ມວຍລາຍລາວ ສິລະປະການຕໍ່ສູ້ທີ່ອ່ອນຊ້ອຍ ແຕ່ຄົງຄວາມແຂັງແກ່ນ.

ມວຍລາຍລາວ (Mouay Lai Lao)ຖືວ່າເປັນສິລະປະການຕໍ່ສູ້ ທີ່ວິຣະບູລຸດຊົນຊາດລາວແຕ່ສະໄໝບູຮານໄດ້ຄິດຄົ້ນຂຶ້ນມາ ເຊິ່ງເປັນທ່ວງທ່າລີລາການຊົກມວຍແບບລາວ ທີ່ເບິ່ງເຂັ້ມແຂັງ ໜ້າຢຳເກງ ແຕ່ກໍປະສົມປະສານໄວ້ດ້ວຍຄວາມສວຍງາມຜ່ານທ່າທາງຂອງຮ່າງກາຍ.

ມວຍລາຍລາວ ມີຕົ້ນກຳເນີດມາຈາກ ທ່າທາງການຊົກມວຍຕັ້ງແຕ່ສະໄໝບູຮານ ທີ່ເອີ້ນກັນວ່າ: “ມວນລາກຫາງ” ແລະ ໄດ້ສືບທອດກັນມາ ໂດຍມັກຈະນຳມາສະແດງຢູ່ໃນງານເທດສະການຕ່າງໆ ເຊັ່ນ: ງານບຸນບັ້ງໄຟ ເຊິ່ງຜູ້ທີ່ມາສະແດງ ຈະເປັນຄົນທີ່ມີຄວາມຊຳນານໃນທັກສະສິລະປະການຕໍ່ສູ້ຊະນິດນີ້ໂດຍກົງ.

ເຊິ່ງ “ມວຍເສືອລາກຫາງ” ຫຼື “ມວຍລາຍລາວ” ສະແດງເຖິງການຕໍ່ສູ້ທີ່ເຄື່ອນໄຫວຮ່າງກາຍດ້ວຍຄວາມອ່ອນຊ້ອຍ, ນຸ້ມນວນ ໂດຍໃນແຕ່ລະທ່າກໍເຕັມໄປດ້ວຍພາລະກຳລັງ ແລະ ຄວາມແຂັງແຮງເພື່ອລົ້ມຄູ່ຕໍ່ສູ້ຝ່າຍກົງກັນຂ້າມໃຫ້ໄດ້ ໂດຍມີທີເດັດຢູ່ທີ່ທ່າໄມ້ຕາຍທີ່ເອີ້ນກັນວ່າ: “ຫາງເສືອສະບັດ”.

ໃນປັດຈຸບັນ ບັນດານັກກິລາ ແລະ ຄູຝຶກສອນ ມວຍລາຍລາວ ກໍໄດ້ມີການສືບທອດ ແລະ ພັດທະນາ ປັບປຸງທ່າທາງໃຫ້ມີຄວາມສວຍງາມ ອ່ອນຊ້ອຍຫຼາຍຂຶ້ນ, ແຕ່ສຳລັບຄູ່ຕໍ່ສູ້ແລ້ວ ມວຍລາຍລາວ ຍັງຄົງເປັນເຊີງມວຍທີ່ອັນຕະລາຍ ແລະ ບໍ່ອາດປະໝາດສີມືໄດ້.

ຂໍ້ມູນອ້າງອີງຈາກ:

  • 1. ເວັບໄຊ:
  • 2. Mouay Lai Lao ສຳນັກຂ່າວສານປະເທດລາວ
  • 3. Muay Lao – Wikipedia


More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...