Monday, March 24, 2025

ອຢ ໄທເຕືອນ! ພົບຢາກະຕຸ້ນໃນກາເຟສຳເລັດຮູບ ສ່ຽງຕາບອດ

ສຳນັກງານຄະນະກຳມະການ ອາຫານ ແລະ ຢາ ຫຼື ອຢ ຂອງໄທ ໄດ້ກວດພົບຢາກະຕຸ້ນສະມັດທະພາບທາງເພດໃນຜະລິດຕະພັນກາເຟສຳເລັດຮູບ ຜະສົມຊະນິດຜົງ ໂດຍໄດ້ອອກມາເຕືອນຜູ້ບໍລິໂພກວ່າ ຢ່າຊື້ ເພາະສ່ຽງເຮັດໃຫ້ຕາບອດ ແລະ ເປັນອັນຕະລາຍເຖິງຊີວິດ.

ຈາກຜົນກວດສອບກາເຟສຳເລັດຮູບຜະສົມຊະນິດຜົງກາ ໂກແມັກຊ໌ຄັອບຟີ່ (GOMAX COFFEE) ລຸ້ນການຜະລິດວັນທີ 23 ກັນຍາ 2022 ແລະ ໝົດອາຍຸ ວັນທີ 23 ກັນຍາ 2024 ໂດຍຫ້ອງປະຕິບັດການ ກົມວິທະຍາສາດການແພດ ໄດ້ພົບການປົນເປື້ອນຂອງ ຢາຊິລເດນາຟິລ (sildenafil) ເຊິ່ງເປັນຢາປິ່ນປົວອາການເສື່ອມສະມັດທະພາບທາງເພດ ຫຼື ຢາຄວບຄຸມພິເສດ.

ຢາຊະນິດນີ້ ເປັນຢາທີ່ອອກລິດຂະຫຍາຍຫຼອດເລືອດ ເຊິ່ງມີຜົນຂ້າງຄຽງທີ່ອາດເຮັດໃຫ້ເກີດຄວາມຜິດປົກກະຕິຂອງລະບົບປະສາດຕາ ຈົນເຖິງຂັ້ນເຮັດໃຫ້ຕາບອດໄດ້ ໂດຍອາການຈະເລີ່ມຈາກການເຈັບຫົວຢ່າງຮຸນແຮງ, ຫົວໃຈເຕັ້ນຜິດຈັງຫວະ, ຄວາມດັນເລືອດສູງ ແລະ ເປັນອັນຕະລາຍເຖິງຊີວິດໄດ້, ສະນັ້ນ ຕ້ອງໄດ້ລະວັງໃນຄົນເຈັບທີ່ເປັນໂຣກຕັບ, ໄຂ່ຫຼັງ, ຄົນເຈັບທີ່ມີພາວະຄວາມດັນເລືອດຕ່ຳ ແລະ ໂຣກຫົວໃຈ ຈຶ່ງເຕືອນຜູ້ບໍລິໂພກຢ່າຊື້ຜະລິດຕະພັນທີ່ກວດພົບການປົນເປື້ອນຂອງຢາດັ່ງກ່າວມາຮັບປະທານ ແລະ ຢ່າຫຼົງເຊື່ອການໂອ້ອວດສັບພະຄຸນທີ່ສາມາດຊ່ວຍເສີມສະມັດທະພາບທາງເພດ.

ສຳລັບຢູ່ໃນລາວ ກໍໄດ້ມີການໂພສຂາຍຜະລິດຕະພັນ GOMAX COFFEE ຜ່ານທາງອອນລາຍແລ້ວ ສະນັ້ນ, ຈຶ່ງເຕືອນໃຫ້ຄົນລາວທີ່ໃຊ້ຜະລິດຕະພັນດັ່ງກ່າວ ຄວນກວດສອບເບິ່ງຜະລິດຕະພັນໃຫ້ດີ ກ່ອນທີ່ຈະຊື້ມາບໍລິໂພກ ເພາະອາດເຮັດໃຫ້ເກີດຜົນຂ້າງຄຽງ ແລະ ເປັນອັນຕະລາຍຕໍ່ສຸຂະພາບໄດ້.

ທີ່ມາ:  

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.