Monday, June 15, 2026
Kbank Laos โอน รับ จ่าย
-->

ເງິນໃນກະເປົາສັ່ນ! ບຸນທາດຫຼວງປີນີ້ຈັດໃຫຍ່ 5 ມື້

ງານບຸນພຣະທາດຫຼວງວຽງຈັນ ປະຈໍາປີ 2022 ຈະມີຈັດຂຶ້ນຕັ້ງແຕ່ວັນທີ 4 ພະຈິກ ເຊິ່ງພາຍໃນງານຈະມີສິນຄ້າທີ່ມີຄຸນນະພາບ ແລະ ລາຄາຖືກໃຫ້ເລືອກ, ນອກນັ້ນ ຍັງມີກິດຈະກຳ ຫຼິ້ນເກມງານບຸນຕ່າງໆບໍ່ວ່າຈະເປັນ ຊັດປຸມເປົ້າ, ຍິງປືນຂອງຫຼິ້ນ, ຂ້ອງຄໍເປັດ ແລະ ອື່ນໆອີກຫຼາກຫຼາຍ.

ຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ໃຫ້ຮູ້ວ່າ: ການຈັດງານພຣະທາດຫຼວງວຽງຈັນຄັ້ງນີ້ມີຈຸດປະສົງເພື່​ອະ​ນຸ​ລັກ​ຮັກ​ສາ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມຂອງບຸນນ​ະ​ມັດ​ສະ​ການ​ພ​ຣະ​ທາດຫຼວງຂອງ​ຊາວ​ລາວ​ກໍ​ຄື​ຊາວ​ ນວ ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບູ​ຮານ​ນະ​ການໃຫ້​ມີ​ຄວາມ​ໂດດ​ເດັ່ນ ແລະ ເປັນ​ທີ່​ຮັບ​ຮູ້​ໃນ​ເວ​ທີ​ສາ​ກົນ.

ພ້ອມນັ້ນເພື່ອ​ເປັນ​ການ​ສ້າງ​ໂອ​ກາດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ​ກໍ່​ຄືການຟື້ນ​ຟູ​ເສດ​ຖະ​ກິດ ດ້ວຍ​ຮູບ​ການ​ຊຸກ​ຍູ້​ສົ່ງ​ເສີ່ມ​ການ​ທ່ອງ​ທ່ຽວ ສົ່ງ​ເສີ່ມ​ການ​ຄ້າ ສິນ​ຄ້າ​ຄອບ​ຄົວ​ຕົວ​ແບບ​ທີ່​ຈະ​ກ້າວ​ເປັນ​ສິນ​ຄ້າ​ໂອ​ດ໋ອບ ທີ່​ໄດ້​ກາ​ໝາຍ​ແຫ່ງ​ຊາດ ແລະ ສິນ​ຄ້າ​ຂອ​ງບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ ກາງ ໄດ້​ມາ​ວາງ​ສະ​ແດງ ຈຳ​ໜ່າຍ​ສິນ​ຄ້າ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃຫ້​ປະ​ຊາ​ຊົນ​ຊາວ​ ນວ ຕະຫຼອດຮອດແຂ​ກ​ຕ່າງ​ປະ​ເທດ​ໄດ້​ເຫັນ ແລະ ໄດ້​ຊົມ​ໃຊ້​ສິນ​ຄ້າ.

ພ້ອມ​ທັງ​ເປັນ​ການ​ແລກ​ປ່ຽນ​ບົດ​ຮຽ​ນ ປະ​ສົບ​ການ​ຕ່າງໆ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ​ດ້ວຍ​ກັນ ເຊິ່ງມີຄາດໝາຍເພື່ອຮັບ​ປະ​ກັນ​ຄວາມ​ສະ​ຫງົບ ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ປ້ອງ​ກັນ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ແລະ ສະ​ອາດ​ງາມ​ຕາໃນ​ຂອບ​ເຂດ​ການ​ຈັດ​ງ​ານ.

