Saturday, November 1, 2025
Kbank Laos โอน รับ จ่าย

ລວມມາໃຫ້ແລ້ວ! ສະຖານທີ່ທ່ອງທ່ຽວທ້າຍປີ ໃນແຕ່ລະພາກ (ເໜືອ, ກາງ, ໃຕ້)

ສປປ ລາວ ເຕັມໄປດ້ວຍຊັບພະຍາກອນທີ່ອຸດົມສົມບູນ ມີທັງປ່າໄມ້ຂຽວງາມ ສັດປ່ານາໆຊະນິດ ແລະ ນໍ້າຕົກຕາດທີ່ຫຼາກຫຼາຍ ຄຽງຄູ່ໄປກັບເມືອງ ແລະ ໝູ່ບ້ານທີ່ສ່ວນໃຫຍ່ຍັງມີກິ່ນອາຍຂອງອານານິຄົມຝຣັ່ງ, ໂດຍມື້ນີ້ ອິນໄຊລາວ ຈະມາແນະນຳສະຖານທີ່ທ່ອງທ່ຽວ ທີ່ຢາກໃຫ້ທຸກຄົນໄດ້ໄປລອງສຳພັດເບິ່ງ ເພາະນອກຈາກສະຖານທີ່ທ່ອງທ່ຽວທີ່ເປັນທີ່ຮູ້ຈັກແລ້ວ ກໍຍັງມີສະຖານທີ່ທ່ອງທ່ຽວ ທີ່ຍັງບໍ່ເປັນທີ່ຮູ້ຈັກ ຫຼື ເປີດໃໝ່ ເຊິ່ງຈະມີບ່ອນໃດແນ່ໄປເບິ່ງນຳກັນເລີຍ.

ພາກເໜືອ

ນໍ້າຕົກຕາດສະແນນ (ແຂວງ ໄຊຍະບູລີ)

ຮູບຈາກ: Nimmane Adventurelao Builder
ຮູບຈາກ: Nimmane Adventurelao Builder

ນ້ຳຕົກຕາດນີ້ຕັ້ງຢູ່ ບ້ານນ້ຳດັ້ນ ເມືອງ ບໍ່ແຕນ ແຂວງ ໄຊຍະບູລີ ນັບແຕ່ເມືອງໄປຫາ ບ້ານນ້ຳດັ້ນ ໄລຍະທາງແມ່ນ 10-11 km ໂດຍຕ້ອງຜ່ານບ້ານນ້ຳພຸ, ເມື່ອທ່ານຮອດເຂດບ້ານ ນ້ຳດັ້ນແລ້ວ ແມ່ນສືບຕໍ່ເດີນທາງໄປທາງທິດຕາເວັນຕົກຂອງບ້ານ ໄລຍະທາງ ຫາ ບ່ອນຈອດລົດແມ່ນ 9 km ໃນເສັ້ນທາງຫຼຽ້ວໃຫຍ່ແຕ່ລະບ່ອນນັ້ນຈະມີປາຍບອກທາງ ເມື່ອເຖິງບ່ອນຈອດລົດແລ້ວທ່ານຕ້ອງຍ່າງຜ່ານປ່າ ແລະ ຫ້ວຍ ໄລຍະທາງ 500 m ຫຼັງຈາກນັ້ນຈະມີ ທາງແຍກ ລະຫວ່າງຕາດນ້ອຍ ຫາ ຕາດໃຫຍ່.

ເກາະດອນຊາວ (ແຂວງ ບໍ່ແກ້ວ)

ຮູບຈາກ: All About Bokeo – ຄົນບໍ່ແກ້ວ ແຂວງບໍ່ແກ້ວ
ຮູບຈາກ: All About Bokeo – ຄົນບໍ່ແກ້ວ ແຂວງບໍ່ແກ້ວ

ສະຖານທີ່ທ່ອງທ່ຽວແບບຜ່ອນຄາຍ ຖ່າຍຮູບຫຼິ້ນແຫ່ງໃຫມ່ ທີ່ເກາະດອນຊາວ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນອີກໜື່ງສະຖານທີ່ ທີ່ໄປແຂວງບໍ່ແກ້ວ ຫ້າມພາດ.

