ແຊໃຫ້ລູກຫຼານອ່ານ! ວິທີກະກຽມເຮັດບຸນ ຫໍ່ເຂົ້າປະດັບດິນ.

ການເຮັດບຸນເຂົ້າປະດັບດິນ ເປັນການເຮັດບຸນເພື່ອອຸທິດໃຫ້ແກ່ຍາດຕິພີ່ນ້ອງທີ່ລ່ວງລັບ ເພື່ອບູຊາວິນຍານບັນພຣະບູຣຸດ ແລະ ຜູ້ໄຮ້ຍາດຂາດມິດ ໂດຍຈະຈັດເຂົ້າປາອາຫານໃນ ມື້ແຮມ 13 ຄໍ່າ ເດືອນ 9 ປະກອບດ້ວຍ: ເຂົ້າ, ເຄື່ອງຄາວຫວານ, ໝາກພູ, ຢາສູບ, ກ້ວຍອ້ອຍ ຫຼືສິ່ງຂອງຕ່າງໆ ທີ່ພໍຫາໄດ້ໃນຄອບຄົວ ຫຼືທ້ອງຖິ່ນຂອງຕົນ ໄດ້ມາແລ້ວຫໍ່ໃສໃບຕອງກ້ວຍ ຮ້ອຍເປັນພວງແລ້ວເອົາ ໄປແຂວນໄວ້ໃນງ່າໄມ້ ຕ້າຍບ້ານ ຫຼືວັດ ຫຼືວາງໄວໃນດິນກ່ອນຕາເວັນຈະຂຶ້ນໃນມື້ 14 ຄ່ຳເດືອນ 9 ດັບ ພ້ອມທັງກ່າວເຊີນວິນຍາຂອງເຫຼົ່າຍາດພີ່ນ້ອງຂອງເຮົາໃຫ້ມາຮັບສ່ວນກຸສົນຄັ້ງນີ້.

ຕໍ່ມາຕອນເຊົ້າກໍເຮັດພາເຂົ້າ ເຄື່ອງຕັກບາດເຂົ້າໄປຍັງວັດ ເພື່ອທຳບຸນຕັກບາດຖວາຍສັງຄະທານ ບາງຄົນກໍຖວາຍເປັນພັດຕາຫານ ບາງຄົນກໍຖວາຍເປັນພາເຂົ້າທິບ ໃນຕອນເຊົ້າ ເວລາ 7 ໂມງເປັນຕົ້ນໄປ. ການເຮັດບຸນເຂົ້າປະດັບດິນ ເປັນປະເພນີໜຶ່ງທີ່ມີໃນ ຮີດ 12 ຄອງ 14 ນິຍົມກັນເຮັດໃນມື້ 14 ຄ່ຳດັບເດືອນ 9.

ສຳລັບການເຮັດຫໍ່ເຂົ້າປະດັບດິນ ຄວນຫໍ່ໃສ່ໃບຕອງ ໃບບົວ ຫຼື ໃບໄມ້ປະເພດຕ່າງໆ (ບໍ່ຄວນໃສ່ກ່ອງໂຟມ ຫລື ຖົງຢາງ)

ຄໍາເວົ້າເວລາຢາຍຫໍ່ເຂົ້າປະດັບດິນ:

ວາງຫໍ່ເຂົ້າລົງກັບພື້ນດິນ ໄຕ້ທູບທຽນບູຊາ ຢາດນໍ້າ ຫລື ບໍ່ຢາດນໍ້າ ເວົ້າເອົາກະໄດ້ວ່າ: ຂ້າພະເຈົ້າຊື່………..ໄດ້ແຈກຢາຍຫໍ່ເຂົ້າປະດັບດິນ ບູຊາແຜ່ນດິນ ພຣະແມ່ທໍລະນີ, ຍາດພີ່ນ້ອງຊື່……….. ຕະຫຼອດເຖິງຜີບໍລິສາດທີ່ມີຍາດ ແລະ ບໍ່ມີຍາດ ໃຫ້ມາຮັບ……….ໃຫ້ໄດ້ຢູ່ໄດ້ກິນ ແລ້ວໃຫ້ໄປເກີດທີ່ດີເຖິງສຸກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...