Monday, April 21, 2025

ລາວ ເລັ່ງສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າ ສູ່ຕະຫຼາດສາກົນ

ສະມາຄົມຫັດຖະກຳລາວ ຮ່ວມກັບ ບໍລິສັດ ມິສທິນກ້າວໜ້າລາວ ຈຳກັດ ຈະຈັດງານສັບປະດາຫັດຖະກຳຊົນເຜົ່າ (Lao Ethnical Crafts Week), ໃນລະຫວ່າງ ວັນທີ 8-18 ກັນຍາ 2022 ນີ້, ຢູ່ສູນການຄ້າພາກຊັນ, ນະຄອນຫຼວງ ວຽງຈັນ ເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ຫັດຖະກຳຊົນເຜົ່າໃນ ສປປ ລາວ ໃຫ້ສາມາດຂະຫຍາຍການຕະຫຼາດ ນັບມື້ກວ້າງຂວາງ ແລະ ໃຫ້ມີໂອກາດນໍາເອົາຜະລິດຕະພັນຂອງຕົນອອກໄປສູ່ຕະຫຼາດສາກົນ.

ທ່ານ ນາງ ສຸວິຕາ ປະເສີດ, ປະທານສະມາຄົມ ຫັດຖະກຳລາວ ໄດ້ຖະແຫຼງຂ່າວ ໃນວັນທີ 4 ກັນຍາ 2022 ຜ່ານມານີ້ ວ່າ: ການຈັດງານ ສັບປະດາຫັດຖະກໍາຊົນເຜົ່າໃນຄັ້ງນີ້, ແນໃສ່ສ້າງຂະບວນການສະເຫລີມສະຫລອງ “ວັນຫັດຖະກຳລາວ 1 ພະຈິກ”, ພ້ອມທັງສະເຫລີມສະຫລອງການສ້າງຕັ້ງສະ ມາຄົມຫັດຖະກຳລາວ ຄົບຮອບ 25 ປີ, ທັງເປັນການກະກຽມໃຫ້ແກ່ການຈັດງານ “ມະຫາກຳສີມືຫັດຖະ ກຳລາວ ຄັ້ງທີ 21” ທີ່ຈະໄດ້ຈັດຂຶ້ນໃນທ້າຍເດືອນຕຸລາ 2022 ທີ່ຈະມາເຖິງນີ້, ທັງເປັນການປະກອບສ່ວນ ອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກຳໃນຂອບເຂດທົ່ວປະເທດ, ຕໍ່ຍອດມູນເຊື້ອຫັດຖະກຳຂອງຮຸ່ນປູ່ຍ່າຕາຍາຍ ໃຫ້ມີຄວາມຍືນຍົງຢູ່ຄູ່ກັບຊາວລາວເຮົາຕະຫລອດໄປ. ພ້ອມນັ້ນ, ຍັງເປັນການຍົກລະດັບປະສົບການດ້ານການວາງສະແດງ ແລະ ການຂາຍ ໃຫ້ແກ່ບັນດາຊາວຊ່າງ ແລະ ຫົວໜ່ວຍທຸລະກິດດ້ານຫັດຖະກຳ ໃຫ້ໄດ້ຮັບບົດຮຽນ ແລະ ປະສົບການ ໃນການປັບປຸງການຂາຍໃຫ້ເປັນລະບົບແບບມືອາຊີບ, ທັງເປັນການເປີດໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົມ, ທ່ຽວຊື້ ໄດ້ພົບໄດ້ເຫັນຄວາມຫລາກຫລາຍຂອງເຄື່ອງຫັດຖະກຳຊົນເຜົ່າ ໃນສປປ ລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລໃນຄວາມມະຫັດສະຈັນຂອງສີໄມ້ລາຍມື ຂອງນາຍຊ່າງຫັດຖະກຳລາວ.

