Wednesday, July 9, 2025
Kbank Laos โอน รับ จ่าย

ວັດສີສະເກດ ນະຄອນຫຼວງວຽງຈັນ ກັບປະຫວັດຄວາມເປັນມາ.

ອານາຈັກລາວລ້ານຊ້າງ ໃນປີ ພສ 1896 (ຄສ 1353) ໄດ້ສະຖາປະນາ ເມືອງຊວາ ເປັນເມືອງເອກແຫ່ງອານາຈັກລາວລ້ານຊ້າງ ແລະ ໃນປີ ພສ 1900 (ຄສ 1357) ໄດ້ເຕົ້າໂຮມເປັນເອກະລາດ, ເອກະພາບ ອັນໜຶ່ງອັນດຽວກັນ ໃນສະໄໝລັດຊະການພະເຈົ້າຟ້າງຸ່ມ ຊື່ງເປັນອານາຈັກລາວລ້ານຊ້າງທີ່ກວ້າງໃຫຍ່ໄພສານ ມີຄວາມເຂັ້ມແຂງ ປະມານ 400 ກວ່າປີ,ຈົນມາຮອດໄລຍະອານາຈັກລາວລ້ານຊ້າງ ແບ່ງອອກເປັນ 3 ອານາຈັກ ໃນປີ ພສ 2250 (ຄສ 1707) ແລະ ພສ 2256 ( ຄສ 1713) ຄື: ອານາຈັກລາວລ້ານຊ້າງວຽງຈັນ, ອານາຈັກລາວລ້ານຊ້າງຫລວງພະບາງ ແລະ ອານາຈັກລາວລ້ານຊ້າງຈຳປາສັກ.

ມາເຖິງ ປີ ພສ 2321 (ຄສ 1778) ສາມອານາຈັກລາວລ້ານຊ້າງ ກໍໄດ້ຖືກຮຸກຮານຈາກ ເຈົ້າຕາກສິນກັບແມ່ທັບເອກ ພະມະຫາກະສັດເສີກ (ກຸງທົນບູລີ) ແລະ ຈົນໄດ້ຕົກເປັນປະເທດສະລາດ ຫລືວ່າຫົວເມືອງສ່ວຍຂອງກຸງຣັດຕະນະໂກສິນ ເຖິງປີ ພສ 2436 (ຄສ1893) ປະມານ 100 ກວ່າປີ. ຕອນນັ້ນ ພະເຈົ້າອະນຸວົງ ກໍຄືກັບລາດຊະວົງອົງອື່ນໆ ໂດຍສະເພາະລາຊະວົງໃນກະສັດແຫ່ງອານາຈັກລາວລ້ານຊ້າງວຽງຈັນໄດ້ຖືກກວດຕ້ອນໄປເປັນຕົວປະກັນຢູ່ກຸງທົນບູລີ.

ໃນປີ ພສ 2347 (ຄສ 1804) ລັດຊະການທີ II ຂອງກຸງຣັດຕະນະໂກສິນ ຈຳເປັນຕ້ອງຕັ້ງ ພະເຈົ້າອະນຸວົງ ໃຫ້ຄອງນະຄອນຫລວງວຽງຈັນ ຈັນທະບູລີສີສະຕະນາຄະນາຫຸດອຸດຕະມະລາຊະທານີ ອານາຈັກລາວລ້ານຊ້າງວຽງຈັນຕໍ່ໄປ.

ພະເຈົ້າອະນຸວົງນັບວ່າເປັນວິລະກະສັດ ອົງສຳຄັນໃນລາດຊະວົງ ແຫ່ງອານາຈັກລາວລ້ານຊ້າງ. ພະອົງເປັນກະສັດ ສະຫລຽວ
ສະຫລາດ ກ້າຄິດກ້າທຳ ກ້າຕັດສິນພະໄທ ທັງສາຍພະເນດກວ້າງໄກ ພະອົງໄດ້ນຳພາໄພ່ຟ້າລາດສະດອນເຕົ້າໂຮມຄວາມສາມັກຄີສ້າງບ້ານແປງເມືອງຄືນໃໝ່ ໄດ້ປະຕິສັງຂອນ ປູຊະນິຍະສະຖານຄືນໃໝ່ເຊັ່ນ: ພະທາດຫລວງ, ຫໍພະແກ້ວ… ແລະໄດ້ສ້າງວັດສີສະເກດ ທີ່ມີຄວາມສຳຄັນທາງດ້ານປະຫວັດສາດ ວິວັດທະນາການ ຂອງປະຊາຊົນລາວ, ທາງດ້ານວັດທະນະທຳ,ອຸດົມຄະຕິ, ຄວາມອາດສາມາດ ໃນອະດີດທີ່ຜ່ານໄປທີ່ໄດ້ສະແດງອອກທາງດ້ານ ປະຕິມາກຳສິນ,ຈິດຕະກຳສິນ ແລະອື່ນໆອີກ.

