ຜາພຣະ ບ້ານປາກງາວ ສະຖານທີ່ສັກສິດ ຄູ່ເມືອງ ຫ້ວຍຊາຍ

ຜາພຣະ ທີ່ຕັ້ງຢູ່ບ້ານ ປາກງ້າວ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ ເປັນສະຖານທີ່ທ່ອງທ່ຽວ ທາງວັດທະນະທຳທີ່ສັກສິດ ແລະ ມີທຳມະຊາດທີ່ໜ້າທ່ອງທ່ຽວ ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນ ເຊິ່ງຢູ່ຫ່າງຈາກ ຕົວເມືອງ ຫ້ວຍຊາຍ ປະມານ 15 ກິໂລແມັດ.

ຜາພຣະ ແຫ່ງນີ້, ມີຮອຍຮູບພາບຢູ່ເທິງຜາຫິນ ທີ່ແກະສະຫຼັກດ້ວຍປາຍດາບຂອງ ເຈົ້າອານຸວົງ ເພື່ອເປັນການລະນຶກເຖິງ ດວງວິນຍານຂອງລູກສາວເພິ່ນ ທີ່ໄດ້ຊິ້ນພະຊົນຊີບ (ເສຍຊີວິດ) ຢູ່ສະຖານທີ່ແຫ່ງນີ້ ແລະ ຍັງຄົງປະກົດໃຫ້ຄົນລາວເຮົາທຸກຄົນໄດ້ເຫັນຈົນຮອດທຸກມື້ນີ້.

ນອກຈາກນີ້, ເພິ່ນຍັງໄດ້ຝັງເຄື່ອງຂອງທີ່ມີຄ່າຈຳນວນໜຶ່ງ ໄວ້ໂງ່ນຫີນກາງແມ່ນ້ຳຂອງ ແລະໄດ້ຂຽນຕຳລາຈາລຶກໄວ້ວ່າ: “ໄປພຽງຕາ ມາພຽງຕີນ” ແຕ່ໜ້າເສຍດາຍ ທີ່ເຄື່ອງຂອງມີຄ່າເຫຼົ່ານັ້ນ ໄດ້ຖືກກຸ່ມຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

ໃນການສະຫຼັກພຣະພຸດທະຮູບລົງໃນຜາ ຫຼື ກ້ອນຫິນ ແຄມຝັ່ງນ້ຳຂອງ ຜູ້ເຖົ້າຜູ້ແກ່ໄດ້ເລົ່າວ່າ ໃນສະໄໝກ່ອນ ເຈົ້າອານຸວົງ ໄດ້ເດີນທາງມາຕາມລຳນ້ຳຂອງ ເມື່ອມາຮອດເຂດດັ່ງກ່າວ ເຮືອທີ່ລູກສາວຂອງເພີ່ນນັ່ງມາ ໄດ້ລົ້ມລົງທີ່ແກ້ງຫິນ ໃນບໍລິເວນນີ້ ແລະ ເຮັດໃຫ້ລູກສາວຂອງ ເຈົ້າອານຸວົງເສຍຊີວິດ. ດັ່ງນັ້ນ, ເພີ່ນຈຶ່ງເຮັດ ອານຸສອນ ເພື່ອລະນຶກເຖິງລູກສາວຂອງເພີ່ນ ໂດຍການສ້າງພຣະພຸດທະຮູບໄວ້ທີ່ເທິງຜາ ໃກ້ບໍລິເວນທີເກີດອຸບັດເຫດ.

ຜາພຣະ ຖືວ່າເປັນສະຖານທີ່ອັນສັກສິດ ຂອງປະຊາຊົນແຂວງ ບໍ່ແກ້ວ ກໍຄືປະຊາຊົນທົ່ວປະເທດ ຜູ້ທີ່ໄດ້ຮູ້ເຖິງປະຫວັດຄວາມເປັນມາ ແລະ ມີສັດທາ ໃນສະຖານທີ່ອັນສັກສິດແຫ່ງນີ້ ຫຼາຍທ່ານທີ່ໄດ້ກາຍໄປ-ກາຍມາ ກໍຕ້ອງໄດ້ມາກາບໄຫວ້ບູຊາ ຂໍພອນອັນດີໃຫ້ແກ່ຕົນເອງ ແລະ ຄອບຄົວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...