Monday, April 21, 2025

ເຫງົານອນດຸໆ ບອກອາການປ່ວຍຫຼາຍໂຣກ

ທ່ານຄວນຮູ້ເອົາໄວ້ເດີວ່າ ອາການເຫງົານອນດຸໆ ຫຼື ຄົນທີ່ຮູ້ສຶກອ່ອນເພຍຕະຫຼອດມື້ນັ້ນ ອາດເປັນສັນຍານຂອງຮ່າງກາຍ ທີ່ບົ່ງບອກວ່າ ມີໂຣກໄພໄຂ້ເຈັບຊ້ອນຢູ່ໃນຕົວເຮົາແລ້ວກໍໄດ້. ສິ່ງສຳຄັນກໍຄື ອາການເຫງົານອນເລື້ອຍໆນັ້ນ ຍັງບອກສັນຍານໄດ້ຫຼາຍໂຣກ ເຊັ່ນ:

1. ນອນກົນ: ອາການນອນກົນ ຫຼືທາງການແພດຮຽກວ່າ ພາວະຢຸດຫາຍໃຈຂະນະນອນຫຼັບຈາກການອົດກັ້ນ (Obstructive Sleep Apnea ຫຼື OSA) ອາດເຮັດໃຫ້ຮູ້ສຶກຢາກນອນເວັນຫຼາຍກວ່າປົກກະຕິ ເນື່ອງຈາກອາການນອນກົນ ບັ່ນຮອນຄຸນນະພາບການນອນທີ່ດີ ເຮັດໃຫ້ບໍ່ໄດ້ຮັບການພັກຜ່ອນທີ່ພຽງພໍ ແລ້ວສົ່ງຜົນໃຫ້ຮ່າງກາຍຮູ້ສຶກອ່ອນເພຍ ແລະຢາກນອນຫຼັບໃນຕອນກາງເວັນ.

2. ໂຣກນອນບໍ່ຫຼັບ: ກຸ່ມຄົນນີ້ ສົ່ງຜົນມາເຖິງອາການເຫງົານອນຫຼາຍຂຶ້ນໃນເວລາກາງເວັນໄດ້ຄືກັນ ຊຶ່ງໂຣກນອນບໍ່ຫຼັບ ຍັງສົ່ງຜົນເສຍຕໍ່ສຸຂະພາບຮ່າງກາຍໃນລະບົບການເຮັດວຽກຕ່າງໆ ອາດເຮັດໃຫ້ສະໝອງເຮັດວຽກຊ້າລົງ ແລະຊັກນຳໃຫ້ເກີດໂຣກອ້ວນໄດ້ອີກດ້ວຍ. ດັ່ງນັ້ນ ຖ້າໃຜທີ່ຮູ້ໂຕວ່າ ຕົກຢູ່ໃນອາການນອນບໍ່ຫຼັບແລ້ວ ກໍຄວນປຶກສາແພດເພື່ອປົວໂຣກ ກ່ອນທີ່ຮ່າງກາຍຈະຊຸໂຊມໄປກວ່ານີ້.

3. ພາວະເລືອດຈາງ: ຄົນທີ່ມີພາວະເລືອດຈາງ ຫຼືໃນຜູ້ຍິງທີ່ມີປະຈຳເດືອນມາຜິດປົກກະຕິ ກໍອາດຮູ້ສຶກເຫງົານອນຕະຫຼອດໄດ້ ເນື່ອງຈາກວ່າ ພາວະທີ່ຮ່າງກາຍມີລະບົບໄຫຼວຽນເລືອດບໍ່ສົມບູນ ອາດນຳມາຊຶ່ງອາການອ່ອນເພຍ ແລະເຮັດໃຫ້ຮູ້ສຶກຢາກນອນຫຼັບພັກຜ່ອນຫຼາຍກວ່າປົກກະຕິ. ຖ້າໃຜຫາກສົງໄສວ່າ ໂຕເອງອາດເປັນໂຣກນີ້ ກໍຄວນເສີມທາດເຫຼັກໃຫ້ຮ່າງກາຍຫຼາຍໆ ຫຼື ເພື່ອຄວາມສະບາຍໃຈຈະໄປພົບແພດກໍຍິ່ງເປັນການດີ.

