Saturday, April 26, 2025
Kbank Laos โอน รับ จ่าย

ກ້າວສູ່ຍຸກໃຫມ່ຂອງ Mobile AI ກັບ Samsung Galaxy S24 Series

ຊໍາຊຸງ ເປີດໂຕ Galaxy S24 Series ມືຖື AI ເຄື່ອງທຳອິດຂອງໂລກ ໃນວັນທີ 17 ມັງກອນ 2024 ທີ່ຜ່ານມາເຊິ່ງເປັນຜູ້ນໍາສູ່ຍຸກໃຫມ່ທີ່ຈະປ່ຽນແປງການນໍາໃຊ້ສະມາສໂຟນຕະຫລອດການ. Galaxy AI ຂະຫຍາຍປະສົບການເກືອບທຸກຢ່າງໃນ Galaxy S24 Series ຕັ້ງແຕ່ການເປີດໃຊ້ງານການສື່ສານທີ່ບໍ່ມີສິ່ງກີດຂວາງໄປສູ່ຄວາມຄິດສ້າງສັນທີ່ໜ້າຕື່ນຕາຕື່ນໃຈຫຼາຍຂຶ້ນ.

ບໍວ່າຈະເປັນດ້ານການສື່ສານ ດ້ວຍ Live Translation1 ທີ່ເຮັດວຽກຄືກັນກັບມີນາຍແປພາສາສ່ວນຕົວມາຊ່ວຍແປພາສາແບບ Voice Translator ແລະ Interpreter ເມື່ອໃຊ້ກັບໂປຣແກຣມສົ່ງຂໍ້ຄວາມທີ່ຊຳຊຸງຮອງຮັບ ຈະສາມາດແປພາສາຕ່າງປະເທດໃຫ້ກາຍເປັນພາສາທີ່ເຮົາເຂົ້າໃຈໄດ້ທັນທີ ທັງໃນຮູບແບບຂໍ້ຄວາມ ແລະ ສຽງສົນທະນາ ໂດຍບໍ່ຕ້ອງໃຊ້ໂປຣແກຣມເສີມ.

ດ້ານການຄົ້ນຫາຂໍ້ມູນ Galaxy S24 ນັບເປັນກ້າວສຳຄັນໃນປະຫວັດສາດຂອງການຄົ້ນຫາໃນຖານະສະມາສໂຟນຄາຍທຳອິດທີ່ມີຄຸນສົມບັດ Circle to Search2 ໃນການຄົ້ນຫາສິ່ງທີ່ຕ້ອງການເທິງໜ້າຈໍ ດ້ວຍການກົດປຸ່ມໂຮມຄ້າງໄວ້ ແລ້ວໃຊ້ນິ້ວ ຫຼື S pen ເຮັດເຄື່ອງໝາຍທີ່ວັດຖຸ ຫຼື ຂໍ້ຄວາມເທິງໜ້າຈໍໄດ້ທັນທີ.

ດ້ານຄວາມຄິດສ້າງສັນ ພາບຖ່າຍທີ່ໄດ້ ສາມາດນໍາມາແກ້ໄຂດ້ວຍ Galaxy AI ເຊິ່ງຈະສະແດງ Edit Suggestion3 ເພື່ອແນະນໍາການປັບແຕ່ງທີ່ເໝາະສົມສໍາລັບແຕ່ລະຮູບພາບ ແລະ ເພີ່ມອິດສະຫຼະໃນການສ້າງສັນໃຫ້ຫຼາຍຂຶ້ນດ້ວຍ Generative Edit4 ເຊິ່ງໃຊ້ AI  ຊ່ວຍປັບແຕ່ງສ່ວນຕ່າງໆຂອງຮູບພາບ ເຊັ່ນ: ເຕີມພື້ນຫຼັງຮູບພາບທີ່ຫາຍໄປ, ລົບວັດຖຸທີ່ບໍ່ຕ້ອງການ ຫຼື ຍ້າຍວັດຖຸໃນຮູບພາບໄປຫາຕຳແໜ່ງອື່ນ ພ້ອມເພີ່ມ ຫຼື ຫຼຸດຂະໜາດວັດຖຸໄດ້ທັນທີ່ ເພື່ອໃຫ້ຮູບພາບທີ່ໄດ້ມີຄວາມສົມບູນຫຼາຍຂຶ້ນຕາມຄວາມຕ້ອງການຂອງຜູ້ໃຊ້ງານ.

ທັງນີ້ ຊຳຊຸງເຊີນຊວນຜູ້ທີ່ສົນໃຈນະວັດຕະກຳ AI ມາຮ່ວມສໍາຜັດປະສົບການການໃຊ້ງານ Mobile AI ແບບສຸດຍອດທີ່ງານ Galaxy Experience Space in Vientiane ກັບ Samsung Galaxy S24 Series ທີ່ບໍລິເວນຫ້ອງໂຖງໜ້າທາງເຂົ້າສູນການຄ້າພາກຊັນ Pakson ນະຄອນຫຼວງວຽງຈັນ ພ້ອມຮ່ວມກິດຈະກຳສຸດພິເສດທີ່ບໍ່ຄືໃຜ ໃນວັນທີ 19 ມັງກອນ ຮອດ ວັນທີ 4 ກຸມພາ 2024 ນີ້.

