ສປປ ລາວ ແຈ້ງຢຸດ! ການກວດໃບຢັ້ງຢືນສັກວັກຊີນ ແລະ ການກວດຫາເຊື້ອໂຄວິດ-19 ກ່ອນເຂົ້າປະເທດ

ນັບຕັ້ງແຕ່ມີມາດຕະການຜ່ອນຜັນ ໃນເດືອນພຶດສະພາ ສຳລັບທຸກຄົນທີ່ເດີນທາງເຂົ້າມາປະເທດລາວ ແມ່ນຈະຕ້ອງມີໃບຢັ້ງຢືນກວດເຊື້ອໂຄວິດ-19 ແບບໄວ ໃນ 48 ຊົ່ວໂມງ, ປັດຈຸບັນ ລັດຖະບານ ໄດ້ປະກາດລົບລ້າງມາດຕະການດັ່ງກ່າວ ແລະ ສາມາດໃຫ້ເດີນທາງໄດ້ແບບປົກກະຕິ ໂດຍບໍ່ຕ້ອງໃຊ້ໃບຢັ້ງຢືນວັກຊີນຄົບໂດສ ຫຼື ໃບຢັ້ງຢືນການກວດໂຄວິດ-19 ໃນ 48 ຊົ່ວໂມງ.

ຕາມແຈ້ງການຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022 ກ່ຽວກັບ ທິດຊີ້ນໍາກ່ຽວກັບມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ໄດ້ອອກຂໍ້ຕົກລົງ ແລະ ຊີ້ນໍາໃນການຈັດຕັ້ງປະຕິບັດ ດັ່ງນີ້: “ເຫັນດີໃຫ້ລົບລ້າງການນໍາໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ລົບລ້າງການກວດຫາເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກ ປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ“

ໝາຍເຫດ : ແຈ້ງການສະບັບນີ້ ປ່ຽນແທນເນື້ອໃນ ຂໍ້ 4) ຂອງຂໍ້ 1 ຂອງແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022.

ແຈ້ງການ ສະບັບເລກທີ 627/ຫສນຍ, ລົງວັນທີ 07 ພຶດສະພາ 2022

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...