ຂໍຂອບໃຈນຳຜູ້ສະໜັບສະໜູນ

ຫຼາຍບ້ານຍັງຖືເບົາ ກ່ຽວກັບການປ້ອງກັນການເກີດໄຟໄໝ້ບ້ານ ເພື່ອໃຫ້ໝັ້ນໃຈວ່າບ້ານເຮົາປອດໄພ ເຮົາຈຳເປັນຕ້ອງກວດສອບໃຫ້ແນ່ໃຈວ່າ ເຮົາຕິດຕັ້ງອຸປະກອນເຕືອນຄັວນໄຟແລ້ວບໍ່ ແລະ ເກັບວັດສະດຸໄວໄຟໄວ້ຫ່າງໄກຈາກຄວາມຮ້ອນຫຼືບໍ່. ນອກຈາກນີ້, ຍັງມີອີກຫຼາຍວິທີທີ່ຈະຊ່ວຍປ້ອງກັນຄວາມສ່ຽງທີ່ຈະພາໃຫ້ເກີດໄຟໄໝ້ໄດ້.

Flaming power plugs in horizontal electrical socket realistic vector illustration isolated on transparent background. Short circuit in outlet because of overload, bad wiring concept. Home fire cause
  • ເລືອກຊື້ເຄື່ອງໃຊ້ໄຟຟ້າ ແລະ ປັກໄຟທີ່ໄດ້ມາດຕະຖານ ເພາະຖ້າຊື້ຂອງຖືກບໍ່ໄດ້ມາດຕະຖານມາຈະເກີດໄຟຟ້າລັດວົງຈອນ ຮ້ອນຫຼາຍຈະເປື່ອຍຫຼຸ້ຍໄດ້.
  • ໝັ່ນກວດສອບອຸປະກອນໄຟຟ້າໃຫ້ຢູ່ໃນສະພາບສົມບູນ ໂຕໃດເພກໍຄວນຖິ້ມເພື່ອຄວາມປອດໄພ.
  • ລະມັດລະວັງພຶດຕິກຳທີ່ກໍ່ໃຫ້ເກີດໄຟໄໝ້ ເຊັ່ນ ການສູບຢາ, ລືມຖອດປັກສຽບເຄື່ອງໃຊ້ໄຟຟ້າ, ເຮັດອາຫານແລ້ວບໍ່ປິດເຕົາແກັດ ແລະ ອື່ນໆ.
  • ຈັດເກັບວັດຖຸໄວໄຟໃຫ້ປອດໄພ ແລະ ເປັນລະບຽບ.
  • ຕິດຕັ້ງກົງເຕີໄຟ ທີ່ຕັດໄຟອັດຕະໂນມັດ ເມື່ອເກີດໄຟຕົກ ຫຼື ໄຟຊ໋ອດ ມັນຈະຕັດໄຟເອງເພື່ອຄວາມປອດໄພ ເຮົາບໍ່ຕ້ອງໄປສ່ຽງປິດເອງ.
  • ຕິດຕັ້ງເຄືຶ່ອງລະບາຍອາກາດ ເພື່ອຫຼຸດຄວາມຮ້ອນໃນບ້ານ.
  • ປ້ອງກັນໄຟໄໝ້ໃນຫ້ອງຄົວ ເຊັ່ນ ບໍ່ປ່ອຍໃຫ້ເຕົາມີຄາບອາຫານ ແລະ ຄາບນໍ້າມັນເກາະຕິດ ເພາະຫາກໄຟໄໝ້ນໍ້າມັນເຮົາບໍ່ຄວນໃຊ້ນໍ້າດັບ ເພາະໄຟຈະຍິ່ງແຮງຂຶ້ນເຮົາຄວນໃຊ້ຖັງດັບເພີງດັບໄຟ.
  • ໃຊ້ເຄື່ອງໄຟຟ້າຢ່າງລະມັດລະວັງ ສຽບເຕົາລີດ ຫຼື ໝໍ້ໄຟຟ້າໄວ້ ຫາກເຮົາບໍ່ລະວັງຫຼືລືມໄປ ອາດຈະເຮັດໃຫ້ໄໝ້ໄດ້.

ສຸດທ້າຍແລ້ວ ຫາກປະຕິບັດຕາມສິ່ງເຫຼົ່ານີ້ ກໍຈະສາມາດຫຼຸດໂອກາດໃນການເກີດໄຟໄໝ້ບ້ານໄດ້ ແລະ ສ້າງສະພາບແວດລ້ອມທີ່ຢູ່ອາໄສທີ່ປອດໄພຍິ່ງຂຶ້ນສຳຫຼັບໂຕເຈົ້າ ແລະ ຄອບຄົວຂອງເຈົ້າ.

Hits: 0

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້