Thursday, October 30, 2025
Kbank Laos โอน รับ จ่าย

ສະກາຍ ໜຸ່ມຜູ້ຫຼົງໄຫຼ ໃນການເຮັດກາເຟ

“ການທີ່ຈະເປັນນັກຊົງກາເຟ ຫຼື BARISTA ໄດ້ນັ້ນ ບໍ່ແມ່ນເລື່ອງຍາກ ແຕ່ການທີ່ຈະເປັນ BARISTA ທີ່ເຂົ້າໃຈເຖິງຣົດຊາດກາເຟໄດ້ນັ້ນ ຍາກກວ່າ ຖ້າບໍ່ມີໃຈຮັກແທ້ໆ” ນີ້ແມ່ນຄຳເວົ້າຂອງ ທ້າວ ໄຊປັນຍາ ຜາຍພະກົມມາ ຫຼື ໜຸ່ມສະກາຍ BARISTA ລາວ ໄວ 25 ປີ ເຈົ້າຂອງຮ້ານ Grace Café ນະຄອນຫຼວງ ວຽງຈັນ ທີ່ຫຼົງຮັກໃນການເຮັດກາເຟ ຈົນກາຍເປັນອາຊີບທີ່ສ້າງລາຍຮັບໃຫ້ກັບເຂົາເປັນຢ່າງດີ.

ປັດຈຸບັນ ເຂົາມີຮ້ານກາເຟຢູ່ 8 ສາຂາ ຄື ນະຄອນຫຼວງ 6 ສາຂາ, ບໍລິຄຳໄຊ 1 ສາຂາ ແລະ ຈຳປາສັກ 1 ສາຂາ.

ສະກາຍ ເລົ່າໃຫ້ຟັງວ່າ: ຕອນອາຍຸ 18 ປີ ເຂົາໄດ້ໄປສຶກສາຢູ່ທີ່ປະເທດ ອົດສະຕາລີ ຕອນນັ້ນ, ເຂົາເຂົ້າໃຈວ່າ ການເປັນ BARISTA ຢູ່ໃນຮ້ານນັ້ນ ຈະເຮັດໃຫ້ໂຕເອງມີຄວາມເທ້, ໄດ້ແຕ່ງໂຕດີ ແລະ ມີເງິນເດືອນສູງໆ ເຊິ່ງເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ເຂົາມີຄວາມຄິດຢາກໄປຮຽນເປັນ BARISTA ໂດຍບໍ່ໄດ້ຄິດວ່າ BARISTA ນັ້ນ ແມ່ນຫຍັງ?  

ເຂົາຕັດສິນໃຈເຂົ້າໄປຮຽນເປັນ BARISTA ຢູ່ຮ້ານກາເຟຊື່ດັງ ໃນປະເທດ ອົດສະຕາລີ, ແຕ່ຫຼັງຈາກຮຽນໄດ້ພຽງ 2 ມື້ ເຈົ້າຂອງຮ້ານກໍໄດ້ສົ່ງເງິນຄືນ ແລະ ບອກກັບເຂົາວ່າ ຢາກມາເປັນເດັກເສີບຢູ່ທີ່ຮ້ານກາເຟນີ້ບໍ່?ເພື່ອຮຽນຮູ້ການເປັນ BARISTA, ເຂົາຈຶ່ງຕັດສິນໃຈເຂົ້າມາເຮັດວຽກເປັນເດັກເສີບກ່ອນ. 

ສະກາຍ ໄດ້ໃຊ້ເວລາຮຽນຮູ້ໂຕຈິງຈາກ BARISTA ຢູ່ໃນຮ້ານ ປະມານ 1 ປີ ຈຶ່ງຈະໄດ້ຈັບເຄື່ອງຊົງກາເຟ ເຊິ່ງເຂົາຮູ້ດີວ່າ ໄລຍະເວລາ 1 ປີມັນບໍ່ແມ່ນເລື່ອງງ່າຍເລີຍ ແລະ ມັນກໍຂຶ້ນຢູ່ກັບຄົນທີ່ຮຽນຮູ້ພ້ອມ ວ່າເຂົາເຈົ້າຮຽນຮູ້ໄດ້ໄວຊ່ຳໃດ.  