ຕາດແກ້ວ (ແຂວງ ຫຼວງນໍ້າທາ)

ຮູບຈາກ: ຄິດວ່າແຫລະ
ຮູບຈາກ: ຄິດວ່າແຫລະ

ຕັ້ງຢູ່ ປ່າສະຫງວນແຫ່ງຊາດນໍ້າຫ້າ ເມືອງ ສິງ ແຂວງ ຫຼວງນ້ຳທາ ຖ້າໃຊ້ເວລາຍ່າງໄປໄລຍະທາງຈາກທາດຊຽງຕືງໄປຮອດຕາດປະມານ 1-2 ຊົ່ວໂມງກວ່າ.

ພູຫຍ້າຄາ (ແຂວງ ອຸດົມໄຊ)

ຮູບຈາກ: ຜະລິດຕະພັນລາວ LaoProducts
ຮູບຈາກ: ຜະລິດຕະພັນລາວ LaoProducts

ຕັ້ງຢູ່ບ້ານ ບ້ານຫຼັກ32 ເມືອງ ໄຊ ແຂວງ ອຸດົມໄຊ ຕ້ອງຂຶ້ນຜາສູງປະມານ ຄວາມສູງ 1.600 ແມັດ ມີບັນດາຫີນທີ່ມີຮູບຊົງແປກຕາ ບໍ່ວ່າຈະເປັນ ຫີນເກັດເຕົາ, ຫີນປາໂລມາ, ຫີນພະຍາງູໃຫຍ່ ແລະ ອື່ນໆອີກ.

ພູຟ້າ (ແຂວງ ຜົ້ງສາລີ)

ດິນແດນສະຫວັນເທິງດອຍ ຈຸດສູງສຸດຂອງແຂວງຜົ້ງສາລີ ສະຖານທີ່ ພູຟ້າ, ເທດສະບານ ເມືອງຜົ້ງສາລີ, ແຂວງຜົ້ງສາລີ ຂຶ້ນພູສູງປະມານ 1.539 ແມັດ ມີຂັ້ນໄດຂື້ນພູຟ້າທັງຫມົດ 822 ຂັ້ນ ຂຶ້ນໄປກໍຈະເຫັນວິວທິວທັດຂອງແຂວງຜົ້ງສາລີ.

ຜາແດງ (ແຂວງ ຫຼວງພະບາງ)

ຮູບຈາກ: Viengnilan Chanthaphone
ຮູບຈາກ: NeungNoi Phommachanh

ຕັ້ງຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ ຫ່າງຈາກຕົວເມືອງຫລວງພະບາງ 3 ຊົ່ວໂມງ ແລະ ໄລຍະການຂື້ນພູແມ່ນ 45 ນາທີ.

ຕາດຜາຫວ່າງ (ແຂວງ ຫົວພັນ)

ຮູບຈາກ: Wanderlust laos
ຮູບຈາກ: Wanderlust laos

ຕັ້ງຢູ່ທີ່ ບ້ານປາວເຫນືອ ເມືອງ ຊຳໃຕ້ ແຂວງ ຫົວພັນ ແຍກຈາກທາງໃຫຍ່ເຂົ້າມາປະມານ 5 ກິໂລ.

ຕາດນໍ້າຍາວ (ແຂວງ ຊຽງຂວາງ)

ຮູບຈາກ: V’vue Awen
ຮູບຈາກ: V’vue Awen

ຕັ້ງຢູ່ທີ່ ບ້ານທົ່ງເປີ້ ເມືອງໝອກ ແຂວງ ຊຽງຂວາງ ເຊີ່ງຫ່າງຈາກເທດສະບານ ແຂວງ ຊຽງຂວາງ 170 km ຫ່າງຈາກເທດສະບານເມືອງ 30 km.

