ຂອງດີຈາກ 7-Eleven ບໍ່ໄດ້ເນັ້ນທີ່ລາຄາ

ໃຜທີ່ໄດ້ໄປຮ້ານ 7-Eleven ທີ່ຫາກໍເປີດໂຕສາຂາທຳອິດໃນ ສປປ ລາວ ຕັ້ງແຕ່ວັນທີ 7 ກັນຍາ 2023, ກໍມີຄຳຖາມວ່າ ລາຄາສິນຄ້າທີ່ຮ້ານັ້ນ ຕ່າງຈາກຮ້ານອື່ນແນວໃດ?
ເພື່ອໃຫ້ໝົດຂໍ້ສົງໄສ ອິນໄຊລາວ ເລີຍລົງສຸ່ມເອົາລາຍການສິນຄ້າ ອຸປະໂພກ-ບໍລິໂພກ ທົ່ວໄປບາງລາຍການ ມາປຽບທຽບກັບຮ້ານຄ້າອື່ນໆ ໃນ ນະຄອນຫຼວງ ວຽງຈັນ ໃຫ້ໄດ້ເບິ່ງນຳກັນ ວ່າສິນຄ້າຈາກຮ້ານ 7-Eleven ນັ້ນ ກໍມີຖືກແດ່-ແພງແດ່ ບໍ່ໄດ້ຕ່າງຈາກຮ້ານມິນິມາກທົ່ວໄປເລີຍ.


ດັງນັ້ນ, ຈຶ່ງກາຍເປັນຂໍ້ໜ້າສົງໄສເພີ່ມຕື່ມວ່າ ແລ້ວເປັນຫຍັງຄົນຈຶ່ງຫຼັ່ງໄຫຼໄປ 7-Eleven ຫຼາຍແທ້! ຄຳຕອບເບື້ອງຕົ້ນຂອງເຮົາກໍຄື: ເພາະຊື່ສຽງຂອງ 7-Eleven ທີ່ມີໃນຕ່າງປະເທດ ປະກອບກັບຄວາມໃໝ່ຂອງຮ້ານ ທີ່ຫາກໍເປີດສາຂາທຳອິດໄປນັ້ນລະ!.


ແຕ່ສິ່ງທີ່ເຮັດໃຫ້ຮ້ານ 7-Eleven ມີຄົນເຂົ້າໄປອຸດໜຸນຕໍ່ເນື່ອງຫຼາຍທີ່ສຸດ ກໍຄືສິນຄ້າປະເພດອາຫານ ທີ່ມີສະເພາະ 7-Eleven ເທົ່ານັ້ນ! ເຫັນໄດ້ຈາກພາບຊັ້ນວາງສິນຄ້າອາຫານ ພ້ອມຮັບປະທານ ທີ່ພະນັກງານຈັດສິນຄ້າຕື່ມເຂົ້າບໍ່ທັນຄົນຊື້ ເຊິ່ງງານນີ້ບອກໄດ້ເລີຍວ່າເບິ່ງຂ້າມເລື່ອງລາຄາ ຖືກ-ແພງ ຫຼື ການຄວບຄຸມຕະຫຼາດຂອງສິນຄ້າໄທໄປກ່ອນ ເພາະຄົນຊື້ກໍບໍ່ໄດ້ເຂົ້າໄປເພາະລາຄາຂອງສິນຄ້າ ແລະ ສິນຄ້າທີ່ມາຈາກໄທ ກໍມີຂາຍຢູ່ທົ່ວໄປ ທັງຮ້ານນ້ອຍຮ້ານໃຫຍ່ ແຖມບາງຮ້ານກໍຖືກກວ່າ 7-Eleven ນຳອີກ, ຖ້າເບິ່ງລາຄາທີ່ເຮົາປຽບທຽບໃຫ້ເຫັນແລ້ວ ຫາກຮ້ານໃກ້ບ້ານຖູກກວ່າ ເຮົາກໍບໍ່ເຫັນເຫດຜົນທີ່ຈະຕ້ອງມາ 7-Eleven.


ແຕ່ຖ້າຢາກມາ ເພື່ອສຳພັດກັບບັນຍາກາດລະດັບໂລກຂອງ 7-Eleven ແລ້ວ ອິນໄຊລາວ ຂໍແນະນຳ ສະເລີປີ້ ເຊິ່ງເປັນເຄື່ອງດື່ມທີ່ມີຄົນມັກຢູ່ທົ່ວໂລກ ນັບເປັນເອກະລັກ ແລະ ມີປະຫວັດທີ່ຢູ່ຄູ່ກັບ 7-Eeven ຍາວນານກວ່າ 50 ປີເລີຍລະ! ແມ່ນແຕ່ຢູ່ໃນປະເທດເພື່ອນບ້ານ ກໍມີພຽງແຕ່ບໍ່ເທົ່າໃດສາຂາເທົ່ານັ້ນ ທີ່ສາມາດຫາກິນໄດ້.
ແຕ່ຖ້າຍັງຢາກໄດ້ເຄື່ອງລາຄາຖືກກວ່າຮ້ານອື່ນໆ ແທ້ໆ ນອກຈາກຈະເບິ່ງລາຍການທີ່ ອິນໄຊລາວ ສຳຫຼວດມາໃຫ້ແລ້ວ ໃຜທີ່ເຫັນສິນຄ້າປະເພດໃດລາຄາໜ້າສົນໃຈ ກໍແນະນຳເພີ່ມຕື່ມມາໃນຄອມເມັ້ນ ເພື່ອໃຫ້ໝູ່ເພື່ອນໄດ້ຮູ້ນຳ ເພາະຖ້າໄປຮອດແລ້ວຈະໄດ້ບໍ່ເສຍຖ້ຽວ.

  1. ໃນໝວດໝູ່ເຄື່ອງດື່ມ ທຸກຮ້ານທີ່ເກັບຂໍ້ມູນມາພົບວ່າ ລາຄາຕ່າງກັນບໍ່ເກີນ 1.000 ກີບ.

2. ເນື່ອງຈາກວ່າ ເຮົາບໍ່ໄດ້ເບິ່ງລາຍລະອຽດຈົນເຖິງວັນໝົດອາຍຸ ເລີຍບອກບໍ່ໄດ້ວ່າ ເປັນສິນຄ້າທີ່ນຳເຂົ້າມາຄົນລະເທື່ອ ຫຼື ບໍ່? ແລະ ຈະຂາຍລາຄາເກົ່າອີກດົນປານໃດ ເພາະຊ່ວງລາຄາຂອງເຂົ້າໜົມກິນຫຼິ້ນ ທີ່ຫ່າງກັນຫຼາຍທີ່ສຸດຄືຕ່າງກັນເຖິງ 6.500 ກີບ.

3. ສຳລັບໝວດໝູ່ ເຄື່ອງປຸງແຕ່ງອາຫານນີ້ ເວົ້າໄດ້ວ່າລາຄາໃຫ້ຄຽງ ຫຼື ເທົ່າໆກັນ.

4. ໃນໝວດໝູ່ອາຫານສຳເລັດຮູບ ຕ້ອງຍອມຮັບວ່າ ລາຄາໃນຮ້ານ 7-Eleven ຍັງເຮັດໄດ້ບໍ່ດີປານໃດ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...