ບັນດາຜະລິດຕະພັນຫັດຖະກໍາຊົນເຜົ່າ ທີ່ຈະນໍາມາວາງສະແດງ ແລະ ຂາຍ ໃນງານສັບປະດາຫັດຖະກຳຊົນເຜົ່າໃນຄັ້ງນີ້, ປະກອບດ້ວຍ 8 ພວກສ່ວນຍ່ອຍ ເປັນຕົ້ນ ແຜ່ນແພ ແລະ ເຄື່ອງນຸ່ງຊົນເຜົ່າ; ເຄື່ອງປະດັບ; ເຄື່ອງຈັກສານ; ເຄື່ອງປັ້ນດິນເຜົາ; ຮູບແຕ້ມ, ໄມ້ແກະສະຫລັກ; ອາຫານສໍາເລັດຮູບພື້ນເມືອງ; ເສື້ອຜ້າ-ລາຄາໂຮງງານ, ສິນຄ້າ ໂອດັອບລາວ(ODOP) ເເລະ ອື່ນໆ ທີ່ກ່ຽວກັບຫັດຖະ ກຳ ຊົນເຜົ່າ.

ສຳລັບ ຜູ້ທີ່ເຂົ້າຮ່ວມງານຍັງສາມາດເຂົ້າຮ່ວມກິດຈະກຳຕ່າງໆ ເປັນຕົ້ນ ລົງທະບຽນ ເພື່ອຮັບຂອງລາງວັນໃນແຕ່ລະວັນ, ພ້ອມນັ້ນ, ແຕ່ລະຮ້ານວາງສະແດງຍັງສາມາດຮັບລາງວັນຍອດນິຍົມໄດ້ ໂດຍຜ່ານການນັບຄະແນນຍອດຂາຍ, ພ້ອມທັງ ຈະຈັດລາງວັນຮ້ານດີເດັ່ນໃນການຂາຍດີອັນດັບ 1, ມີການສະ ແດງ ຈາກອາສາສະໝັກຫລາຍພາກສ່ວນ ແລະ ໃນວັນທີ 11 ກັນຍາ 2022 ເປັນມື້ປະກວດການແຕ່ງກາຍພື້ນເມືອງລາວ (ອາພອນຊົນເຜົ່າ) ເພື່ອຊີງເອົາລາງວັນ ແລະ ອື່ນໆ.

ໂອກາດດຽວກັນ, ທ່ານນາງ ອານິດ ສີວິໄຊ ປະທານບໍລິສັດທະແວວ ພັດທະນາກະສິກຳຄົບວົງຈອນ ແລະ ຜະລິດຕະພັນລາວ, ທັງເປັນຮອງປະທານ ບໍລິສັດ ມິສທີນກ້າວໜ້າລາວ ຈຳກັດ ກ່າວວ່າ: ຈຸດປະສົງ ຂອງການຈັດງານສັບປະດາຫັດຖະກຳຊົນຊົນເຜົ່າ ໃນຄັ້ງນີ້, ເພື່ອສົ່ງເສີມສິນຄ້າລາວຂອງທຸກຊົນຊາດ, ຊົນເຜົ່າເຂົ້າສູ່ຕະຫລາດໂລກ ແລະ ເພີ່ມມູນຄ່າໃຫ້ກັບສິນຄ້າທີ່ດີມີຄຸນນະພາບອີກດ້ວຍ, ທັງເປັນການ ນຳສິນຄ້າຂອງເຜົ່າລາວທຸກເຜົ່າ ມາລວມກັນໃຫ້ເປັນບ່ອນໂຊຂາຍ, ສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ, ຍົກສູງລາຄາສິນຄ້າທີ່ເຮັດດ້ວຍມື ແລະ ເປັນຈຸດເດັ່ນ ຂອງວັດຖຸດິບທຳມະຊາດ ທີ່ບ້ານເຮົາຍັງມີຫລາກຫລາຍທີ່ນຳມາຜະລິດເປັນສິນຄ້າ ເພື່ອຈຳໜ່າຍໃຫ້ແຂກ ທັງພາຍໃນແລະ ຕ່າງປະເທດ. ພ້ອມນັ້ນ, ພວກເຮົາ ຍັງໄດ້ເປີດໂອກາດໃຫ້ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຮ່ວມໃນງານເພື່ອຕໍ່ຍອດໃຫ້ແກ່ ປະຊາຊົນບັນດາເຜົ່າ ໄດ້ພົບຄູ່ຄ້າຈາກຕ່າງປະເທດ.

ຂ່າວ: ຂປລ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.