ນອນນັ້ນ, ຍັງໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທີ່​ເດີນ​ທາງ​ມາ​ຮ່ວມ​ງານ​ບຸນ ໄດ້​ມີ​ໂອ​ກາດ​ເຂົ້າ​ເຖິງໃນ​ລາ​ຄາ​ທີ່​ເໝາະ​ສົມ​ສາ​ມາດ​ຊື້​ໄດ້ ແລະ ເຮັດ​ໃຫ້​ມີ​ເງິນ​ໝູນ​ວຽນ​ໃນ​ການ​ວາງສະ​ແດງ ແລະ ຂາຍ​ສິນ​ຄ້າ​ໃນ​ໂອ​ກາດງານ​ບຸນ​ນະ​ມັດ​ສະ​ການ​ພ​ຣະ​ທາດຫຼວງ​ພາຍຫຼັງ​ທີ່ບໍ່ໄດ້ຈັດ​ງານ​ບຸນ​ໃຫຍ່ດັ່ງ​ກ່າວ​ມາ​ເປັນ​ເວ​ລາ 2 ປີ.

ເຊິ່ງເວລາຈັດ​ງານ​ບຸນ​ນະ​ມັດ​ສະ​ກາ​ນ​ພ​ຣ​ະ​ທາດຫຼວງປີນີ້ໄດ້ກຳ​ນົດ 5 ວັນ ເລີ່ມ​ແຕ່​ວັນ​ທີ 4-8 ພະ​ຈິກ 2022 ລາຍ​ລະ​ອຽດມີ​ຄື:

ວັນ​ທີ 4-5 ພະ​ຈິກ ເວ​ລາ 16:30 ໂມງ ເປັນ​ມື້​ເລີ່ມ​ງານ​​ບຸນ​ປະ​ເພ​ນີ ວັນ​ທີ 6 ພະ​ຈິກ ເວ​ລາ 16:00 ໂມງ ພິ​ທີ​ສູດ​ປະ​ລິ​ຕະ​ມຸງ​ຄຸ​ນທີ່​ພ​ຣະ​ທາດຫຼວງ ວັນ​ທີ 7 ພະ​ຈິກ ເວ​ລາ 13:30 ໂມງ ພິ​ທີ​ແຫ່​ຜາ​ສາດ​ເຜິ້ງ ວັນ​ທີ 8 ພະ​ຈິກ ເວ​ລາ 7:00 ໂມງ ພິ​ທີ​ໃສ່​ບາດ​ຖວາຍ​ສັງ​ກະ​ທານ ເວ​ລາ 13:00 ໂມງ ພິ​ທີ​ແຫ່​ລູກ​ຄີ ແລະ ການ​ແຂ່ງ​ຂັນ​ກິລາ​ພື້ນ​ບ້ານ​ຕີ​ຄີ ເວ​ລາ 19:00 ໂມງ ພິ​ທີ​ວຽນ​ທຽ​ນ ແລະ ຈູ​ດ​ທູບ​ທຽນບັ້ງ​ໄຟ​ສັກ​ກະ​ລະ​ບູ​ຊາອົງ​ພ​ຣະ​ທາດ.

More from author

Related posts

Latest posts

🌧️ ຊັກເຄື່ອງຍາມຝົນແນວໃດໃຫ້ຫອມ? (ບໍ່ມີກິ່ນອັບ 100%)

ເຄີຍເປັນບໍ່ ເມື່ອຮອດຍາມຝົນແລ້ວ… ບັນຫາ "ເຄື່ອງມີກິ່ນອັບ" ກາຍເປັນຝັນຮ້າຍຂອງທຸກເຮືອນ! 👕ເພາະແດດບໍ່ມີ ແຖມຄວາມຊຸ່ມໃນອາກາດຍັງສູງ. ແຕ່ຢ່າຟ້າວຖອດໃຈ, ຖ້າຢາກໃຫ້ເຄື່ອງຫອມສົດຊື່ນຄືຕາກແດດຈັດ, ລອງເອົາ 3 ເທັກນິກນີ້ໄປໃຊ້ເບິ່ງເດີ້:

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