ວາລະສານ ແພດປະສາດວິທະຍາສະມາຄົມ ຂອງ ອາເມຣິກາ ເປີດເຜີຍວ່າ: ຄົນທີ່ມັກລະແວງສູງ ຈະເປັນໂຣກສະໝອງເສື່ອມໄດ້ງ່າຍ. ຄົນພວກນີ້ ເປັນຜູ້ທີ່ເຊື່ອວ່າ ພຶດຕິກຳທຸກຢ່າງຂອງມະນຸດ ເກີດຈາກຄວາມເຫັນແກ່ຕົນ, ທຸກຄົນເຮັດທຸກຢ່າງເພື່ອຕົນເອງ ເຫັນແກ່ຕົນເອງ ແລະ ບໍ່ຈິງໃຈ.

ດຣ. ແອນ ໄມຈາ ຈາກ ມະຫາວິທະຍາໄລ ຄູປິໂອ ໃນ ຟິນແລນ ກ່າວວ່າ: ນັບເປັນຄັ້ງທຳອິດ ທີ່ມີການສຶກສາຫາຄວາມກ່ຽວພັນ ຂອງຄົນມັກລະແວງສົງໄສ ເບິ່ງຄົນໃນແງ່ລົບ ທີ່ມີຕໍ່ໂຣກສະໝອງເສື່ອມ. ຜົນການສຶກສາຍັງເປັນຫຼັກຖານຢືນຢັນວ່າ ຄວາມຄິດເຫັນຂອງເຮົາທີ່ມີຕໍ່ຊີວິດ ແລະບຸກຄະລິກ ອາດຫວນກັບມາເປັນໄພຕໍ່ສຸຂະພາບຂອງເຮົາໄດ້.
ການສຶກສາດັ່ງກ່າວ ຍັງໄດ້ລົງເລິກໄປເຖິງວ່າ: ການມີຄວາມຄິດແບບນັ້ນ ຈະມີຜົນເຮັດໃຫ້ອາຍຸສັ້ນກວ່າຄົນທົ່ວໄປ ຫຼື ບໍ່, ແຕ່ຜົນທີ່ອອກມາ ຍັງບໍ່ຈະແຈ້ງ.