Thursday, March 20, 2025

ອັບເດດລາຄາ! ໂຮງແຮມໃນລາວ ຊ່ວງປີໃໝ່ສາກົນ

ປີໃໝ່ສາກົນນີ້ ວາງແຜນໄປທ່ຽວໃສແລ້ວບໍ່ ເຮັດວຽກມາໝົດປີ ມີມື້ພັກກໍຕ້ອງໃຊ້ໃຫ້ຄຸ້ມ ເຮົາຈະພາໄປເບິ່ງລາຄາໂຮງແຮມຕາມສະຖານທີ່ທ່ອງທ່ຽວຍອດນິຍົມທີ່ຫຼາຍຄົນພາກັນຄົ້ນຫາ ເພື່ອທີ່ຈະຮູ້ລາຄາ ກ່ອນເອົາໄປວາງແຜນທ່ຽວ ໃນແຕ່ລະບ່ອນນໍາກັນ.

ນະຄອນຫຼວງວຽງຈັນ (Vientiane)

ເປັນບ່ອນສຳລັບ ຄົນຕ່າງປະເທດ ແລະ ຄົນຕ່າງແຂວງ ທີ່ຢາກມາທ່ຽວຫຼິ້ນໃນເມືອງ

Vientiane Garden Villa Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ໂຮງແຮມໃກ້ກັບແຖວຖະໜົນສີຫອມ Street Food ຍອດນິຍົມຂອງໄວລຸ້ນ, ມີວັດອົງຕື້ – ວັດອິນແປງ ໃກ້ກັບໂຮງແຮມທີ່ສາມາດຢ່າງໄປໄດ້, ມີສະລອຍນໍ້າ ແລະ ບໍລິການ 24 ຊົ່ວໂມງ ລາຄາຢູ່ປະມານ 27 ໂດລາ (486.000 ກີບ).

Location: ທີ່ຢູ່ Google Map

Family Boutique Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ຈະຢູ່ໃກ້ກັບ ທາດດຳ 150 ແມັດ ແລະ ບໍລິເວນນັ້ນກໍຈະມີສະຖານທີ່ໃຫ້ທ່ຽວເລາະຫຼິ້ນເຊັ່ນ ວັດສີສະເກດ, ປະຕູໄຊ ແລະ ວັດຫໍພະແກ້ວ ເຊິ່ງແຕ່ລະບ່ອນຫ່າງຈາກໂຮງແຮມ ບໍ່ກາຍ 1 ກິໂລແມັດ ລາຄາຢູ່ປະມານ 21 ໂດລາ (378.000 ກີບ).

Location: ທີ່ຢູ່ Google Map

Mekong Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ໂຮງແຮມໃຫຍ່ໃກ້ແຄມຂອງ ຫ່າງຈາກສ່ວນເຈົ້າຟ້າງຸ່ມປະມານ 100 ແມັດ ລາຄາຢູ່ປະມານ 33 ໂດລາ (594.000)

Location: ທີ່ຢູ່ Google Map

ຫຼວງພະບາງ (Luang Prabang)

ເມືອງມໍລະດົກໂລກ ແຫຼ່ງທ່ອງທ່ຽວທີ່ເປັນຍອດນິຍົມ ຂອງຄົນພາຍໃນປະເທດ ແລະ ຕ່າງປະເທດ

Villa Mahasok Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ໂຮງແຮມຢູ່ໃນຕົວເມືອງ ຫຼວງພະບາງ ຫ່າງຈາກຕະຫຼາດກາງຄືນ ປະມານ 610 ແມັດ ລາຄາຢູ່ປະມານ 34 ໂດລາ (612.000 ກີບ).

Location: ທີ່ຢູ່ Google Map

E-Outfitting VangThong Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ໂຮງແຮມສະຕາຍພະລາດຊະວັງ ມີສະລອຍນໍ້າກາງແຈ້ງ ແລະ ບໍລິການ 24 ຊົ່ວໂມງ ແຕ່ຫ່າງຈາກຕະຫຼາດກາງຄືນໄກປະມານ 2 ກິໂລແມັດ ລາຄາຢູ່ປະມານ 41 ໂດລາ (735.000 ກີບ)

Location: ທີ່ຢູ່ Google Map

Mahout Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ຫ່າງຈາກຕົວເມືອງ ຫຼວງພະບາງ ປະມານ 5 ກິໂລແມັດ ແຕ່ວ່າມີຊ້າງທີ່ລ້ຽງໃຫ້ນັກທ່ອງທ່ຽວເບິ່ງ ລາຄາຢູ່ປະມານ 47 ໂດລາ (846.000 ກີບ).

Location: ທີ່ຢູ່ Google Map

ວັງວຽງ (Vang Vieng)

ສະຖານທີ່ຍອດນິຍົມທີ່ຄົນຕ່າງປະເທດໄປຫຼາຍ ສຳລັບການເດີນທາງສະດວກສະບາຍ ເພາະມີທາງດ່ວນ ແລະ ທາງລົດໄຟ ໄປຮອດປາຍທາງເລີຍ

Vang Vieng Diamond Resort

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ທີ່ພັກຫ່າງຈາກ ຄິວລົດເມວັງວຽງ ປະມານ 1 ກິໂລແມັດ ລາຄາຢູ່ປະມານ 67 ໂດລາ (1.206.000 ກີບ).

