ສະຕາບັກຊ໌ ກຽມເປີດໂຕຮ້ານສາຂາທຳອິດໃນ ປະເທດລາວ ເດືອນ ພະຈິກ ນີ້.

ສະຕາບັກຊ໌ ຈະມີການເປີດໂຕຮ້ານຢ່າງເປັນທາງການ ໃນວັນທີ 3 ພະຈິກ 2022 ທີ່ກໍາລັງຈະມາເຖິງນີ້ ທີ່ ນະຄອນຫຼວງ ວຽງຈັນ, ປະເທດລາວ ເພື່ອໃຫ້ລູກຄ້າຊາວລາວ ໄດ້ສຳຜັດກັບປະສົບການສະຕາບັກຊ໌ ທີ່ຫາທີ່ປຽບບໍ່ໄດ້ ເປັນຄັ້ງທໍາອິດ.

ເພື່ອເປັນການສະເຫຼີມສະຫຼອງການເປີດໂຕຂອງສະຕາບັກຊ໌, ສຳລັບລູກຄ້າ 300 ທ່ານທໍາອິດທີ່ເຂົ້າມາໃຊ້ບໍລິການຈະໄດ້ຮັບ ຈອກ ແລະ ຕຸກກະຕາໝີບາຣີສຕ້າສຸດພິເສດຟຣີທັນທີເມື່ອຊື້ເຄື່ອງດື່ມຂະໜາດ Grande ຫຼື Venti ຈາກສະຕາບັກຊ໌.

ທ່ານສາມາດຕິດຕາມການເຄື່ອນໄຫວຂອງ ສະຕາບັກຊ໌ ລາວ ໄດ້ທີ່ Facebook ແລະ Instagram “Starbucks Laos”

ລາຍລະອຽດຮ້ານ

ວັນ ແລະ ເວລາ ເປີດຮ້ານຢ່າງເປັນທາງການ: ວັນພະຫັດ, ວັນທີ 3 ພະຈິກ 2022 ເວລາ 13:30 ໂມງ

ສະຖານທີ່: ຮ້ານ ສະຕາບັກຊ໌ ລາວ, ສູນການຄ້າ ພາກຊັນ ລາວ, 011 ຖະໜົນ ຄູວຽງ, ບ້ານໜອງຈັນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສ.ປ.ປ ລາວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...