Thursday, November 13, 2025
Kbank Laos โอน รับ จ่าย

ເປີດນໍາໃຊ້ຢ່າງເປັນທາງການ ສະໜາມບິນສາກົນບໍ່ແກ້ວ

ພິທີເປີດນໍາໃຊ້ສະຫນາມບິນສາກົນບໍ່ແກ້ວ ໄດ້ຈັດຂຶ້ນຢູ່ເຂດເສດຖະກິດພິ ເສດສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໃນວັນທີ 5 ກຸມພາ 2024 ນີ້ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ເຈົ້າເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ມີບັນດາຄະນະນໍາຂັ້ນສູງ ແລະເຈົ້າໜ້າທີ່ກ່ຽວຂ້ອງເຂົ້າຮ່ວມ ສະໜາມບິນດັ່ງກ່າວຫ່າງຈາກເທສະບານເມືອງຕົ້ນເຜິ້ງປະມານ 7 ກິໂລແມັດ, ສາມາດຮອງຮັບຜູ້ໂດຍສານໄດ້ 2 ລ້ານກວ່າຄົນຕໍ່ປີ ແລະ ເປັນສະໜາມບິນໃຫຍ່ອັນດັບທີ 3 ຂອງ ສປປ ລາວ ຮອງຈາກສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ.

ໂຄງການສະໜາມບິນສາກົນບໍ່ແກ້ວ ແມ່ນໜຶ່ງໃນກິດຈະການທີ່ໄດ້ລະບຸໄວ້ໃນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດ ແລະແຫລ່ງທ່ອງທ່ຽວຄົບວົງຈອນອາຊຽນສາມຫຼ່ຽມຄໍາ ສະບັບປີ 2007 ແລະສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດສາມຫລ່ຽມຄຳ, ເມືອງເຜິ້ງ, ແຂວງບໍ່ແກ້ວ, ສປປ ລາວ ສະບັບປັບປຸງ 2014. ໂຄງການດັ່ງກ່າວເປັນການລົງທຶນຂອງ ບໍລິສັດ ກຣິດເຕີເບເອເລຍອິນເວດເມັນແອນດີເວວລົບເມັ່ນ ຈຳກັດ 100 % ໃນຮູບແບບ BOT, ເປັນສະໜາມບິນຂະໜາດ Code 4C, ໃນມູນຄ່າການລົງທຶນທັງໝົດ 225 ລ້ານກວ່າໂດລາສະຫະລັດ, ອາຍຸສຳປະທານ 50 ປີ, ສາມາດຕໍ່ໄດ້ຕາມການຕົກລົງຂອງລັດຖະບານ ແລະ ໄດ້ເລີ່ມມີການກໍ່ສ້າງມາຕັ້ງແຕ່ ວັນທີ 20 ກັນຍາ 2020 ເປັນຕົ້ນມາ.

ສະໜາມບິນທີ່ດັ່ງກ່າວນີ້ ນຳໃຊ້ເນື້ອທີ່ດິນໃນການກໍ່ສ້າງ 314 ເຮັກຕາ 5.478 ຕາແມັດ, ມີທາງແລ່ນຂຶ້ນ-ລົງຍາວ 2.700 ແມັດ ແລະ ສາມາດຂະຫຍາຍໄດ້ເຖິງ 3.000 ແມັດ, ສາມາດຮັບການລົງຈອດຂອງຍົນແອບັດສ A320 ແລະ ໂບອິ້ງ 737, ອາຄານຜູ້ໂດຍສານສາມາດຮອງຮັບຜູ້ໂດຍສານເຂົ້າ-ອອກ 600 ຄົນ ໃນເວລາດຽວກັນ, ອາຄານຄວບຄຸມການບິນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຢ່າງເປັນລະບົບ.

ທີ່ມາ: ຂ່າວເສດຖະກິດ-ສັງຄົມ

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.