“ເຂົາໃຊ້ເວລາ 4 ປີ ໃນການເປັນເດັກເສີບ ແລະ ເປັນ BARISTA ຢູ່ທີ່ຮ້ານ ຈົນເປັນທີ່ຍອມຮັບຈາກເຈົ້າຂອງຮ້ານ ແລະ ລູກຄ້າເປັນຢ່າງດີ”. 

ຫຼັງຈາກນັ້ນ ສະກາຍ ຈຶ່ງໄດ້ກັບມາປະເທດລາວ ແລະ ໄດ້ເຮັດວຽກກັບລັດຢູ່ 2 ປີ ແລະ ມີຄວາມຄິດຢາກພັດທະນາຮ້ານກາເຟໃນລາວ ຈຶ່ງເລີ່ມເລາະຊິມກາເຟແຕ່ລະຮ້ານ ພ້ອມທັງສຶກສາເລື່ອງກາເຟໄປນຳ, ຫຼັງຈາກນັ້ນ ເຂົາກໍຕັດສິນໃຈອອກຈາກການເຮັດວຽກກັບລັດ ແລ້ວມາພັດທະນາຄວາມຮູ້ກ່ຽວກັບກາເຟເຕັມໂຕ ແລະ ໄດ້ເປີດຮ້ານ Grace Café ຂຶ້ນມາ.

ສຳລັບເມນູກາເຟທີ່ເຂົາໄດ້ຄິດຄົ້ນຂຶ້ນມາໃໝ່ ແມ່ນ ລາເຕ້ດອກອັນຊັນ, ລາເຕ້ຄຣີມຊີດສ໌, ກາເຟສາມຊັ້ນ ເຊິ່ງມີ ນົມຢູ່ກົ້ນຈອກ ຕາມດ້ວຍກາເຟຢູ່ທາງກາງ ແລະ ຟອງນົມຢູ່ດ້ານເທິງ ເຊິ່ງເປັນເອກະລັກຂອງທາງຮ້ານ.  

ນອກຈາກນີ້ ກາເຟ ທີ່ ສະກາຍ ນຳມາໃຊ້ ແລະ ສົ່ງເສີມໃຫ້ຊາວສວນກາເຟປູກ ແມ່ນສາຍພັນ ອາຣາບີກາ ຄາຕິມໍ (ARABICA CATIMOR) ເຊິ່ງເປັນສາຍພັນກາເຟທີ່ ແຊບ ແລະ ເປັນທີ່ຮູ້ຈັກກັນດີຂອງຜູ້ທີ່ມັກດື່ມກາເຟ ໃນທົ່ວໂລກ. ເຊິ່ງເຂົາເອງເປັນຄົນຄັດເມັດກາເຟເອງ, ຂົ້ວເອງ ຫຼື ເວົ້າອີກຢ່າງໜຶ່ງວ່າ ເຮັດເອງທຸກຂັ້ນຕອນ ເພື່ອໃຫ້ໄດ້ເມັດກາເຟທີ່ມີຄຸນນະພາບອອກມາ.

ສຳລັບຄວາມຝັນໃນອະນາຄົດ ຂອງ ສະກາຍ ແມ່ນການໄປເປີດຮ້ານກາເຟ ຢູ່ປະເທດ ອົດສະຕາລີ ເຊິ່ງປັດຈຸບັນ ສະກາຍ ກໍໄດ້ກະກຽມແຜນໄວ້ແລ້ວ ເພື່ອຈະໄປສານຝັນໃນການເປີດຮ້ານກາເຟຢູ່ທີ່ນັ້ນ. 

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.