Monday, April 21, 2025

ພະນັກງານການບິນລາວ ໂພສອຳລາ! ຫຼັງຢຸດຖ້ຽວບິນ QV502 ນະຄອນຫຼວງ-ອຸດົມໄຊ.

ໃນວັນທີ 2 ຕຸລາ 2022 ທີ່ຜ່ານມາ ເປັນມື້ທີ່ຖ້ຽວບິນ QV502 ຂອງສາຍການບິນລາວ ທີ່ບິນລະຫວ່າງ ສະໜາມບິນສາກົນວັດໄຕ, ນະຄອນຫຼວງ ວຽງຈັນ ກັບສະໜາມບິນ ອຸດົມໄຊ ໄດ້ໃຫ້ບໍລິການເປັນຖ້ຽວສຸດທ້າຍ, ໂດຍພະນັກງານຂອງສາຍການບິນລາວທີ່ປະຈຳຢູ່ແຂວງ ອຸດົມໄຊ ໄດ້ອອກມາຖ່າຍຮູບຮ່ວມກັນ ແລະ ໂພສຂໍ້ຄວາມສະແດງຄວາມຮູ້ສຶກຂອງຕົນ ຜ່ານເຟສບຸກ ດ້ວຍຄວາມຮັກ ແລະ ຜູກພັນກັບອາຊີບວຽກງານທີ່ໄດ້ເຮັດມາ ໂດຍມີຕົວຢ່າງບາງເນື້ອຫາ ທີ່ພະນັກງານບາງຄົນໄດ້ໂພສດັ່ງນີ້:

ໂດຍຢູ້ໃຊ້ເຟສບຸກ Phimpha Philavong ໂພສຂໍ້ຄວາມວ່າ “23 ປີ ທີ່ຄຽງຄູ່ຢູ່ກັບການບິນລາວແລະກໍ່ເປັນມື້ສຸດທ້າຍທີ່ໃຫ້ບໍລິການກັບລູກຄ້າພ້ອມກັບສາຍຝົນທີ່ຊຸ່ມເຢັນຂອງນ້ອງພະນັກງານທຸກຄົນທີ່ເຮັດໜ້າທີ່,ຄວາມຮັບຜິດຊອບໃນມື້ນີ້ໃຫ້ດີທີ່ສຸດ”.

ສຳລັບຜູ້ໃຊ້ ເຟສບຸກ Noui Thepphavong ກໍໄດ້ໂພສຂໍ້ຄວາມທີ່ວ່າ “ຕະຫຼອດໄລຍະ 10 ປີທີ່ຜ່ານມາ, ມີທັງຮອຍຍິ້ມ, ນໍ້າຕາ, ຄວາມສຸກ, ຄວາມທຸກ, ຄວາມທໍ້ຖອຍ, ແລະ ຄວາມເມື່ອຍລ້າຕ່າງໆນາໆ ທີ່ຜ່ານເຂົ້າມາໃນຊີວິດ ແຕ່ເຮົາ ແຕ່ພວກເຮົາສາມາດຜ່ານມັນໄດ້ ເພາະມີເພື່ອນຮ່ວມງານທີ່ເປັນດັ່ງຄອບຄົວ ທີ່ຮ່ວມທຸກຮ່ວມສຸກນຳກັນມາ, ຈາກຫົວໜ້າ ກໍກາຍເປັນອ້າຍເອື້ອຍ,  ຈາກເພື່ອນຮ່ວມງານ ກໍກາຍເປັນເພື່ອນ ເປັນນ້ອງ, ຈົນເຖິງທຸກມື້ນີ້ ມັນເປັນການຮັບໃຊ້ຖ້ຽວບິນປົກກະຕິ ແຕ່ຄວາມຮູ້ສຶກແມ່ນແຕກຕ່າງຈາກມື້ເຮັດວຽກທີ່ຜ່ານມາ, ບາງຄົນຍິ້ມ ແຕ່ແຝງໄປດ້ວຍຄວາມໂສກເສົ້າ, ບາງ​ຄົນ​ມີ​ນ້ຳ​ຕາ​ໄຫຼ​ມາ​ຈາກ​ສ່ວນ​ເລິກ​ຂອງຫົວ​ໃຈ ທີ່ບໍ່ສາມາດອະທິບາຍໃນຄໍາເວົ້າໄດ້, ແຕ່ພວກເຮົາທຸກຄົນຕ້ອງຜ່ານຈຸດນີ້ໄປໃຫ້ໄດ້ ແລະ ຕໍ່ໄປເຮົາຈະເຂັ້ມແຂງຂຶ້ນກວ່າເກົ່າ.”

ເຊິ່ງສາເຫດທີ່ ການບິນລາວ ຕັດສິນໃຈຍົກເລີກຖ້ຽວບິນ QV502 ວຽງຈັນ-ອຸດົມໄຊ ພາຍຫຼັງທີ່ໃຫ້ບໍລິການມາເປັນເວລາ 20 ກວ່າປີ ເນື່ອງຈາກຈໍານວນຜູ້ໂດຍສານຫຼຸດລົງຢ່າງຕໍ່ເນື່ອງ ແລະ ຜູ້ໂດຍສານສ່ວນໃຫຍ່ ໄດ້ປ່ຽນໄປເດີນທາງດ້ວຍລົດໄຟ ລາວ-ຈີນ ແທນ ເຊິ່ງຖ້ຽວບິນສຸດທ້າຍ QV 502 ມີຜູ້ໂດຍສານພຽງແຕ່ 27 ຄົນໃນການບໍລິການ.

ແນວໃດກໍ່ຕາມ ກໍຍັງມີສາຍການບິນ ລາວສະກາຍເວ ເຊິ່ງເປັນສາຍການບິນຂອງລັດ ທີ່ຍັງບິນຈາກ ນະຄອນຫຼວງ-ອຸດົມໄຊ 1 ຖ້ຽວຕໍ່ມື້ (ໄປ-ກັບ) ໃນຕອນເຊົ້າ ໂດຍນຳໃຊ້ເຮືອບິນ ATR72.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.