Monday, April 21, 2025

ສັນຍານທີ່ບົ່ງບອກວ່າ ສຸຂະພາບພັງ ເພາະການໃຊ້ໂທລະສັບ

ເມືື່ອໂທລະສັບກາຍເປັນປັດໄຈສຳຄັນທີ່ເຮົາຂາດບໍ່ໄດ້ ເພາະເປັນໃຫ້ເຮົາທຸກຢ່າງ ທັງເບິ່ງໜັງ, ຟັງເພງ, ຖ່າຍຮູບ, ເບິ່ງໂລກອອນລາຍ ຈົນເຮັດໃຫ້ຫຼາຍຄົນເກີດອາການຕິດໂທລະສັບ ເຊິ່ງບາງຄັ້ງກໍສົ່ງຜົນເສຍຕໍ່ສຸຂະພາບຂອງເຮົາແບບບໍ່ຮູ້ໂຕ ແລະ ນີ້ແມ່ນອາການທີ່ບົ່ງບອກໄດ້ວ່າ ສຸຂະພາບຂອງເຈົ້າກຳລັງຊຸູດໂຊມລົງຈາກການໃຊ້ໂທລະສັບ.

1.ນອນບໍ່ຫຼັບ

ແສງຈາກຈໍໂທລະສັບທີ່ສະຫວ່່າງ ສົ່ງຜົນຕໍ່ການປ່ອຍສານໂຮໂມນ ເມລາໂທນິນ ທີ່ຊ່ວຍຄວບຄຸມການນອນຫຼັບ ເນື່ອງຈາກການປ່ອຍໂຮໂມນດັ່ງກ່າວຂຶ້ນຢູ່ກັບແສງສະຫວ່າງ ການຫຼິ້ນໂທລະສັບກ່ອນນອນຈຶ່ງສົ່ງຜົນຕໍ່ການນອນຫຼັບໄປນໍາ.

2.ເກີດຄວາມຄຽດ

ການໃຊ້ໂທລະສັບຢູ່ຕະຫຼອດເວລາ ເທົ່າກັບວ່າເຮົາຕ້ອງພ້ອມທີ່ຈະຮັບໂທລະສັບຕ່າງໆ ຕອບກັບຂໍ້ຄວາມຕ່າງໆ ທີ່ແຈ້ງເຕືອນເຂົ້າມາຈາກຊ່ອງທາງຕ່າງໆ ດ້ວຍເຫດນັ້ນຈຶ່ງເຮັດໃຫ້ເກີດຄວາມຄຽດໂດຍບໍ່ຮູ້ໂຕ.

3.ຈໍປະສາດຕາເສື່ອມ

ແສງສີຟ້າຈາກຈໍໂທລະສັບສາມາດທຳລາຍຈໍປະສາດຕາ ຈົນນໍາໄປສູ່ການເປັນຈໍປະສາດຕາເຊື່ອມໄດ້ ເຊິ່ງວິທີແກ້ແມ່ນຄວນໃຊ້ສາຍຕາແນມໄປບ່ອນອື່ນ 20 ວິນາທີ ແລະ ແນມເບິ່ງສິ່ງທີ່ຢູ່ໄກໆຈາກຕົວເອງ ເພື່ອຄາຍຄວາມເມື່ອຍຈາກການໃຊ້ສາຍຕາ.

4.ປວດຄໍ

ສ່ວນໃຫຍ່ແລ້ວຄົນເຮົາມັກຈະກົ້ມເບິ່ງໂທລະສັບ ເຊິ່ງການກົ້ມແຕ່ລະຄັ້ງອາດເປັນທ່າທີ່ບໍ່ເໝາະສົມ ເພາະຈະສົ່ງຜົນໃຫ້ເກີດການປວດຄໍໄດ້ຫາກກົ້ມເປັນເວລາດົນໆ.

5.ມີພຶດຕິກຳຮຸນແຮງ

ຄົນທີ່ຕິດໂທລະສັບ ແລະ ບໍ່ສາມາດໃຊ້ໃນເວລາທີ່ຕ້ອງການ ມັກຈະເກີດອາການອາລົມຂຶ້ນໆລົງໆງ່າຍ ແບບບໍ່ໄດ້ຕັົ້ງໃຈ ເຊິ່ງສ່ວນຫຼາຍເຮົາຈະພົບເຫັນກັບກັບເດັນນ້ອຍທີ່ຕິດເກມໃນໂທລະສັບ.

6.ເສີຍສະມາທິ

ການໃຊ້ໂທລະສັບເຊື່ອມຕໍ່ກັບໂລກອອນລາຍ ສາມາດເຮັດໃຫ້ເສຍສະມາທິໄດ້ ເພາະແທນທີ່ເຮົາຈະໂຟກັດແຕ່ສິ່ງທີ່ເຮັດຢູ່ ກໍຕ້ອງມາລະແວງກັບສຽງແຈ້ງເຕືອນຕ່າງໆ ທີ່ເຂົ້າມາຈົນຂາດສະມາທິ.

7.ນິ້ວລ໋ອກ

ການໃຊ້ນິ້ວໃດນິ້ວໜຶ່ງພິມຂໍ້ຄວາມຫຼືຫຼິ້ນເກມໃນໂທລະສັບດົນເກີນໄປ ສົ່ງຜົນເຮັດໃຫ້ເກີດອາການນິ້ວລ໋ອກໄດ້ ເຊິ່ງເກີດຈາກການອັກເສບຂອງເສັ້ນເອັນແລະປອກຫຸ້ມເອັນທີ່ໃຊ້ໃນການງໍນິ້ວ ໂດຍສ່ວນໃຫຍ່ຈະເກີດຂຶ້ນກັບນິ້ວທີ່ໃຊ້ງານຫຼາຍກວ່ານິ້ວອື່ນໆ.

8.ມີຄວາມກັງວົນ

ຄົນທີ່ໃຊ້ໂທລະສັບຈົນຕິດ ຈະເຮັດໃຫ້ເກີດຄວາມກັງວົນໄດ້ ເນື່ອງຈາກການລໍຖ້າ ຫຼື ຄາດຫວັງສຽງໂທລະສັບ ການຕອບກັບຂໍ້ຄວາມຕ່າງໆ ແລະ ຫາກວ່າມື້ໃດລືມໂທລະສັບຍິ່ງກັງວົນຫຼາຍກວ່າເກົ່າ.

9.ປວດຫົວ

ການໃຊ້ໂທລະສັບເປັນເວລາດົນນານ ຈະສົ່ງຜົນໃຫ້ໄດ້ຮັບລັງສີຈາກໂທລະສັບທີ່ແຜ່ອອກມາ ເຊິ່ງລັງສີດັ່ງກ່າວຈະສົ່ງຜົນຕໍ່ລະບົບປະສາດເຮັດໃຫ້ອາການປວດຫົວຕາມມາ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.