ຜູ້ເຂົ້າຮ່ວມກິດຈະກຳພາຍໃນງານ ແລະ ສັ່ງຈອງ Samsung Galaxy S24 series ໄດ້ທັນທີພ້ອມສິດທິພິເສດສະເພາະຊ່ວງສັ່ງຈອງລ່ວງໜ້າໃນແຕ່ລະລຸ້ນ:

– Galaxy S24 Ultra (12+1T) ລາຄາແນະນຳ 34,999,000ກີບ (ລາຄາໂປຮໂມຊັນ)

– ຮັບທັນທີ ອັບເກຣດຄວາມຈໍາຈາກ 512GB ເປັນ 1TB ພ້ອມເຄສ, ຫູຟັງ Buds FE ແລະ Battery Pack

– Galaxy S24+ (12+512GB) ລາຄາແນະນຳ 26,999,000ກີບ

– ຮັບທັນທີ  Galaxy Tab A9 Wifi ພ້ອມເຄສ ແລະ ຫູຟັງ Buds FE

– Galaxy S24 (8+512GB) ລາຄາແນະນຳ 22,999,000ກີບ

– ຮັບທັນທີ Galaxy Tab A9 Wifi ພ້ອມເຄສ ແລະ ຫູຟັງ Buds FE

ຈອງໄດ້ຈົນຮອດວັນທີ 6 ກຸມພາ ນີ້

ລາຍລະອຽດເພີ່ມເຕີມ ກາລຸນາຕິດຕໍ່ Samsung Call Center: 021 417 333  ຫຼື ສອບຖາມເພີ່ມເຕີມໄດ້ໃນພື້ນທີ່ຈັດສະແດງ Samsung Galaxy Experience Space ທີ່ສູນການຄ້າ Pakson ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 4 ກຸມພາ 2024.

1 ການແປພາສາແບບສົດຕ້ອງການ ການເຊື່ອມຕໍ່ເຄືອຂ່າຍ ແລະ ເຂົ້າສູ່ລະບົບ Samsung Account. ການແປພາສາ ສາມາດໃຊ້ໄດ້ໃນແອັບທີ່ຊຳຊຸງຕິດຕັ້ງໄວ້ກ່ອນແລ້ວເທົ່ານັ້ນ. ບາງພາສາອາດຈະຕ້ອງການດາວໂຫຼດເພີ່ມຕື່ມ, ຄວາມພ້ອມໃຫ້ບໍລິການອາດຈະແຕກຕ່າງກັນໄປຕາມແຕ່ລະພາສາ ແລະ ຄວາມຖືກຕ້ອງຂອງການແປພາສາແມ່ນບໍ່ຮັບປະກັນ.

2 ຜົນໄດ້ຮັບອາດຈະແຕກຕ່າງກັນໄປຕາມການຈັບຄູ່ພາບ ແລະ ຕ້ອງການການເຊື່ອມຕໍ່ອິນເຕີເນັດ. ຜູ້ໃຊ້ອາດຈະຕ້ອງອັບເດດ Android ເປັນເວີຊັນຫຼ້າສຸດ. ການເຮັດວຽກຂອງຜະລິດຕະພັນອາດຈະຂຶ້ນກັບ ແອັບ ແລະ ການຕັ້ງຄ່າອຸປະກອນຂອງທ່ານ. ບາງຟັງຊັນອາດຈະບໍ່ເຂົ້າກັນໄດ້ກັບບາງແອັບ. ຄວາມພ້ອມຂອງການບໍລິການແຕກຕ່າງກັນໄປຕາມປະເທດ ແລະ ພາສາ. ຄວາມຖືກຕ້ອງຂອງຜົນໄດ້ຮັບແມ່ນບໍ່ຮັບປະກັນ

3 ການແກ້ໄຂຄໍາແນະນໍາແມ່ນເຮັດໄດ້ກັບຮູບແບບ JPG, PNG, GIF ແລະ MP4. ການແກ້ໄຂຜົນໄດ້ຮັບ ແລະ ຄຸນນະພາບອາດຈະແຕກຕ່າງກັນໄປຕາມສະພາບຂອງ ຮູບຖ່າຍ ຫຼື ການຖ່າຍພາບ. ຄູນນະພາບຂອງຜົນໄດ້ຮັບແມ່ນບໍ່ຮັບປະກັນ.

4 Generative Edit ຕ້ອງການການເຊື່ອມຕໍ່ອິນເຕີເນັດ ແລະ ເຂົ້າສູ່ລະບົບ Samsung Account. ການແກ້ໄຂດ້ວຍ Generative Edit ເຮັດໃຫ້ຮູບຖືກປັບເຖິງ 12MP. ເຄື່ອງໝາຍລາຍນໍ້າທີ່ເບິ່ງເຫັນໄດ້ຖືກວາງທັບເທິງຮູບພາບເມື່ອບັນທຶກເພື່ອລະບຸວ່າຮູບພາບນັ້ນຖືກສ້າງຂື້ນໂດຍ AI. ຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖືຂອງຮູບພາບທີ່ໄດ້ ບໍ່ສາມາດຮັບປະກັນໄດ້

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.