Monday, April 21, 2025

ເປີດລາຍຊື່! ຄູຝຶກ ແລະ ນັກກິລາ ທີ່ຈະເຂົ້າຮ່ວມ AFF Mitsubishi Electric Cup 2022

ທີມຊາດລາວຊຸດໃຫຍ່ປະກາດລາຍຊື່ຄະນະຄູຝຶກ ແລະ ນັກກິລາເພື່ອກຽມຄວາມພ້ອມຮ່ວມການແຂ່ງຂັນບານເຕະຊາຍ ຊິງແຊ້ມອາຊຽນ ຫລື AFF Mitsubishi Electric Cup 2022 ເຊິ່ງລວມແລ້ວຈະມີຄະນະຄູຝຶກ 4 ຄົນ ແລະ ນັກກິລາ 27 ຄົນ.

ທີມຊາດລາວຊຸດໃຫຍ່ຖືກຈັດຢູ່ກຸ່ມບີ ປະກອບມີ ຫວຽດນາມ, ມາເລເຊຍ, ສິງກະໂປ, ມຽນມາ ແລະ ລາວ ໂດຍການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 20 ທັນວາ 2022 – 16 ມັງກອນ 2023 ເຊິ່ງຮອບແບ່ງກຸ່ມ ແຕ່ລະທີມຈະໄດ້ຫລິ້ນຢູ່ບ້ານສອງນັດ ແລະ ນອກບ້ານສອງນັດ ເພື່ອບໍ່ໃຫ້ໄດ້ປຽບເສຍປຽບ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບ 4 ທີມສຸດທ້າຍ, ຮອບ 4 ທີມສຸດທ້າຍຈະແຂ່ງສອງນັດໄປ-ກັບ ເໝືອນກັບຮອບຊິງຊະນະເລີດ.

ສຳລັບທີມຊາດລາວໄດ້ເຂົ້າເກັບໂຕຕັ້ງແຕ່ວັນທີ 17 ຕຸລາ 2022 ໂດຍມີ:

ຄະນະຄູຝຶກ

  1. ທ່ານ ຄໍາໄພ ປະເສີດ ຫົວຫນ້າຄະນະ ຮອງປະທານ ສຕລ
  2. ທ່ານ ພັອ ທອງເພັດ ມະນີສະຫວັນ ຮອງຫົວຫນ້າ ຄະນະບໍລິຫານງານ ສຕລ
  3. Mr. Hans Michael Weiss ຫົວໜ້າຄູຝຶກ ສຕລ
  4. Mr. Somsanouk Liensavanh ຜູ້ຈັດການທິມ ສຕລ

ນັກກິລາ

ຜູ້ຮັກສາປະຕູ

  1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ
  2. ພູນິນ ໄຊຍະສອນ ຈາກ ສະໂມສອນ ເອສະຣາ
  3. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ
  4. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ

ກອງຫລັງ

  1. ກິດຕິສັກ ພົມວັງສາ ຈາກ ສະໂມສອນ ຊ້າງນ້ອຍ
  2. ລຸ້ງເລຶອງ ແກ້ວພູວົງ ຈາກ ສະໂມສອນ ຊ້າງນ້ອຍ
  3. ທ້າວ ທິບພະຈັນ ອິນທະວົງ ຈາກ ສະໂມສອນ ຊ້າງນ້ອຍ
  4. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ
  5. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ
  6. ວົງສັກດາ ຈັນທະລືໄຊ ຈາກ ສະໂມສອນ ເອສະຮາ
  7. ທ້າວ ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ
  8. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ຫລວງພະບາງ
  9. ເພັດດາວັນ ສົມສະນິດ ຈາກ ສະໂມສອນ ແຂວງ ຈໍາປາສັກ
  10. ແອັດ ວຽງຄໍາ ຈາກ ສະໂມສອນ ມາສເຕີ 7

ກອງກາງ

  1. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ
  2. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ
  3. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ
  4. ອະນຸສອນ ໄຊປັນຍາ ຈາກ ສະໂມສອນ ອງກາງ ເອສະຣາ
  5. ອຸ່ນ ເພັດວົງສາ ຈາກ ສະໂມສອນ ເອສະຣາ
  6. ພົນສັກ ສີສະຫວາດ ຈາກ ສະໂມສອນ ເອສະຣາ
  7. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນ ເອສະຮາ
  8. ດາໝົດ ທອງຄໍາສະຫວັດ ຈາກ ສະໂມສອນ ແຂວງ ຈໍາປາສັກ
  9. ພູວຽງ ພູມສະຫວັດ ຈາກ ສະໂມສອນ ວຽງຈັນ

ກອງຫນ້າ

  1. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ
  2. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ
  3. ສຸກພະຈັນ ເລື່ອນທາລາ ຈາກ ສະໂມສອນ ແຂວງຈໍາປາສັກ
  4. ເອກະໄມ ຣາດຊະຈັກ ຈາກ ສະໂມສອນ ແຂວງ ຈໍາປາສັກ

ລວມແລ້ວຈະມີຄະນະຄູຝຶກ 4 ຄົນ ແລະ ນັກກິລາ 27 ຄົນທີ່ກຳລັງກຽມຄວາມພ້ອມໃນການເກັບໂຕເຂົ້າຮ່ວມໃນຄັ້ງນີ້, ສ່ວນຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ຊຸດໃຫຍ່ໃນລາຍການ AFF Mitsubishi electric Cup 2022 (ຮອບແບ່ງກຸ່ມ)

  • ວັນທີ 21 ທັນວາ : ທີມຊາດລາວ ພົບກັບ ທີມຊາດຫວຽດນາມ (ສະໜາມກິລາແຫ່ງຊາດ ຫຼັກ 16)
  • ວັນທີ 24 ທັນວາ : ທີມຊາດລາວ ພົບກັບ ທີມຊາດມາເລເຊຍ
  • ວັນທີ 27 ທັນວາ : ທີມຊາດລາວ ພົບກັບ ທີມຊາດສີງກະໂປ (ສະໜາມກິລາແຫ່ງຊາດ ຫຼັກ 16)
  • ວັນທີ 30 ທັນວາ : ທີມຊາດລາວ ພົບກັບ ທີມຊາດມຽນມາ

ທີ່ມາ: ສຕລ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.