Thursday, October 16, 2025
Kbank Laos โอน รับ จ่าย

ທາດໝາກໂມ ວັດວິຊຸນ ວັດທີ່ເກົ່າແກ່ຂອງຫຼວງພະບາງ

ວັດວິຊຸນ ຕັ້ງຢູ່ຂອບເຂດຕົວເມືອງຫຼວງພະບາງ ເຊິ່ງສ້າງຂຶ້ນໃນໄລຍະຊຸມປີ 1515 ພໍເມື່ອມາເຖິງຊຸມປີ ຄ.ສ 1800 ບັນດາພວກໂຈນທຸງດຳ ທະຫານຂ້າເສີກ ພາຍໃຕ້ການບັງຄັບບັນຊາຂອງຫໍ້ (ຈີນ) ເຊິ່ງໄດ້ເຂົ້າມາບຸກໂຈມຕີ ຮຸກຮານປຸກລະດົມ ເຮັດໃຫ້ສະຖານທີ່ແຫ່ງນີ້ຖືກທຳລາຍສ່ວນໜຶ່ງ ຈົນມາເຖິງປີ ຄ.ສ 1898 ຈຶ່ງໄດ້ມີການປະຕິສັງຂອນສະຖານທີ່ດັ່ງກ່າວສຳເລັດ ກໍໄດ້ມີການອັນເຊີນພະບາງມາປະດິດສະຖານໃນວັດແຫ່ງນີ້ ສະຖານທີ່ແຫ່ງນີ້ຈຶ່ງກາຍເປັນທີ່ປະທັບຂອງພະບາງ

ສຳລັບເອກະລັກຂອງວັດດັ່ງກ່າວແມ່ນ ສັງເກດເຫັນໄດ້ຈາກປະຕູໄມ້ ທີ່ມີການຂວັດລາຍຢ່າງສວຍງາມ ແລະປ່ອງຢ້ຽມທີ່ເປັນສະຖາປັດຕະຍາກຳແບບຂອນ, ທີ່ບໍ່ມີວັດແຫ່ງໃດຄື ເພາະໄດ້ເອົາແບບມາຈາກ ວັດພູຈຳປ່າສັກ ທີ່ຕັ້ງຢູ່ພາກໃຕ້ຂອງລາວ, ສ່ວນທາງດ້ານໃນຂອງວັດ ມີພະພຸດທະຮູບເກົ່າແກ່ ແລະຫີນສີລາຈາລືກ ຮູບແບບຕ່າງໆແຈກຢາຍເປັນຈຳນວນຫຼາຍ, ອີກດ້ານໜຶ່ງກໍສືມເນື່ອງມາຈາກ ມະເຫສີ (ເມຍ) ຂອງ ພະເຈົ້າ ວິຊຸນນະລາດ ເປັນຜູ້ນຳພາໃຫ້ມີການສ້າງພະທາດຂຶ້ນ ເຊິ່ງເປັນທາດທີ່ແຕກຕ່າງກັບທາດແຫ່ງອື່ນໆ ເພາະມີລັກສະນະເປັນຮູບຊົງກົມຕັດເຄີ່ງ ເບີ່ງແລ້ວຄືກັບໝາກໂມ ຈື່ງຮຽກວ່າ ທາດໝາກໂມ (ທາດປະທຸມ) ມາເຖິງປີ ຄ.ສ 1942 ວັດແຫ່ງນີ້ກໍໄດ້ຖືກນຳໃຊ້ເປັນພິພິດຕະພັນ ສີລະປະທາງດ້ານສາສະໜາ ແລະສະຖານທີ່ປະດິດສະຖານ ຂອງພະພຸດທະຮູບຄຳ ແລະວັດຖຸບູຮານອື່ນໆອີກເປັນຈຳນວນຫຼາຍ

ນອກຈາກສະຖານທີ່ດັ່ງກ່າວ ຈະເປັນວັດເກົ່າແກ່ ພາຍໃນເມືອງຫຼວງພະບາງແລ້ວ ກໍຍັງແມ່ນບ່ອນທີ່ປະຊາຊົນຊາວຫຼວງພະບາງ ກໍຄືແຂກບ້ານແຂກເມືອງໃຫ້ຄວາມເຄົາລົບນັບຖື, ໂດຍສະເພາະກໍແມ່ນຊາວພຸດທະສາສະນິກກະຊົນທັງຫຼາຍ ແນ່ນອນຄວາມເກົ່າແກ່ທີ່ມີມາ ແຕ່ດືກດຳບັນຍັງຖືກຖ່າຍທອດ ໃຫ້ບັນພະບູລຸດຄົນຮຸ່ນຫຼັງໄດ້ສຶກສາ

ແຫ່ງຂໍ້ມູນ:

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.