Thursday, October 30, 2025
Kbank Laos โอน รับ จ่าย

ສືບຕໍ່ ພັດທະນາ ແລະ ສົ່ງເສີມ ຄຸນນະພາບຊີວິດຂອງຊາວກະສິກອນ ລາວ

ວັນທີ 10 ພຶດສະພາ 2023 ທີ່ມາມາ ທ່ານນາງ ອຸຣີຣັດ ຈະເຣີນໂຕ, ອະທິບໍດີກົມຄວາມຮ່ວມມືລະຫວ່າງປະເທດ ແລະ ທ່ານນາງ ມໍຣະກົດ ສີສະຫວັດ, ເອກອັກຄະຣາຊະທູດໄທ ທີ່ ນະຄອນຫຼວງວຽງຈັນ ໄດ້ເດີນທາງຢ້ຽມຢາມສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເພື່ອຕິດຕາມຜົນການດຳເນີນງານ ໂຄງການພັດທະນາ ຄຸນນະພາບຊີວິດຂອງຊາວກະສິກອນຄົວເຮືອນຕົ້ນແບບຂອງເມືອງ ນາຊາຍທອງ, ເມືອງ ສັງທອງ, ນະຄອນຫຼວງ ວຽງຈັນ, ສປປ ລາວ.

ສຳລັບການຢ້ຽມຢາມໃນຄັ້ງນີ້, ໄດ້ມີກິດຈະກຳການມອບປັດໄຈການຜະລິດສຳລັບຝຶກປະຕິບັດດ້ານການປະມົງ, ລ້ຽງສັດ, ການສາທິດການໃຫ້ວັກຊີນໄກ່ ແລະ ການນຳໃຊ້ກະຊັງບົກ ເຊິ່ງຖືວ່າເປັນສ່ວນ  ໜຶ່ງຂອງແຜນງານໂຄງການທີ່ສືບຕໍ່ຈາກການຝຶກອົບຮົມທິດສະດີດ້ານການລ້ຽງສັດ ແລະ ການປະມົງ ເມື່ອເດືອນ ກັນຍາ 2022 ແລະ ການຝຶກອົບຮົມຫຼັກສູດ ກະເສດແບບປະສົມປະສານ ເມື່ອວັນທີ 1 – 3 ພຶດສະພາ 2023 ທີ່ ສູນສຶກສາການພັດທະນາພູພານ ອັນເນື່ອງມາຈາກພະຣາດຊະດຳຣິ ຈັງຫວັດສະກົນນະຄອນ ພ້ອມນີ້, ໂຄງການຈະຄັດເລືອກກະສິກອນທີ່ມີສັກກະຍະພາບເພື່ອເປັນກະສິກອນຕົວຢ່າງ ແລະ ຈັດຕັ້ງສູນຮຽນຮູ້ໃນຮູບແບບກະສິກອນຕົ້ນແບບຕໍ່ໄປ.

ໃນໂອກາດດັ່ງກ່າວ ທ່ານ ປະວັດ ນະວະມະຣັດ, ເລຂາທິການຄະນະກຳມະການພິເສດ ເພື່ອປະສານງານໂຄງການອັນເນື່ອງມາຈາກພະຣາດຊະດຳຣິ ແລະ ທ່ານ ສີສະຫວາດ ຫອມດາລາ, ຮອງຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບປັດໄຈຂ້າງຕົ້ນ ແລະ ຮ່ວມປູກຕົ້ນໄມ້ໃນສູນ.

ນອກຈາກໂຄງການດັ່ງກ່າວ ທີ່ເປັນການຖ່າຍທອດເຕັກໂນໂລຊີ ແລະ ຄວາມຮູ້ ດ້ານກະສິກຳ ໃຫ້ແກ່ຊາວກະສິກອນລາວແລ້ວ ລັດຖະບານໄທ ໂດຍກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະ ເທດ ແລະ ລັດຖະບານ ສປປ ລາວ ຍັງໄດ້ຮ່ວມກັນດຳເນີນໂຄງການຄວາມຮ່ວມມືເພື່ອການພັດທະນາໃນການຈັດຕັ້ງສູນຮຽນຮູ້ເພື່ອການພັດທະນາກະເສດແບບຍືນຍົງ ຕາມແນວທາງປັດຊະຍາຂອງເສດຖະກິດພໍພຽງ ໃນໂຮງຮຽນ, ວິທະຍາໄລ ອາຊີວະສຶກສາ ໃນ ສປປ ລາວ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ ແລະ ເປັນແຫຼ່ງຮຽນຮູ້ຂອງຊຸມຊົນ ໂດຍ ປັດຈຸບັນ ມີສູນຮຽນຮູ້ໃນວິທະຍາໄລອາຊີວະສຶກສາຂອງລາວ ຈຳນວນ 6 ແຫ່ງ, ໂດຍໄດ້ສົ່ງມອບໂຄງການແລ້ວ 3 ແຫ່ງ ໄດ້ແກ່: ວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ, ນະຄອນຫຼວງ ວຽງຈັນ, ວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ຄຳມ່ວນ ແລະ ໂຮງຮຽນເຕັກນິກ-ວິຊາຊີບ ແບບປະສົມ ແຂວງເຊກອງ            

ສ່ວນອີກ 3 ແຫ່ງ ຢູ່ລະຫວ່າງການກໍ່ສ້າງ ຄາດວ່າຈະສຳເລັດໃນເດືອນ ກັນຍາ 2023 ໄດ້ແກ່: ໂຮງຮຽນເຕັກນິກ-ວິຊາຊີບ ແຂວງ ບໍ່ແກ້ວ, ໂຮງຮຽນ ເຕັກນິກ-ວິຊາຊີບ ແບບປະສົມ, ແຂວງໄຊຍະບູລີ ແລະ ໂຮງຮຽນ ເຕັກນິກ-ວິຊາຊີບ ແບບປະສົມ ແຂວງ ອັດຕະປື.

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.