Wednesday, March 19, 2025

ໂຕ້ ໂຊແມນ ນັກສະແດງຫຸ່ນນິ້ງຄົນທຳອິດຂອງລາວ 

ຫຼາຍທ່ານຄົງຈະເຄີຍເຫັນການສະແດງຫຸ່ນນິ້ງໜ້າຂາວ ຜ່ານທາງໂທລະພາບ, ໂຊຊ້ຽວມີເດຍ ແລະ ງານຕ່າງໆ ຢູ່ຕ່າງປະເທດມາແລ້ວ, ແຕ່ສຳລັບຢູ່ໃນປະເທດລາວ ການສະແດງຫຸ່ນນິ້ງຖືວ່າຍັງໃໝ່ ແລະ ບໍ່ຄ່ອຍມີຄົນເຮັດ ແຕ່ປັດຈຸບັນ ຖືວ່າເປັນສັນຍານທີ່ດີ ທີ່ຈະເຮັດໃຫ້ການສະແດງຫຸ່ນນິ້ງໃນລາວ ເປັນທີ່ຮູ້ຈັກຫຼາຍຂຶ້ນ ແລະ ກາຍເປັນອາຊີບໃໝ່ທີ່ເກີດຂຶ້ນໃນລາວ.

ຫຼ້າສຸດ ທ້າວ ແສງດາວລົມ ອິນສີຊຽງໃໝ່ ຫຼື ເປັນທີ່ຮູ້ຈັກໃນນາມ “ໂຕ້ ໂຊແມນ” ໄດ້ກາຍເປັນນັກສະ ແດງຫຸ່ນນິ້ງຄົນລາວຜູ້ທຳອິດ ທີ່ໄດ້ອອກງານທຳອິດຢູ່ໃນລາວ ໃນງານເປີດໂຕໂທລະສັບມືຖືລຸ້ນໃໝ່ຂອງບໍລິສັດຊຳຊຸງ ເມື່ອບໍ່ດົນມານີ້ທີ່ສູນການຄ້າພາກຊັນ.

ແສງດາວລົມ ກ່າວວ່າ: ໂຕເອງບໍ່ເຄີຍຄິດວ່າຈະມາເປັນນັກສະແດງຫຸ່ນນິ້ງ ເນື່ອງຈາກວ່າກ່ອນໜ້ານີ້ໂຕເອງເປັນນັກສະແດງມາຍາກົນ, ຕາຫຼົກ, ແຕ່ງສຸດມາສຄັອດຕາມງານຕ່າງໆ ເພື່ອເປັນອາຊີບລ້ຽງໂຕເອງ ແລະ ຄອບຄົວ ໂດຍທີ່ມີ ພໍ່ເລີດມະນີ ອິນສີຊຽງໃໝ່ ເປັນແຮງບັນດານໃຈໃນການເຮັດອາຊີບນີ້.

ແຕ່ມາຮອດປີ 2018 ໄດ້ມາຮູ້ຈັກກ່ຽວກັບການສະແດງຫຸ່ນນິ້ງຈາກຢູທູບ ດ້ວຍຄວາມມັກໃນການສະແດງ, ຢາກຮຽນຮູ້ສິ່ງໃໝ່ໆ ຈຶ່ງໄດ້ມາສຶກສາ ແລະ ລອງຝຶກຝົນໂຕເອງ ຈົນມາຮອດປີ 2020 ເຂົາກໍໄດ້ຮັບງານສະແດງຫຸ່ນນິ້ງເທື່ອທຳອິດຢູ່ “ງານວັນເດັກ” ທີ່ປະເທດໄທ.