4. ໂຣກໄທຣອຍ: ເກີດຈາກຄວາມຜິດປົກກະຕິຂອງຕ່ອມໄທຣອຍ ເຊັ່ນ ພາວະຂາດຮໍໂມນໄທຣອຍໃນຮ່າງກາຍ ຫຼືມີພາວະໄທຣອຍເປັນພິດ ກໍອາດເຮັດໃຫ້ຮ່າງກາຍສະແດງອາການຂອງໂຣກ ອອກມາໃນຮູບແບບອາການອ່ອນເພຍ, ​ເຫງົານອນຕະຫຼອດ ຈົນຜິດປົກກະຕິໄດ້. ຖ້າຕ້ອງການກວດໃຫ້ແນ່ໃຈວ່າ ເປັນໂຣກໄທຣອຍ ຫຼືບໍ່ ອາດເບິ່ງອາການອື່ນໆ ຕື່ມອີກວ່າ ມີນຳ້ໜັກໂຕເພີ່ມຂຶ້ນ ຫຼືຫຼຸດລົງ ທີ່ຜິດສັງເກດ ຫຼືມີອາການແຂນຂາບໍ່ມີແຮງຮ່ວມນຳ.

5. ເບົາຫວານ: ອາການອ່ອນເພຍ ແລະເຫງົານອນເລື້ອຍໆ ອາດເປັນສັນຍານຂອງໂລກເບົາຫວານຊະນິດທີ 2 ໄດ້. ຖ້າມີອາການປັດສາວະເລື້ອຍໆເ ປັນປົກກະຕິ, ເມື່ອຍງ່າຍຫິວນຳ້ຫຼາຍຂຶ້ນ, ກິນຈຸບຈິບຂະນະທີ່ນຳ້ໜັກໂຕຫຼຸດລົງກະທັນຫັນ, ການເບິ່ງເຫັນສີມົວໆ, ບາດແຜນານເຊົາ ຫຼື ອາການຊາທີ່ປາຍມື ແລະ ຕີນຮ່ວມນຳ ກໍຂ້ອນຂ້າງຈະຊັດເຈນ ວ່າ ທ່ານອາດມີພາວະໂຣກເບົາຫວານແລ້ວ.

6. ຄວາມຕຶງຄຽດ: ອາການນອນບໍ່ຫຼັບ ອາດເປັນສັນຍານຂອງໂຣກຄວາມຕຶງຄຽດໄດ້ ເນື່ອງຈາກວ່າ ຄວາມຕຶງຄຽດຈະສົ່ງຜົນກະທົບມາເຖິງລະບົບຮໍໂມນຕ່າງໆໃນຮ່າງກາຍ ແລະສົ່ງຜົນມາຍັງລະບົບການເຮັດວຽກອື່ນໆ ໃນໂຕຂອງເຮົາ ຊຶ່ງເປັນທີ່ມາຂອງອາການນອນບໍ່ຫຼັບ, ອ່ອນເພຍ, ອາຫານບໍ່ຍ່ອຍ, ປະຈຳເດືອນຄາດເຄື່ອນ, ສະມັດຖະພາບທາງເພດເສື່ອມ. ເມື່ອເກີດອາການແບບນີ້ຊຳ້ໆ ກໍຈະມີຜົນກະທົບຕໍ່ຮ່າງກາຍ ຕັ້ງແຕ່ພູມຄຸ້ມກັນທີ່ຈະອ່ອນແອລົງຈົນເປັນຫວັດ ຫຼືເຈັບທ້ອງໄດ້ງ່າຍ ໄປຈົນເຖິງໂຣກຊຳເຮື້ອຕ່າງໆ ຄື ໂຣກຫົວໃຈ ແລະ ຫຼອດເລືອດ.

7. ໂຣກອ່ອນເພຍຊຳເຮື້ອ: ໂຣກນີ້ ເກີດຈາກຄວາມຜິດປົກກະຕິ ຈາກລະບົບກົນໄກຂອງຮ່າງກາຍ ຊຶ່ງຍັງບໍ່ຮູ້ສາເຫດທີ່ຈະແຈ້ງ  ເຮັດໃຫ້ມີອາການເມື່ອຍ, ບໍ່ມີແຮງ ແລະອາການອື່ນໆ ເຊັ່ນ ປວດເມື່ອຍຕາມຕົນໂຕ, ບາງຄືນອາດນອນບໍ່ຫຼັບ, ຫຼັບບໍ່ສະໜິດ ແລະເມື່ອຕື່ນຂຶ້ນມາກໍບໍ່ສົດຊື່ນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.