ການລ້ຽງໄກ່ພັນໄຂ່ ສ້າງລາຍຮັບໄດ້ 900 ລ້ານກີບຕໍ່ປີ.

ຄອບຄົວຂອງທ່ານ ໄມ່ ສີຈັນ ອາຍຸ 53 ປີຢູ່ ບ້ານຄອນຄໍາ ກຸ່ມພັດທະນາທີ່ 3 ເມືອງປາກອູ ແຂວງຫຼວງພະບາງ ແມ່ນອີກຄອບຄົວໜຶ່ງ ທີ່ສູ້ຊົນພັດທະນາຊີວິດຫານເປັນຢູ່ ເຮັດໃຫ້ສະມາຊິກໃນຄອບຄົວມີຊີວິດດີຂຶ້ນ ໂດຍຖືເອົາອາຊີບຫັນມາລ້ຽງສັດປີກເປັນຕົ້ນຕໍ ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ, ເຫັນວ່າຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.

ທ່ານ ໄມ່ ສີຈັນ ໄດ້ເລົ່າສູ່ຟັງວ່າ: ໃນຄອບຄົວມີທັງໝົດ 6 ຄົນ ຍິງ 3 ຄົນ, ລວມມີ 6 ແຮງງານ. ໃນເມື່ອກ່ອນແມ່ນໄດ້ເຮັດໄຮ່, ເຮັດນາ ເຫັນວ່າຊີວິດການເປັນຢູ່ພໍແຕ່ກຸ້ມກິນ, ເລີຍຫັນມາຊື້ລົດໂດຍສານແລ່ນ, ແຕ່ການໃຊ້ຈ່າຍສົ່ງລູກຮຽນຍັງບໍ່ພຽງພໍ, ມາຮອດປີ 2012 ໄດ້ຊື້ລົດ 12 ລໍ້ແລ່ນ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 100-200 ລ້ານກີບຕໍ່ປີ, ເລີ້ມເຮັດໃຫ້ຄອບຄົວດີຂຶ້ນ.

ຕໍ່ມາຍ້ອນມີລົດຫຼາຍ, ການແລ່ນລົດ ບໍ່ຄ່ອຍໄດ້ດີ ທັງມີຄວາມຫຍຸ້ງຍາກ ບໍ່ໄດ້ຢູ່ນໍາຄອບຄົວ. ມາຮອດປີ 2015 ໄດ້ຫັນປ່ຽນອາຊີບ ມາລ້ຽງສັດປີກຊຶ່ງໄດ້ສ້າງຟາມໄກ່ພັນໄຂ່ ຊຸດທໍາອິດ 1 ຟາມ ໄດ້ນໍາໄກ່ເຂົ້າ 1.200 ໂຕ, ປີ 2016 ມີໄກ່ 9.500 ໂຕ, ປີ 2017 ເຫັນວ່າການ ລ້ຽງໄກ່ພັນໄຂ່ໄດ້ຮັບຜົນດີ ຈິ່ງໄດ້ຂະຫຍາຍຟາມ ແລະ ຊື້ໄກ່ເຂົ້າອີກຈໍານວນໜຶ່ງ, ທັງໄດ້ໄປຖອດຖອນບົດຮຽນນໍາໝູ່ເພື່ອນຜູ້ທີ່ມີປະສົບການ, ມາຮອດປີ 2022-2023 ມີຟາມໄກ່ພັນໄຂ່ທັງໝົດ 5 ຟາມ, ມີໄກ່ພັນໄຂ່ 16.500 ໂຕ, ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍໄດ້ 900 ລ້ານກີບຕໍ່ປີ, ເຫັນວ່າຊີວິດການເປັນຢູ່ດີຂຶ້ນກ່ວາເກົ່າ.

ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍຟາມໄກ່ໃຫ້ໄດ້ຕື່ມ 1 ຟາມ ນໍາໄກ່ເຂົ້າເພີ່ມ 3.000 ໂຕ, ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ໄດ້ 1 ຕື້ກວ່າກີບຕໍ່ປີ ທັງຈະຊອກແຮງງານມາຊ່ວຍເພີ່ມຕື່ມ ໂດຍເອົາຊາວໜຸ່ມ-ຍິງໜຸ່ມທີ່ຫວ່າງງານຢູ່ພາຍໃນບ້ານ ແລະ ເຂດໃກ້ຄຽງ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫເຂົາເຈົ້າ.
ຜ່ານການສະສົມທຶນຮອນມາແຕ່ລະປີ.

ມາຮອດປັດຈຸບັນ ສາມາດພັດທະນາຄອບຄົວໄດ້ເຊັ່ນ: ມີເຮືອນຖາວອນ, ມີລົດໃຫຍ່, ລົດຈັກ ໄວ້ຮັບໃຊ້ຄອບຄົວ, ມີເຄື່ອງຜະລິດແຕ່ະໄຂ່, ເຄື່ອງຜະລິດຫົວອາຫານ ແລະ ຊື້ດິນເພີ່ມ.

ທີ່ມາ: ປະຊາຊົນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...