Tuesday, March 18, 2025

ນ້ຳຕົກຕາດຊາຍແດນ ເຂດພູສູງ ເມືອງ ສົບເບົາ ແຂວງ ຫົວພັນ

ນ້ຳຕົກຕາດຊາຍແດນເຂດພູສູງ ຕັ້ງຢູ່ບ້ານ ນ້ຳເຕີບ, ເມືອງ ສົບເບົາ, ແຂວງ ຫົວພັນ ເປັນອີກສະຖານທີ່ທ່ອງທ່ຽວແຫ່ງໜຶ່ງຂອງແຂວງ ຫົວພັນ ທີ່ມີຄວາມສວຍງາມດ້ວຍທຳມະຊາດ ມີຄວາມອຸດົມສົມບູນ ແລະ ເຕັມໄປດ້ວຍ ທັດສະນີຍະພາບທຳມະຊາດ, ພູຜາປ່າໄມ້

ຊຶ່ງຢູ່ຫ່າງຈາກເທດສະບານເມືອງ ສົບເບົາ ໄປທາງທິດຕາເວັນອອກ ຕາມເສັ້ນທາງເລກທີ່ 6B ປະມານ 28 ກິໂລແມັດ, ມີເນື້ອທີ່ສຳປະທານທັງໝົດ 6 ເຮັກຕາກວ່າ ໂດຍນ້ຳຕົກດັ່ງກ່າວ ເປັນການລົງທຶນສຳປະທານຂອງ ທ່ານ ເຍຍລີມົວ ນັກທຸລະກິດແຂວງຫົວພັນ

ໃນສະຖານທີ່ທ່ອງທ່ຽວແຫ່ງນີ້ປະກອບມີສິ່ງອຳນວຍຄວາມສະດວກ ແລະ ບັນດາກິດຈະກຳຫຼາຍຢ່າງ ເປັນຕົ້ນແມ່ນ ຂັ້ນໄດເຫຼັກຕັ້ງແຕ່ຫົວຕາດ ລົງມາຮອດຈຸດຜັກຜ່ອນປະມານ 765 ຂັ້ນ, ສ້າງສາຍສະລິງຍາວ 800 ກວ່າແມັດ, ສ້າງຂົວອູ່ຍາວ 140 ແມັດ ນອກນັ້ນ, ຍັງສ້າງຈຸດພັກເຊົາຕາມຂັ້ນໄດ, ສ້າງຕູບຜັກຜ່ອນ, ສ້າງໜອງປາ, ສວນສັດ, ເດີ່ນຈອດລົດ, ເດີນຈັດກິດຈະກຳ, ເດີນກິລາງົວຊົນ, ສ້າງເສັ້ນທາງລົງສູ່ເຂດທ່ອງທ່ຽວ, ສ້າງບ່ອນເກັບປີ້, ກໍ່ສ້າງເຮືອນພັກ ແລະ ອື່ນໆ

ສຳລັບການພັດທະນາເຂດດັ່ງກ່າວ ແມ່ນໄດ້ເລີ່ມມີການກໍ່ສ້າງມາແຕ່ ເດືອນ ມີນາ ປີ 2019 ເປັນຕົ້ນມາ ແລະ ໄດ້ຮັບການສະໜັບສະໜູນຈາກຄະນະພັກ, ອຳນາດການປົກຄອງບ້ານ ນ້ຳເຕີບ ແລະ ຄະນະພັກອຳນາດການປົກຄອງເມືອງ ສົບເບົາ, ເຊິ່ງມີອາຍຸສຳປະມານ 40 ປີ, ມູນຄ່າການກໍ່ສ້າງ ແລະ ລົງທຶນທັງໝົດ 539 ລ້ານກີບ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.