ວັດສີສະເກດ ແຕ່ຊື່ທີ່ຈາລຶກໄວ້ໃນແຜ່ນສິລາວ່າ: ”ສະຕະສະຫັສສາລາມ ” (ແປວ່າ ວັດແສນ) ແຕ່ຄົນທັງຫລາຍເອີ້ນວ່າ: ”ວັດສີສະເກດ” ສ້າງຂຶ້ນ ເມື່ອປີ ພສ 2361 (ຄສ 1818) ວັດນີ້ໃນອະດີດຕັ້ງຢູ່ຕິດກັບບໍລິເວນພະລາຊະວັງຫລວງດ້ານຕາເວັນອອກສ່ຽງເໜືອ ແລະ ຕັ້ງຢູ່ດ້ານໃນກຳແພງບູຮານວຽງຈັນຊັ້ນໃນ ປັດຈຸບັນນີ້ ເບື້ອງທ່າຕິດກັບຖະໜົນໄຊເສດຖາທິລາດ ເບື້ອງທົ່ງຕິດກັບທະນາຄານພັດທະນາອາຊີຫ່າງໄກຈາກແມ່ນ້ຳຂອງປະມານ 250 ແມັດ.

ວັດສີສະເກດນີ້ສ້າງໄດ້ 10 ປີກໍຖືກສົງຄາມ ພະນັ່ງເກົ້າເຈົ້າຢູ່ຫົວ ລັດຊະການທີ III ຂອງກຸງຣັດຕະນະໂກສິນ ເຂົ້າມາຮຸກຮານ ແລະ ມ້າງເພທຳລາຍ ພ້ອມກັບການທຳລາຍນະຄອນຫລວງວຽງຈັນ ແຕ່ຫລັງສົງຄາມໄດ້ຜ່ານພົ້ນໄປ ປະຊາຊົນລາວ ກໍໄດ້ຟຶ້ນຟູວັດໃຫ້ຄືນດີດັ່ງເກົ່າ ໂດຍຮັກສາຮູບລັກສະນະການກໍ່ສ້າງເດີມໄວ້ທຸກຢ່າງ. ໃນວັດສີສະເກດ ແມ່ນມີສິ່ງຢັ້ງຢືນທາງດ້ານມໍລະດົກ,ວັດທະນະທຳ ໃຫ້ຄຸນຄ່າທາງດ້ານສິລະປະ,ສະຖາປັດຕະຍະກຳສິນ, ປະຕິມະກຳສິນ, ຈິດຕະກຳສິນ… ຫລາຍຢ່າງ

ສິມສີສະເກດ ແມ່ນສະຖານທີ່ສຳຄັນ, ສັກສິດ ປະດິດສະຖານພະພຸດທະຮູບປະທານ (ອົງແສນ), ພະພຸດທະຮູບປາງຕ່າງໆ, ວັດຖຸທີ່ສຳຄັນທີ່ຮັບໃຊ້ພິທີກຳທາງສາສະໜາ ເປັນບ່ອນປະຕິບັດສາສະນາກິດຂອງພະພິກຂຸສົງ, ສະຖານທີ່ສູດປະຕິໂມກ ແລະ ໃຊ້ໃນພິທີບວດ ນອກຈາກນັ້ນ ໃນເມື່ອກ່ອນຈະໃຊ້ໃນພິທີດື່ມນໍ້າສັດຈະ ໃນການປົກຄອງບ້ານເມືອງໃນສະໄໝກ່ອນ.
ສິມ ແລະ ກົມມະລຽນສີສະເກດ ແມ່ນສະຖາປັດຕະຍະກຳສິນລາວ ຊຶ່ງປະກອບມີ ປະຕິມະກຳສິນ,ຈິດຕະກຳສິນ…ທີ່ເປັນຂໍ້ມູນຫລັກຖານທາງບູຮານຄະດີ ມີຄວາມສຳຄັນໃຫ້ຄຸນຄ່າທາງດ້ານປະຫວັດສາດ,ວັດທະນະທຳ, ສາສະໜາ, ຄວາມເຊື່ອຖືທີ່ປະຕິບັດຮີດຄອງປະເພນີ, ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າແຕ່ອາດີດຈົນເຖິງປັດຈຸບັນ ໃຫ້ຍືນຍົງຄົງຕົວກັບຊົນຊາດລາວຕະຫລອດໄປ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.