Apple ເປີດໂຕ iPhone 15 ມາພ້ອມກັນ 4 ລຸ້ນໃຊ້ພອດ USB Type-C

Apple ໄດ້ເປີດໂຕສິນຄ້າໃໝ່ປະຈຳປີ 2023 ເປັນທີ່ຮຽບຮ້ອຍ ໂດຍພາຍໃນງານໄດ້ເປີດໂຕສິນຄ້າ Apple Watch Series 9 ແລະ Apple Watch Ultra 2 ໂດຍມີ iPhone 15 Series ເປັນພະເອກຂອງງານ ເຊິ່ງເປີດໂຕມາພ້ອມກັນທັງໝົດ 4 ລຸ້ນຄື iPhone 15, iPhone 15 Plus, iPhone 15 Pro ແລະ iPhone 15 Pro Max ພ້ອມກັບບອກລາບ່ອນສາກແບບເກົ່າ Lightning ປ່ຽນມາໃຊ້ພອດ USB Type-C ແທນ.

ສຳລັບສະເປກຂອງແຕ່ລະເຄື່ອງປະກອບມີ:

iPhone 15

  • ມີທັງໝົດ 5 ສີ: ສີບົວ, ສີຂຽວ, ສີຟ້າ, ສີດໍາ, ສີເຫຼືອງ (ສີ pastel)
  • ຈໍສະແດງຜົນ Super Retina XDR 6.1 ນິ້ວ, 60 Hz, ຮອງຮັບ HDR, True Tone ແລະ ຄວາມສະຫວ່າງໃນແສງແດດ 2,000 nits
  • ຊິບ A16 Bionic
  • ຄວາມຈຸ 128GB, 256GB, 512GB
  • ວີດີໂອ 4k
  • ກ້ອງຫຼັກ 48MP, Ultrawide 12MP
  • ເຄືອຂ່າຍ 5G
  • ສາມາດເຊື່ອມຕໍ່ Wi-Fi 802.11a/b/g/n/ac/ax, Bluetooth 5.3, NFC, Ultra-Wideband 2nd generation
  • ພອດ USB Type-C 2 (ສູງສຸດ 480Mb/s), ຮອງຮັບ DisplayPort
  • ແບັດເຕີຣີຮອງຮັບການສາກໄຟໄຮ້ສາຍ MagSafe
  • ມາດຕະຖານ IP68 (ກັນນໍ້າເລິກ 6 ແມັດບໍ່ເກີນ 30 ນາທີ)
  • ຄວາມປອດໄພ SOS ສຸກເສີນຜ່ານດາວທຽມ ແລະ ກວດຈັບການຊົນ
  • ລະບົບປະຕິບັດການ iOS 17
  • ນໍ້າໜັກ 171 ກຣາມ
  • ລາຄາເປີດໂຕເລີ່ມຕົ້ນຢູ່ທີ່ 799$ ຫຼືປະມານ 15 ລ້ານກີບ.

iPhone 15 Plus

  • ມີທັງໝົດ 5 ສີ: ສີບົວ, ສີຂຽວ, ສີຟ້າ, ສີດໍາ, ສີເຫຼືອງ (ສີ pastel)
  • ຈໍສະແດງຜົນ Super Retina XDR 6.7 ນິ້ວ, 60 Hz, ຮອງຮັບ HDR, True Tone ແລະ ຄວາມສະຫວ່າງໃນແສງແດດ 2,000 nits
  • ຊິບ A16 Bionic
  • ຄວາມຈຸ 128GB, 256GB, 512GB
  • ວີດີໂອ 4k60Fps
  • ກ້ອງຫຼັກ 48MP, Ultrawide 12MP
  • ເຄືອຂ່າຍ 5G
  • ສາມາດເຊື່ອມຕໍ່ Wi-Fi 802.11a/b/g/n/ac/ax, Bluetooth 5.3, NFC, Ultra-Wideband 2nd generation
  • ພອດ USB Type-C 2 (ສູງສຸດ 480Mb/s), ຮອງຮັບ DisplayPort
  • ແບັດເຕີຣີຮອງຮັບການສາກໄຟໄຮ້ສາຍ MagSafe
  • ມາດຕະຖານ IP68 (ກັນນໍ້າເລິກ 6 ແມັດບໍ່ເກີນ 30 ນາທີ)
  • ຄວາມປອດໄພ SOS ສຸກເສີນຜ່ານດາວທຽມ ແລະ ກວດຈັບການຊົນ
  • ລະບົບປະຕິບັດການ iOS 17
  • ນໍ້າໜັກ 201 ກຣາມ
  • ລາຄາເປີດໂຕເລີ່ມຕົ້ນຢູ່ທີ່ 899$ ຫຼືປະມານ 17 ລ້ານກີບ.

