Wednesday, October 15, 2025
Kbank Laos โอน รับ จ่าย

“ຄຳໂສກ” ວັນນະຄະດີລາວ ສະໄໝບູຮານ.

ຄຳໂສກ ແມ່ນວັນນະຄະດີລາວປະເພດໜຶ່ງເຊິ່ງກຳເນິດມາແຕ່ສະໄໝບູຮານ ພ້ອມກັບການຊອກຮູ້ ແລະ ດັດແປງທຳມະຊາດມາຮັບໃຊ້ຊີວິດການເປັນຢູ່ຂອງຕົນ. ເມື່ອຈະເວົ້າເຖິງ ຄຳໂສກທີ່ຫຼາຍຄົນຮູ້ຈັກຄຳໂສກປະເພດເວົ້າເຖິງອຸປະກອນໃນການຮັບໃຊ້ປະຈຳວັນເຊັ່ນ: ອຸປະກອນຮັບໃຊ້ໃນການລ່າສັດ, ພາຫະນາ, ທີ່ຢູ່ອາໄສ, ເຮືອນຊານບ້ານຊອງ ແລະ ອື່ນໆ.

ເຊັ່ນໂສກແຮ້ວ: ຫ້າງແຮ້ວຖຶກຕີນສານ ບໍ່ນາຂາດເປັນບັ້ນ ຖືກຄັນຢຽດລົງດີນ ນົກພາບີນສູ່ໄມ້ ໄດ້ສົມດັ່ງໃຈປອງ ມີໃຈທອງຢາກເຂົ້າ ບໍ່ຕ້ອງເຝົ້າເຫິງນານ.

ໂສກແປ້ນເຮືອນ: ປູ່ຫອມຍ່າຫອມ ທ້ອນຫອມຂອງເວ້ ຂີ້ໄຮ້ເທົ່າຕາຍ ບາຍຖົງຄ້ຽວໝາກ ມັກປາກ ອົມບອນ ຂອນຜີບໍ່ຂາດ ຍາດມິດມາລົມ ອຸດົມທຸກສິ່ງ ເປັນມິ່ງຂວັນເຮືອນ.

ໂສກກອນເຮືອນ: ຕ່ອນຄຳພູຖູລົງຮ່ອມ ຫອມສິນໄວ້ໄຮ້ເທົາຕາຍ ວາຍສະລັບ ດັບສິນໄຮ້ ໄດ້ໄພ່ມາເຮືອນ ຂັນຄຳຕັ້ງສູ່ແຂກ.

ໂສກລົດ ແລະ ເຮືອ: 1. ຊື້ຖືກຂາຍແພງ. 2. ກິນແໜ່ງເພາະເຄົ້າ. 3. ຂີ້ຂ້າເກີດເປັນໄທ. 4. ຫິນຜາແລ່ນມາຕ້ອນ. 5. ກ້ອນຄຳແໜນໃສຖົງ. 6. ທຽວຂື້ນຄາດແຄ້ວ. 7. ໄປຮອດແລ້ວຍ່ອມມາດີ. 8. ເສດຖີຍ່ອມມາໄຮ້. ນອນຕື່ນໄດ້ຖົງຄຳ

ຄຳໂສກແທ່ນຄ້າຍກັບຄຳກອນທີ່ຕ້ອງສຳພັດເກາະກ່າຍກັນ ແຕ່ຄຳໂສກຈະເວົ້າເຖິງເລື່ອງໃດເລື່ອງໜຶ່ງໂດຍສະເພາະ ແລະ ປັດຈຸບັນ ໃນລາວເຮົາອາດຈະບໍ່ໄດ້ເຫັນວ່າມີການນໍາໃຊ້ຫຼາຍໃນທົ່ວໄປ.

ທີ່ມາ: ຄັດຈາກປື້ມວັນນະຄະດີລາວ-ວັດທະນະທຳລາວ ຄະນະອັກສອນສາດ ປີ 2006 ແລະ ປື້ມວັນະຄະດີ ປີ 2009.

More from author

Related posts

Latest posts

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ມະຫາເສດຖີຍິງຊາວຫວຽດນາມ ຕັ້ງເປົ້າໝາຍການບິນສູ່ສະຫະລັດ ແລະ ການລົງທະບຽນຕະຫຼາດຫຼັກຊັບ Wall Street

Vietjet, ສາຍການບິນທີ່ເຕີບໃຫຍ່ໄວທີ່ສຸດແຫ່ງໜຶ່ງຂອງອາຊີ, ກຳລັງເດີນທາງສູ່ສະຫະລັດ, ໂດຍມີແຜນການທີ່ຈະເປີດຖ້ຽວບິນໂດຍກົງ ແລະ ພິຈາລະນາການລົງທະບຽນໃນຕະຫຼາດຫຼັກຊັບ Wall Street. ຄວາມມຸ່ງມາດປາດຖະໜານີ້ ໄດ້ຖືກເນັ້ນໜັກໃນລະຫວ່າງການໄປຢ້ຽມຢາມຕະຫຼາດຫຼັກຊັບ New York (NYSE) ທີ່ຜ່ານມາ ໂດຍປະທານບໍລິສັດ Vietjet ທ່ານ Nguyen Thi Phuong Thao, ເຊິ່ງໄດ້ຮັບການຕ້ອນຮັບຈາກປະທານບໍລິສັດ NYSE ທ່ານ Lynn Martin.