ຖືກໃຈຄົນບໍ່ມັກອ່ານ! ໃຫ້ Browser ອ່ານບົດຄວາມໃນເວັບໄຊ ແລ້ວເຮົານັ່ງຟັງ

ໃຜເປັນແນ່ ທີ່ຄ້ານອ່ານບົດຄວາມຍາວໆ ແຕ່ກໍຢາກຮູ້ຢາກຟັງ, ປັດຈຸບັນ Browser Microsoft Edge ສາມາດອ່ານບົດຄວາມຕ່າງໆໃນໜ້າເວັບໄຊທີ່ເປັນພາສາລາວ ໄດ້ແລ້ວ

ສຳລັບຜູ້ທີ່ບໍ່ຢາກເສຍເວລາກັບການອ່ານບົດຄວາມຍາວໆ ສາມາດລອງເຂົ້າ Browser ເບິ່ງໄດ້ ໃຫ້ Ai ຊ່ວຍໃນການອ່ານ ແລ້ວເຮົານັ່ງຟັງ, ວິທີການແມ່ນບໍ່ຍາກ ພຽງແຕ່ ເຂົ້າເວັບໄຊໃດໜຶ່ງທີ່ເປັນພາສາລາວ ແລ້ວຈະມີຮູບປຶ້ມຂຶ້ນມາ ຢູ່ຂ້າງເທິງ ແລ້ວໃຫ້ກົດໄປທິາຮູບປຶ້ມ, ແລ້ວກໍຈະເດັ້ງເຂົ້າໄປທີ່ໜ້າທີ່ອ່ານບົດຄວາມໃຫ້ເຮົາຟັງ ສາມາດປັບລະດັບ ຄວາມໄວໃນການອ່ານໄດ້ ຖ້າຢາກຟັງຊ້າກໍປັບໃຫ້ຊ້າລົງ ຖ້າຢາກຟັງໄວໆກໍປັບຂຶ້ນ (ແຕ່ສຳນຽງອາດຈະອອກໄປທາງ ແຂວງ ຫຼວງພະບາງ)

ຟັງຊັ້ນທີ່ເຮົານໍາສະເໜີໄປນັ້ນ ສາມາດໃຊ້ໄດ້ທັງໃນໂທລະສັບ ແລະ ຄອມພິວເຕີ ພຽງແຕ່ເຂົ້າເບິ່ງບົດຄວາມໃນ Browser ຂອງ Microsoft Edge.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...