Monday, April 21, 2025

ລາວຈະສົ່ງນັກກິລາ ລົງແຂ່ງຂັນ 3 ປະເພດເກມ ໃນງານ World Esport Championship 2024.

ສປປ ລາວ ຈະສົ່ງຕົວແທນນັກກິລາລົງແຂ່ງໃນການແຂ່ງຂັນອີສະປອດລະດັບໂລກງານ World Esport Championship 2024 ທີ່ ເມືອງຣີຍາດ, ປະເທດຊາອຸດິອາລາເບຍ ເຊີ່ງມີປະເທດທີ່ເຂົ້າຮ່ວມການແຂ່ງຂັນເຖິງ 130 ປະເທດ ເຊິ່ງສະຫະພັນກິລາອີສະປອດແຫ່ງຊາດລາວ ຕົກລົງເຫັນດີສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ 3 ປະເພດເກມ, 4 ລາຍການແຂ່ງຂັນ ໄດ້ແກ່: PUBG MOBILE, MOBILE LEGENDS: BANG BANG (ປະເພດຊາຍ) ແລະ (ປະເພດຍິງ), EFOOTBALL (CONSOLE).

ຕາມເກມທັງໝົດທີ່ຖືກບັນຈຸໃນງານ ລາວ ເຮົາບໍ່ໄດ້ສົ່ງນັກກິລາຕົວແທນໄປພຽງແຕ່ 2 ເກມເທົ່ານັ້ນໄດ້ແກ່ເກມ DOTA2 ແລະ COUNTER STRIKE 2 ແລະ ຕາມແຜນ Road to World Esports Championships 2024 ຈະມີການຄັດເລືອກ ແລະ ແຜນການເຂົ້າຮ່ວມ ຈະເລີ່ມໃນຊ່ວງ ເດືອນ ມິນາ 2024 ນີ້.

ນອກນັ້ນ, ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກິລາອີສະປອດແຫ່ງຊາດລາວ ພ້ອມດ້ວຍວີຊາການສະຫະພັນ ຍັງໄດ້ເຂົ້າພົບປະໂອ້ລົມນຳ ທ່ານ ຮອງພະແນກ ແລະ ວິຊາການ ພະແນກສຶກສາທິການ ແລະ ກິລາແຂວງ ຫຼວງພະບາງ, ເພື່ອປຶກສາຫາລື ແລະ ຫາທິດຊີ້ນຳໃນວຽກງານອີສະປອດ ທີ່ກ່ຽວພັນກັບການຊຸກຍູ້ວຽກງານການສຶກສາ ຄວບຄູ່ໄປພ້ອມກັບວຽກງານການທ່ອງທ່ຽວ ທີ່ມີຄວາມເປັນໄປໄດ້ໃນອະນາຄົດ.

ເຊິ່ງຈະເປັນການກຽມພ້ອມ ແລະ ການເຟັ້ນຫານັກກິລາອີສະປອດປະຈຳແຕ່ລະແຂວງ ແລະ ແຕ່ລະສະຖາບັນ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ແລະ ມະຫະກຳກິລາມະຫາວິທະຍາໄລ ທີ່ຈະຈັດຂື້ນໃນປີ 2024 ແລະ ມະຫະກຳກິລາແຫ່ງຊາດໃນປີ 2025 ອີກດ້ວຍ.

ທີ່ມາ: Lao Esports Federation

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.