ສຕລ ຂາຍປີ້ 10.000 ກີບ! ເພື່ອເຂົ້າເບິ່ງບານເຕະຮອບຄັດເລືອກ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ

ສຳລັບການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກດັ່ງກ່າວ ມີທັງໝົດ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ຊຶ່ງອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸສະເບກິສຖານ ໃນປີ 2023.

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຍັງໄດ້ເປັນຕົວແທນຈໍາໜ່າຍປີ້ ລາຄາພຽງແຕ່ 10.000 ກີບ ກໍສາມາດເຂົ້າຊົມການແຂ່ງຂັນບານເຕະ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກກຸ່ມ C ໃນລະຫວ່າງວັນທີ 10-18 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດຫຼັກ 16 ເຊິ່ງ ສປປ ລາວ ເປັນເຈົ້າພາບໃນການຈັດງານການແຂ່ງຂັນຄັ້ງນີ້ (ສາມາດຊຶ້ໄດ້ ໃນມື້ທີ່ມີການແຂ່ງຂັນ).

ອີງຕາມຂໍ້ມູນຂອງສະຫະພັນບານເຕະແຫ່ງຊາດລາວ ໃຫ້ຮູ້ວ່າ: ທີມຊາດລາວເຮົາ ຢູ່ກຸ່ມ C ຮ່ວມກັບ ຍີ່ປຸ່ນ, ເຢເມນ, ປາແລສຕິນ ແລະ ກວມ ຊຶ່ງຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ປະກອບມີ ວັນທີ 10/09/2022 ເວລາ 19:00 ທີມຊາດລາວ ພົບກັບ ກວມ, ວັນທີ 12/09/2022 ເວລາ 19:00 ທີມຊາດລາວ ພົບກັບ ຍີ່ປຸ່ນ, ວັນທີ 14/09/2022 ເວລາ 19:00 ທີມຊາດລາວ ພົບກັບ ເຢເມນ ແລະ ວັນທີ 18/09/2022 ເວລາ 19:00 ທີມຊາດລາວ ພົບກັບ ປາແລສຕິນ. ໂດຍທຸກໆນັດ ແມ່ນແຂ່ງຂັນຢູ່ທີ່ສະໜາມກິລາແຫ່ງຊາດຫຼັກ 16 ແລະ ຖ້າໃຜຢາກເບິ່ງແບບອອນລາຍກໍມີຖ່າຍ​ທອດ​ສົດ​ ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ລາວ ຊ່ອງ 3.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...