ພາກກາງ

ພູຫົວໂລ້ນ (ແຂວງ ໄຊສົມບູນ)

ຮູບຈາກ: Toun Xayvongsa
ຮູບຈາກ: Toun Xayvongsa

ສະຖານທີ່ຕັ້ງຢູ່ ບ້ານພູຫົວຊ້າງ ເມືອງອານຸວົງ ແຂວງ ໄຊສົມບູນ ໄປງ່າຍມາງ່າຍ ສາມາດຂື້ນໄດ້ຈາກຫຼາຍທາງ ໄລຍະທາງຈາກນະຄອນຫຼວງວຽງຈັນ ຫາ ແຂວງໄຊສົມບູນ ປະມານ 222 ກິໂລແມັດ.

ຕາດວັງຫຼວງ (ນະຄອນຫຼວງ ວຽງຈັນ)

ຮູບຈາກ: TOUN’s Journey
ຮູບຈາກ: TOUN’s Journey

ຕັ້ງຢູ່ ບ້ານເວີນກະເບົາ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຫ່າງຈາກເທດສະບານນະຄອນຫຼວງ ປະມານ 60 ກວ່າກິໂລແມັດ, ໂດຍທ່ານສາມາດເດີນທາງໄປຕາມເສັ້ນທາງເລກທີ 13 ໃຕ້, ກາຍຂົວບ້ານໄຮໄປອີກປະມານ 1 ກິໂລແມັດ ແລະ ລ້ຽວຊ້າຍເຂົ້າໄປອີກປະມານ 6 ກິໂລແມັດ ແລະ ເຂົ້າໄປທາງດິນແດງອີກ 100 ແມັດ ກໍ່ຈະຮອດຕາດວັງຫຼວງ.

ອ່າງນ້ຳຕົງ (ແຂວງ ວຽງຈັນ)

ຮູບຈາກ: TOUN’s Journey
ຮູບຈາກ: ຮູບຈາກ: TOUN’s Journey

ຕັ້ງຢູ່ ບ້ານນາດ່ານ ເມືອງເຟືອງ ແຂວງ ວຽງຈັນ ຫ່າງຈາກນະຄອນຫຼວງວຽງຈັນ ພຽງແຕ່ 140 ກິໂລແມັດ.

ວັດພຣະບາດໂພນສັນ (ແຂວງ ບໍລິຄໍາໄຊ)

ຮູບຈາກ: Laoslanshare
ຮູບຈາກ: Laoslanshare

ວັດພະທາດພະບາດຕັ້ງຢູ່ແຄມທາງເລກທີ່ 13 ໃຕ້ເປັນເສັ້ນທາງຜ່ານເໜືອ – ໃຕ້ ທີ່ເໝາະສົມຕໍ່ການທ່ອງທ່ຽວ ທາງດ້ານວັດທະນະທໍາ.

ພູຜາມ່ານ (ແຂວງ ຄຳມ່ວນ)

ຮູບຈາກ: ໂຮມພາບ Home Pharb
ຮູບຈາກ: ໂຮມພາບ Home Pharb

ເປັນແຫຼ່ງທ່ອງທ່ຽວ ຕັ້ງຢູ່ເມືອງຄູນຄຳ ແຂວງຄຳມ່ວນ ເປັນແຫຼ່ງທ່ອງທ່ຽວທີ່ມີຄວາມກົມກືນໄປກັບທຳມະຊາດ ກິດຈະກຳທີ່ເດັ່ນໆໃນ The Rock View Point ກໍ່ຄືການຂີ່ສະລິງ (Ziplines) ຊົມທຳມະຊາດ, ເດີນປ່າ, ພາຍເຮຶອ ແລະ ອີກຫຼາຍກິດຈະກຳທີ່ເຮັດໃຫ້ນັກທ່ອງທ່ຽວໄດ້ສຳພາດກັບທຳມະຊາດ.

ອ່າງນໍ້າເຊກື (ແຂວງ ສະຫວັນນະເຂດ)

ຮູບຈາກ: ໝໍເເຂ້ວ ພາທ່ຽວ ??????? ?????????
ຮູບຈາກ: ໝໍເເຂ້ວ ພາທ່ຽວ ??????? ?????????