ພາຍຫຼັງທີ່ໄດ້ຮັບງານຢູ່ໄທໄດ້ 3 ງານ ໂຄວິດ-19 ກໍເຂົ້າມາລະບາດ ເຮັດໃຫ້ຂ້າມໄປປະເທດໄທບໍ່ໄດ້ ແລະ ຈຳເປັນຕ້ອງໄດ້ຢຸດການສະແດງນີ້ໄປເຖິງ 3 ປີ, ແຕ່ຕະຫຼອດໄລຍະເວລາ 3 ປີທີ່ບໍ່ໄດ້ຮັບງານການສະແດງຫຸ່ນນິ້ງ ແສງດາວລົມ ກໍບໍ່ເຄີຍຄິດຈະລົ້ມເລີກການສະແດງນີ້ ແຕ່ຍິ່ງເພີ່ມທັກສະການຮຽນຮູ້ ແລະ ພັດທະນາໃຫ້ໂຕເອງເກັ່ງຂຶ້ນຢູ່ສະເໝີ ຈົນເຮັດໃຫ້ເຂົາມີທັກສະເພີ່ມຂຶ້ນ ແລະ ກັບມາຮັບງານອີກຄັ້ງໃນງານເປີດໂຕໂທລະສັບລຸ້ນໃໝ່ຂອງຊຳຊຸງ ຊຶ່ງຖືວ່າເປັນງານໃຫຍ່ທີ່ສຸດທີ່ເຂົາເຄີຍຮັບມາ ແລະ ກໍເປັນການຮັບງານຄັ້ງທຳອິດຢູ່ໃນປະເທດລາວນຳອີກ.

“ຂ້ອຍຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ກັບການທີ່ໄດ້ຮັບງານການສະແດງຫຸ່ນນິ້ງອີກຄັ້ງ ເພາະບໍ່ຄິດວ່າຈະມີຄົນສົນໃຈຈ້າງຢູ່ໃນປະເທດລາວ” ແສງດາວລົມ ກ່າວ.

ເມື່ອຖາມເຖິງການຝຶກໃນການສະແດງເປັນຫຸ່ນນິ້ງ ແສງດາວລົມ ບອກວ່າ: ການຝຶກສະມາທິສຳຄັນທີ່ສຸດ, ຈາກນັ້ນກໍຝຶກຄວາມອົດທົນໃນການຢືນ ເຮັດແນວໃດຈຶ່ງຈະເຮັດໃຫ້ເຮົາຢືນໄດ້ດົນ ແລະ ນິ້ງທີ່ສຸດ “ຂ້ອຍເຄີຍຢືນເປັນຫຸ່ນນິ້ງຢູ່ເທິງແທ່ນດົນທີ່ສຸດແມ່ນ 2 ຊົ່ວໂມງ” ແສງດາວລົມ ກ່າວ.

ແສງດາວລົມ ກ່າວຕື່ມອີກວ່າ: “ຂ້ອຍດີໃຈຫຼາຍທີ່ໄດ້ເຮັດໃນສິ່ງທີ່ໂຕເອງມັກ ແລະ ສິ່ງທີ່ຂ້ອຍມັກນັ້ນ ເປັນອີກອາຊີບໜຶ່ງ ທີ່ສາມາດສ້າງລາຍຮັບໃຫ້ຂ້ອຍໄດ້ ຊຶ່ງເດືອນ 1 ມີລາຍຮັບສະເລ່ຍຢູ່ທີ່ 5 ລ້ານກີບຂຶ້ນໄປ ແຕ່ຖ້າເດືອນໃດມີງານເທດສະການຫຼາຍໆ ກໍຈະມີລາຍໄດ້ບໍ່ຕ່ຳກວ່າ 20 ກີບ”.

ແນວໃດກໍດີ ເຖິງວ່າອາຊີບໃໝ່ນີ້ຈະມີລາຍຮັບຂ້ອນຂ້າງດີ ແຕ່ບຸກຄະລາກອນທີ່ເຮັດອາຊີບນີ້ຢູ່ບ້ານເຮົາຍັງມີໜ້ອຍ ບໍ່ພຽງພໍກັບຄວາມຕ້ອງການຂອງລູກຄ້າ ສະນັ້ນ, ແມ່ນໃຜທີ່ສົນໃຈຢາກຝຶກ ຢາກຮຽນຮູ້ການສະແດງກ່ຽວກັບຫຸ່ນນິ້ງ ກໍຍິນດີສອນໃຫ້ເພື່ອນຳໄປປະກອບເປັນອາຊີບໄດ້ ເພາະການສະແດງຫຸ່ນນິ້ງ ຖືວ່າເປັນອີກທາງເລືອກໜຶ່ງ ໃນການສີສັນ ແລະ ສ້າງຄວາມມ່ວນຊື່ນໃຫ້ກັບງານຕ່າງໆໄດ້.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.