ນາງ ເກດມະນີ ແໜ້ນຄຳ, ນັກສຶກສາ ສະຖາບັນວິຈິດສິນແຫ່ງຊາດ ປີ 1 ເປັນແມ່ຍິງອີກຄົນໜຶ່ງ ທີ່ມັກ ແລະ ສົນໃຈໃນສິລະປະການແຕ້ມຮູບພາບ ເຮັດໃຫ້ເຂົາຕັດສິນໃຈເລືອກທີ່ຈະຮຽນໃນສາຍນີ້.

ຈຸດເລີ່ມຕົ້ນໃນການເຂົ້າມາຮຽນສິລະປະການແຕ້ມຮູບ ເກດມະນີ ຍ້ອນມີແຮງຈູງໃຈໃນການຢາກຫາປະສົບການໃໝ່ໆ, ຫາຄວາມຮູ້ໃຫ້ຕົນເອງໃນດ້ານສິລະປະ ເພາະວ່າໂຕເອງກໍເປັນຄົນມັກຮັກໃນດ້ານສິລະປະຢູ່ແລ້ວ ເຖິງວ່າຕົນເອງຈະບໍ່ເກັ່ງໃນການແຕ້ມ ແຕ່ກໍຢາກພັດທະນາໃນດ້ານທີ່ຕົນເອງມັກ ຈຶ່ງເລືອກຮຽນສາຍຈິດຕະກຳ ໂດຍສະເພາະ ແລະ ອີກສິ່ງໜຶ່ງ ແມ່ນໄດ້ຮັບແຮງສະໜັບສະໜູນຈາກພໍ່ແມ່ ທີ່ສົ່ງເສີມໃນດ້ານທີ່ເຮົາມັກ.

ເວົ້າເຖິງ ພອນສະຫວັນ ແລ້ວ ເກດມະນີ ບອກວ່າ ອາດຈະບໍ່ຄ່ອຍມີປານໃດ ແຕ່ເປັນຄົນມັກສະແຫວງຫາຫຼາຍກວ່າ ແລະ ເປັນຄົນທີ່ມີຈຸດເດັ່ນທາງດ້ານການເວົ້າຈາ, ກ້າສະແດງອອກ ແລະ ມັກເປັນຜູ້ນຳຫຼາຍກວ່າຜູ້ຕາມ, ທີ່ເລືອກຮຽນສາຍແຕ້ມ ບໍ່ແມ່ນວ່າຕົນເອງມີພອນສະຫວັນໃນການແຕ້ມ ແຕ່ເປັນຄົນມັກຮັກໃນງານສິນລະປະ ກັບສີ່ງທີ່ຄົນອື່ນຄິດວ່ານ້ອງເຮັດບໍ່ໄດ້ ມັນຫຍິ່ງເປັນແຮງຊຸກດັນໃຫ້ນ້ອງສະແຫວງຫາທາງດ້ານນີ້ຫຼາຍຂຶ້ນກວ່າເກົ່າ.

ຫຼັງຈາກທີ່ໄດ້ເຂົ້າມາຮຽນຕົວຈິງແລ້ວຄິດວ່າ ທຸກຢ່າງດີຂຶ້ນຫຼາຍ ຈາກທີ່ເຮົາບໍ່ຮູ້ໃນງານສິນລະປະ ກໍເຂົ້າໃຈໄດ້ເຖິງເຕັກນິກ, ການນຳໃຊ້ອຸປະກອນຕ່າງໆ ແລະ ຄຸນຄ່າຂອງຮູບ. ຄູອາຈານສອນດີຫຼາຍ ເພີ່ນຈະເນັ້ນປະຕິບັດຕົວຈິງ ເພື່ອໃຫ້ເຮົາເຂົ້າໃຈເລິກ ກ່ຽວກັບການແຕ້ມ, ການອອກແບບ ແລະ ການນຳໃຊ້ສີ.

ສຳລັບນ້ອງແລ້ວ ຜົນງານຂອງຕົນເອງ ຍັງບໍ່ທັນມີຮູບພາບໃດເພິ່ງພໍໃຈເທື່ອ ຖ້າທຽບກັບໝູ່ຜູ້ທີ່ເກັ່ງກວ່າ ເພາະຄິດວ່າຕົນເອງ ຍັງເຮັດມັນບໍ່ໄດ້ສຸດຄວາມສາມາດເທົ່າທີ່ຄວນ ແລະ ຄິດວ່າຖ້າກ້າວໄປເຖິງປີ 2 ຫາ ປີ 3 ຕົນເອງຈະມີຜົນງານເດັ່ນຂຶ້ນມາ ແລະ ເປັນທີ່ໜ້າປະທັບໃຈຫຼາຍກວ່ານີ້ ເພາະຕອນນີ້ມັນຫາກໍເປັນຈຸດເລີ່ມຕົ້ນສຳລັບນ້ອງ.

ສ່ວນລາຍແຕ້ມ ແຕ່ລະລາຍທີ່ນ້ອງໄດ້ແຕ້ມ ສ່ວນໃຫຍ່ມັນສື່ເຖິງການພັດທະນາບ້ານເມືອງ ແລະ ຜົນງານທີ່ມີຕໍ່ສັງຄົມທີ່ສື່ເຖິງ ການດຳລົງຊີວິດຂອງຄົນເຮົາໃນສະໄໝກ່ອນ ແລະ ປັດຈຸບັນ.
ອານະຄົດຈົບໄປນ້ອງຢາກເຮັດຫຍັງ? ນ້ອງຢາກເປັນຄູສອນແຕ້ມຮູບ ແຕ່ກໍບໍ່ໄດ້ຄາດຫວັງກັບມັນຫຼາຍເກີນໄປ ທີ່ຈິງກໍຢາກສ້າງຜົນງານເປັນຂອງຕົນເອງ ຫຼື ເປັນຄົນຮັບຈ້າງແຕ້ມຮູບທົ່ວໄປກໍໄດ້ ເພາະມັກວຽກອິດສະຫຼະ.