ອ່າງເກັບນໍ້າເຊກຶ ຕັ້ງຢູ່ ເມືອງທ່າປາງທອງ ເເຂວງສະຫວັນນະເຂດ​ ເປັນສະຖານທີ່ທີ່ເໝາະສຳລັບການນັ່ງຊິວ, ນອນກາງເຕັນແຄມປິ້ງກໍໄດ້ ທັງຍັງໄດ້ຊົມວິວທິວທັດຈາກທຳມະຊາດ.

ພາກໃຕ້

ຈຸດຊົມວິວຄຳຕື້ (ແຂວງ ສາລະວັນ)

ຮູບຈາກ: ເມືອງລາວ ມີເດຍ Meuang Lao Media
ຮູບຈາກ: ເມືອງລາວ ມີເດຍ Meuang Lao Media

ຈຸດຊົມວິວພູລະຫິດ, ບ້ານຄຳຕື້, ເມືອງຄົງເຊໂດນ ກົງກັນຂ້າມກັບຜາແຕ້ມ, ໂຂງຈຽມ ປະເທດໄທ.

ໜອງເຮືອເປັດທ່າແຕງ (ແຂວງ ເຊກອງ)

ຮູບຈາກ: Taxi-Uber ແທັກຊີ່ລາວ24ຊົ່ວໂມງ

ຕັ້ງຢູ່ບ້ານ ໂກງຕາຢຸນ ເມືອງທ່າແຕງ ແຂວງ ເຊກອງ ເປັນສະຖານທີ່ທ່ອງທ່ຽວຫນື່ງ ລວມຫລາຍຢ່າງຢູ່ ພື້ນທີ່ດຽວກັນ ມີຟາມ, ບ່ອນພັກ ແລະ ໜອງເຮືອເປັດ.

ນ້ຳຕົກຕາດຂະໝຶດ (ແຂວງ ຈຳປາສັກ)

ຮູບຈາກ: TOUN’s Journey
ຮູບຈາກ: TOUN’s Journey

ສະຖານທີ່ຕັ້ງຢູ່ ເຂດບ້ານໜອງຫລວງ ປ່າສະຫງວນດົງຫົວສາວ ເມືອງປາກຊ່ອງ ແຂວງຈຳປາສັກ ນໍ້າຕົກຕາດແຫ່ງນີ້ຕ້ອງໄດ້ຢ່າງປ່າ ແຖມຂື້ນພູ ແລະ ຂີ່ສະລີງ ຈຶ່ງໄປຮອດ.

ຕາດຈໍ (ແຂວງ ອັດຕະປື)

ຮູບຈາກ: ລາວທ່ຽວລາວ Lao Thiao Lao
ຮູບຈາກ: ລາວທ່ຽວລາວ Lao Thiao Lao

ແຫຼ່ງທ່ອງທ່ຽວຕາດຈໍ ເປັນຕາດໜື່ງທີ່ສວຍງາມຕາມແບບທຳມະຊາດ ທີ່ເກີດຈາກສາຍນໍ້າປາ, ມີຄວາມກ້ວາງ 15 ແມັດ, ສູງ 3 ແມັດ, ຕັ້ງຢູ່ບ້ານ ວັງໄຊ, ເມືອງຊານໄຊ, ຫ່າງຈາກເທດສະບານແຂວງປະມານ 31 ກິໂລແມັດ.

ການເດີນທາງໃນ ສປປ ລາວ ເປັນປະສົບການທີ່ໃຫ້ ວັດທະນະທຳ ຄວາມສວຍງາມ ແລະ ການພົບເຫັນສິ່ງໃໝ່ໆທີ່ຫຼາກຫຼາຍ ເຊິ່ງການເດີນທາງຄັ້ງດຽວບໍ່ພໍສຳລັບນັກທ່ອງທ່ຽວ ຈາກພູມສັນຖານທີ່ສວຍງາມ ລວມໄປເຖິງວັດບູຮານຫຼາຍແຫ່ງ ໄປຈົນເຖິງອາຫານທີ່ເປັນເອກະຫຼັກ ຍັງມີອີກຫຼາຍບ່ອນໃຫ້ນັກທ່ອງທ່ຽວໄປຄົ້ນພົບ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.