ໝາກເຟືອງ ຊ່ວຍຄວບຄຸມນໍ້າໜັກ

ໝາກເຟືອງມີວິຕາມິນ C ຫຼາຍ, ບັນເທົາໂຣກເລືອດອອກຕາມຫວ່າງແຂ້ວ, ມັນມີປະລິມານພະລັງງານນຳ້ຕານ ແລະທາດເກືອຕຳ່ ຈຶ່ງເໝາະແກ່ການກິນເພື່ອຄຸມນຳ້ໜັກ, ຄວບຄຸມນຳ້ຕານໃນເລືອດ ຫຼື ຫຼຸດຄວາມອ້ວນ, ມີກົດໝາກໄມ້ຫຼາຍ, ໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງຊຳລະລ້າງຜິວກາຍ ແລະປ້ອງກັນການເກີດສິວ.

ສັບພະຄຸນຂອງໝາກເຟືອງ

  • ໝາກ: ດັບກະຫາຍນຳ້, ແກ້ຮ້ອນໃນ, ຫຼຸດຄວາມຮ້ອນພາຍໃນຮ່າງກາຍ, ບັນເທົາອາການຂອງໜິ້ວໃນທາງເດີນປັດສາວະ, ຂັບຂີ້ກະເທີ່, ໃຊ້ກຳຈັດຄັນແຄ, ບຳລຸງເສັ້ນຜົມ, ຊ່ວຍໃຫ້ເລືອດແຂງໂຕງ່າຍ, ຊ່ວຍໃຫ້ນອນຫຼັບງ່າຍຂຶ້ນ ແລະບັນເທົາອາການເລືອດອອກຕາມຫວ່າງແຂ້ວ.
  • ໃບ ແລະຮາກ: ປຸງກິນເປັນຢາດັບພິດຮ້ອນ ແລະແກ້ໄຂ້.
  • ໃບສົດ: ຕຳໃຊ້ປົກຕຸ່ມອີສຸກອີໄສ, ຂີ້ກາກຂີ້ກ້ຽນ ແລະຕົ້ມນຳ້ອາບແກ້ຕຸ່ມຄັນ.
  • ໃບອ່ອນ ແລະຮາກໝາກພ້າວ: ປະສົມເຂົ້າກັນແລ້ວຕົ້ມນຳ້ດື່ມແກ້ໄຂ້ຫວັດໃຫຍ່.
  • ແກ່ນ ແລະຮາກ: ຕົ້ມກິນແກ້ຖອກທ້ອງ ແລະແກ້ເສັ້ນເອັນອັກເສບ.

ຂໍ້ຄວນລະວັງ: ໝາກເຟືອງມີກົດອອກຊາລິກສູງ ຜູ້ທີ່ມີບັນຫາກ່ຽວກັບໄຂ່ຫຼັງ ບໍ່ຄວນກິນໝາກເຟືອງ ເພາະຈະເຮັດໃຫ້ເກີດອາການຂ້າງຄຽງໄດ້.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...