ສີ່ງທີ່ຕ່າງໄປຈາກ iPhone 14 & 14 Plus ແມ່ນປ່ຽນຟາຫຼັງໃຫມ່ເປັນແກ້ວແບບດ້ານຄືກັບລຸ້ນ Pro & Pro Max ແລະໄດ້ກ້ອງຄວາມລະອຽດສູງຂື້ນເປັນ 48 ລ້ານພິກເຊວຈາກລຸ້ນເກົ່າ 12 ລ້ານພິກເຊວ ແລະ ບ່ອນສາກ Type-C.

iPhone 15 Pro

  • ມີທັງໝົດ 4 ສີ: Dark Titanium, Natural Titanium, White Titanium ແລະ Black Titanium.
  • ຈໍສະແດງຜົນ Super Retina XDR 6.1 ນິ້ວ, 120 Hz, ຮອງຮັບ Always on Display
  • ຊິບ A17 Pro
  • ຄວາມຈຸ 128GB, 256GB, 512GB, 1TB
  • ກ້ອງຫຼັກ 48MP ລະບົບກັນສັ່ນ Sensor-shift 2nd generation, Ultrawide 12MP ລະບົບກັນສັ່ນ OIS, ກ້ອງ telephoto 12MP, 3x optical zoom ລະບົບກັນສັ່ນ OIS
  • ເຄືອຂ່າຍ 5G
  • ສາມາດເຊື່ອມຕໍ່ Wi-Fi 802.11a/b/g/n/ac/ax, Bluetooth 5.3, NFC, Ultra-Wideband 2nd generation
  • ພອດ USB Type-C 3 (ສູງສຸດ 10Gb/s), ຮອງຮັບ DisplayPort
  • ແບັດເຕີຣີຮອງຮັບການສາກໄຟໄຮ້ສາຍ MagSafe
  • ມາດຕະຖານ IP68 (ກັນນໍ້າເລິກ 6 ແມັດບໍ່ເກີນ 30 ນາທີ)
  • ຄວາມປອດໄພ SOS ສຸກເສີນຜ່ານດາວທຽມ ແລະ ກວດຈັບການຊົນ
  • ລະບົບປະຕິບັດການ iOS 17
  • ນໍ້າໜັກ 187 ກຣາມ
  • ລາຄາເປີດໂຕເລີ່ມຕົ້ນຢູ່ທີ່ 999$ ຫຼືປະມານ 19 ລ້ານກີບ.

iPhone 15 Pro Max

  • ມີທັງໝົດ 4 ສີ: Dark Titanium, Natural Titanium, White Titanium ແລະ Black Titanium.
  • ຈໍສະແດງຜົນ Super Retina XDR 6.7 ນິ້ວ, 120 Hz, ຮອງຮັບ Always on Display
  • ຊິບ A17 Pro
  • ຄວາມຈຸ 256GB, 512GB, 1TB
  • ກ້ອງຫຼັກ 48MP ລະບົບກັນສັ່ນ Sensor-shift 2nd generation, Ultrawide 12MP ລະບົບກັນສັ່ນ OIS, ກ້ອງ telephoto 12MP, 3x optical zoom ລະບົບກັນສັ່ນ OIS
  • ເຄືອຂ່າຍ 5G
  • ສາມາດເຊື່ອມຕໍ່ Wi-Fi 802.11a/b/g/n/ac/ax, Bluetooth 5.3, NFC, Ultra-Wideband 2nd generation
  • ພອດ USB Type-C 3 (ສູງສຸດ 10Gb/s), ຮອງຮັບ DisplayPort
  • ແບັດເຕີຣີຮອງຮັບການສາກໄຟໄຮ້ສາຍ MagSafe
  • ມາດຕະຖານ IP68 (ກັນນໍ້າເລິກ 6 ແມັດບໍ່ເກີນ 30 ນາທີ)
  • ຄວາມປອດໄພ SOS ສຸກເສີນຜ່ານດາວທຽມ ແລະ ກວດຈັບການຊົນ
  • ລະບົບປະຕິບັດການ iOS 17
  • ນໍ້າໜັກ 187 ກຣາມ
  • ລາຄາເປີດໂຕເລີ່ມຕົ້ນຢູ່ທີ່ 1199$ ຫຼືປະມານ 23 ລ້ານກີບ.

ສຳລັບລາຄາໃນການເປີດໂຕແມ່ນໄລ່ຕາມອັດຕາແລກປ່ຽນປັດຈຸບັນຢູ່ທີ່ 19.920 ກີບ/$ ເຊິ່ງໃນອະນາຄົດລາຄາອາດມີການເພີ່ມຂຶ້ນ ແລະ ຫາກນໍາມາຂາຍຢູ່ລາວຈະບໍ່ແມ່ນລາຄານີ້.

ທີ່ມາ: Apple.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...