Location: ທີ່ຢູ່ Google Map

Serene Premier VangVieng Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ສະຖານທີ່ພັກໃກ້ກັບ ຖໍ້າປູຄຳ ວັງວຽງ ແລະ ຫ່າງຈາກນໍ້າຊອງ ປະມານ 1 ກິໂລແມັດ ລາຄາປະມານ 61 ໂດລາ (1.098.000 ກີບ)

Location: ທີ່ຢູ່ Google Map

Silver Naga Hotel

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ມີພູເຂົາອ້ອມຮອບ ແລະ ຫ່າງຈາກແມ່ນນໍ້າຊອງ ປະມານ 800 ແມັດ ລາຄາປະມານ 85 ໂດລາ (1.530.000 ກີບ)

Location: ທີ່ຢູ່ Google Map

ຈຳປາສັກ (Champasak)

ຈຳປາສັກ ເປັນໜຶ່ງໃນແຂວງພາກໃຕ້ຂອງລາວທີ່ເປັນຈຸດຍອດນິຍົມຂອງນັກທ່ອງທ່ຽວ ທີ່ຢາກໄປສຳພັດວິຖີຊີວິດຂອງປະຊາຊົນໃນເຂດນັ້ນ

Jenda​ The View

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ເປັນບ່ອນພັກໃກ້ກັບລິມນໍ້າ ແລະ ຫ່າງຈາກສະໜາມບິນ 30 ກິໂລແມັດ ລາຄາປະມານ 40 ໂດລາ (720.000 ກີບ)

Location: ທີ່ຢູ່ Google Map

Residence Bassac

ພາບຈາກ: Agoda
ພາບຈາກ: Agoda
ພາບຈາກ: Agoda

ສະຖານທີ່ພັກໃກ້ກັບແມ່ນນໍ້າຂອງ ແລະ ໃກ້ກັບສະໜາມບິນປາກເຊ 28 ກິໂລແມັດ ລາຄາປະມານ 74 ໂດລາ (1.332.000 ກີບ)

Location: ທີ່ຢູ່ Google Map

The River Resort

ພາບຈາກ: Agoda
ພາບຈາກ: Agoda

ໂຮງແຮມເປັນແບບບ້ານທັນສະໄໝ ປະສົມປະສານລະຫວ່າງທຳມະຊາດທີ່ໃກ້ຄຽງ ໃກ້ກັບສະໜາມບິນປາກເຊ 28 ກິໂລແມັດ ລາຄາປະມານ 120 ໂດລາ (2.160.000 ກີບ)

Location: ທີ່ຢູ່ Google Map

ຊຽງຂວາງ (Xieng Khouang)

ຊຽງຂວາງເປັນອີກໜຶ່ງແຂວງທີ່ມີມໍລະດົກໂລກຢ່າງທົ່ງໄຫຫີນ ເປັນອີກຈຸດໜຶ່ງຂອງນັກທ່ອງທ່ຽວຕ້ອງໄດ້ໄປແວ່

Xieng Khouang Hotel

ພາບຈາກ: Agoda
ພາບຈາກ: Agoda

ທຳເລດີ ຕັ້ງຢູ່ໃຈກາງຕົວເມືອງຊຽງຂວາງ ແລະ ຫ່າງຈາກສະໜາມບິນຊຽງຂວາງປະມານ 6 ກິໂລແມັດ ລາຄາ 50 ໂດລາ (900.000 ກີບ)

Location: ທີ່ຢູ່ Google Map

Phouluang Hotel

ພາບຈາກ: Agoda
ພາບຈາກ: Agoda

ທີ່ພັກແຫ່ງນີ້ແມ່ນຫ່ງຈາກສະໜາມບິນຊຽງຂວາງປະມານ 4 ກິໂລແມັດ ລາຄາ 36 ໂດລາ (648.000 ກີບ)

Location: ທີ່ຢູ່ Google Map

The Hillside Residence

ພາບຈາກ: Agoda
ພາບຈາກ: Agoda

ເປັນບ້ານພັກແບບນ້ອຍໆ ຢູ່ແບບວິຖີຊີວິດບ້ານໆ ເຊິ່ງຢູ່ຫ່າງຈາກສະໜາມບິນ ເກືອບ 6 ກິໂລແມັດ ລາຄາຢູ່ທີ່ 25 ໂດລາ (450.000 ກີບ)

Location: ທີ່ຢູ່ Google Map

ສຳລັບຂໍ້ມູນດັ່ງກ່າວທີ່ເຮົານໍາສະເໜີ ອາດຈະມີການປ່ຽນແປງໄດ້ຕະຫຼອດເວລາ ເພາະບາງເທດສະການຫຼືຊ່ວງໃດຊ່ວງໜຶ່ງ ອາດຈະມີການຫຼຸດລາຄາລົງໄດ້ ແລະ ບາງສະຖານທີ່ອາດຈະມີຄົນຈອງເຕັມກ່ອນແລ້ວ ແລະ ລາຄາທີ່ພັກປ່ຽນເປັນເລດເງິນກີບທີ່ເຮົາຄິດໄລ່ແມ່ນ (1 ໂດລາ = 18.000 ກີບ), ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດເຂົ້າໄປເບິ່ງໄດ້ທີ່ Agoda

ທ່ຽວທ້າຍປີນີ້ຫາຈອງໂຮງແຮມກັນໄວ້ເດີ້ ເພາະຕາມຂໍ້ມູນແມ່ນບາງແຂວງໄດ້ມີການຈອງໂຮງແຮມເກືອບເຕັມແລ້ວ ໂດຍສະເພາະ ນະຄອນຫຼວງວຽງຈັນ ຈອງແລ້ວ 47% ແລະ ແຂວງ ຫຼວງພະບາງ ຈອງແລ້ວ 50% ຂອງໂຮງແຮມທົ່ວແຂວງ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.