Friday, April 18, 2025

5 ໂປຣແກມແກ້​ໄຂ PDF ອອນ​ລາຍ​ຟຣີ ​ໃຊ້ງານແກ້​ໄຂ​ເອ​ກະ​ສານໄດ້ໄວ​

ໂປຣແກມແກ້​ໄຂ PDF ເປັນເຄື່ອງມືທີ່ນິຍົມຫຼາຍຍ້ອນວ່າ ສາມາດດັດແກ້ໄຟລ໌ PDF ເພີ່ມຂໍ້ມູນ ແລະ ແກ້ໄຂຂໍ້ມູນທີ່ມີຢູ່ໃນໄຟລ໌ PDF. ເນື່ອງຈາກວ່າປົກກະຕິຖ້າເອກະສານເປັນ PDF ຂໍ້ມູນຕ່າງໆບໍ່ສາມາດຖືກແກ້ໄຂຄືກັບໄຟລ໌ Word. ເຊິ່ງການໃຊ້ໂປຣແກມແກ້ໄຂ PDF ສ່ວນຫຼາຍແມ່ນຈ່າຍ ແຕ່​ໃນ​ຄວາມ​ເປັນ​ຈິງ​, ພວກ​ເຮົາ​ສາ​ມາດ​ນໍາ​ໃຊ້ໂປຣແກມແກ້​ໄຂ PDF ຟຣີໄດ້ ແລະບໍ່ເສຍຄ່າໃຊ້ຈ່າຍ.

Wondershare PDFelement

ໂປຣແກມແກ້ໄຂ PDF ຟຣີໃຊ້ງ່າຍ, ບໍ່ຈຳເປັນຕ້ອງຈ່າຍເງິນ ຖ້າເຈົ້າຕ້ອງການໂປຣແກຣມແກ້ໄຂຊົ່ວຄາວ ໂປຣແກມນີ້ກໍໃໍຊ້ງານໄດ້ເຊັ່ນກັນ ແຕ່ຖ້າເຈົ້າຕ້ອງການໃຊ້ເປັນເວລາດົນນານ ເຈົ້າສາມາດຈ່າຍເງິນຊື້ໄດ້. ໂປຣແກມນີ້ຮອງຮັບການໃຊ້ງານໃນຫຼາຍໆແພັດຟອມ ລວມທັງ Windows, macOS, iOS ແລະ Android.

Foxit PhantomPDF

Foxit PhantomPDF ເປັນໂປຣແກມແກ້ໄຂ PDF ທີ່ໂດດເດັ່ນຈາກໂປຣແກມອື່ນໆ ເນື່ອງຈາກ Foxit Software ເປັນບໍລິສັດທີ່ຈັດການກັບໄຟລ໌ PDF ໂດຍສະເພາະ, ຟັງຊັນຕ່າງໆໄດ້ຄົບວົງຈອນ, ຕອບໂຈດຄວາມຕ້ອງການແກ້ໄຂຫຼາຍກວ່າໂປຣແກຣມອື່ນໆ ແລະ​ຍັງ​ສາ​ມາດ​​ເພີ່ມ​ລາຍ​ເຊັນ​ໃນ PDF ໄດ້ອີກດ້ວຍ.

Soda PDF Creator & Converter

Soda PDF Creator & Converter ໂປຣແກມແກ້ໄຂ PDF ທີ່ໂດດເດັ່ນ ເພາະສາມາດນຳໃຊ້ໄດ້ງ່າຍ ແລະ ຄົບຖ້ວນ ຈຸດເດັ່ນແມ່ນບໍ່ມີບັນຫາກັບການຕົວສະກົດເລື່ອນ, ສະຫຼະເລື່ອນ ຫຼືສະແດງຂໍ້ຄວາມຜິດພາດ. ໂປຣແກມນີ້ຈະສາມາດໃຊ້ໄດ້ຟຣີພຽງແຕ່ 7 ມື້ເທົ່ານັ້ນ ຫາກຕ້ອງການໃຊ້ໃນໄລຍະຍາວສາມາດສະໝັກສະມາຊິກໄດ້.

Adobe Acrobat DC

Adobe Acrobat DC ແມ່ນໂປຣແກມແກ້ໄຂ PDF ທີ່ເປີດມາເປັນເວລາດົນນານ ແລ້ວຫຼາຍຄົນໜ້າຈະພາກັນເຄີຍໃຊ້ງານຢູ່ແລ້ວ ເຊິ່ງມັນ​ຈະຮອງຮັບ Windows​, macOS​, iOS ແລະ Android ແລະ​ສາ​ມາດ​ນໍາ​ໃຊ້​ໄດ້ຟຣີ​ ບໍ່ຈໍາເປັນຕ້ອງດາວໂຫລດແອັບຯເພື່ອຕິດຕັ້ງ. ຢ່າງໃດກໍຕາມ, ຖ້າໃຜຮູ້ສຶກວ່າການນໍາໃຊ້ຟຣີຍັງບໍ່ຕອບສະໜອງຄວາມຕ້ອງການ ທ່ານກໍຍັງສາມາດດາວໂຫຼດແລ້ວສະໝັກສະມາຊິກເພື່ອການນໍາໃຊ້ທີ່ມີຄຸນນະພາບ.

Smallpdf

Smallpdf ໂປຣແກມແກ້ໄຂ PDF ສາມາດໃຊ້ອອນໄລນ໌ ແກ້ໄຂໄດ້ງ່າຍໃນຄອມພິວເຕີ ຫຼືໂທລະສັບ ໂດຍການດາວໂຫລດໄຟລ໌ PDF ຈາກເວັບໄຊທ໌ອື່ນໆ, ທຸກໆການນໍາໃຊ້ແມ່ນບໍ່ເສຍຄ່າ ໂປຣແກມນີ້ເປັນໂປຣແກຣມແກ້ໄຂ PDF ທີ່ເໝາະສົມກັບການນຳໃຊ້ຊົ່ວຄາວເທົ່ານັ້ນ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.