະເພົາ, ບົວລະພາ ເພາະສາມາດເກັບກ່ຽວໄດ້ຈົນເຖິງອາຍຸເຄິ່ງປີ) ແລະ ເມື່ອເລີ່ມປູກໃໝ່ ບໍ່ຄວນປູກພືດຊະນິດດຽວກັນຊ້ຳບ່ອນເກົ່າ, ໃຫ້ປູກຜັກຊະນິດອື່ນສະຫຼັບກັນໄປ ເພື່ອປ້ອງກັນໂຣກຕ່າງໆ ໃນຜັກ ແລະ ເປັນການເພີ່ມຄວາມອຸດົມສົມບູນໃນໜ້າດິນ ຄ້າຍຄືກັບການປູກພືດໝຸນວຽນອື່ນ ເຊັ່ນ ປູກຖົ່ວດິນ ຫຼັງເຮັດນາແລ້ວ ເພື່ອຊ່ວຍບຳລຸງດິນ ແລະ ເພີ່ມແຮ່ທາດໃນດິນ.

ການທີ່ເຮົາປູກພືດຫຼາຍຊະນິດສະຫຼັບກັນແບບນີ້ ຂໍ້ດີກໍຄື ພືດຈະເພິ່ງພາອາໄສກັນ, ບໍ່ຍາດແຍ່ງສານອາຫານຕົວດຽວກັນ ເຮັດໃຫ້ມີທາດອາຫານໝຸນວຽນຢູ່ໃນດິນຄົບຖ້ວນ, ເມື່ອເວລາເກັບກ່ຽວຜົນຜະລິດ ເຮົາກໍສະຫຼັບບ່ອນປູກ ດິນກໍຈະບໍ່ພົບກັບພືດຊ້ຳກັນໃນບ່ອນເກົ່າ ບັນດາເພ້ຍອ່ອນທີ່ມັກເກີດຂຶ້ນກັບຜັກສະນາລີ້, ໂຣກທີ່ເກີດກັບຜັກສະລັດ, ຜັກບົ້ງ ແລະ ພືດຊະນິດອື່ນທີ່ເຮົາປູກ ຈະສັບສົນ ເພາະພືດແຕ່ລະຊະນິດຈະຍ້າຍບ່ອນປູກໄປເລື້ອຍໆ ສຸດທ້າຍກໍເກືອບຈະບໍ່ມີໂຮກ ແລະ ແມງໄມ້ມາລົບກວນ ເຮັດໃຫ້ເຮົາບໍ່ຕ້ອງເພິ່ງພາສານເຄມີ, ອີກທັງເປັນການຫຼຸດຕົ້ນທຶນໃນການປູກ ແລະ ປອດສານເຄມີຫຼາຍຂຶ້ນນຳອີກ.

ຖ້າຫາກວ່າ ເຮົາເຮັດແບບນີ້ໄດ້ຄົບທຸກໜານ ເຮົາຈະມີຜົນຜະລິດໃຫ້ເກັບຂາຍຕະຫຼອດປີ ແບບບໍ່ຕ້ອງຫ່ວງເລື່ອງລາຄາ ເຖິງວ່າລາຄາຜົນຜະລິດບາງຊະນິດໃນລະດູການນັ້ນ ຈະຕົກຕ່ຳກໍຕາມ ແຕ່ກໍຍັງມີພືດຊະນິດອື່ນມາຊ່ວຍດຶງລາຄາຂຶ້ນ ເມື່ອສະເລ່ຍລາຍຮັບອອກມາແລ້ວ ລາຍໄດ້ຂອງເຮົາກໍບໍ່ຫຼຸດລົງຫຼາຍ ແລະ ທີ່ສຳຄັນ ເປັນການປູກທີ່ຊ່ວຍຫຼຸດຕົ້ນທຶນ ເພາະຈະຫຼຸດຄ່າປ໋ຍ ແລະ ສານເຄມີຕ່າງໆໄປໄດ້ຫຼາຍຂຶ້ນ.

ທີ່ມາ:

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: