ວິທີລ້າງໄວຣັສ ຈາກໂທລະສັບມືຖື ເຮັດແລ້ວປອດໄພແນ່ນອນ.

ຈາກໂທລະສັບມືຖື ທີ່ຄ້າຍຄືກັບຄອມພິວເຕີທຸກມື້ນີ້ ມັນເປັນເລື່ອງປົກກະຕິທີ່ຈະຖືກໂຈມຕີເປັນປະຈໍາ. ແຕ່ສິ່ງທີ່ພວກເຮົາຕ້ອງຊອກຫາແມ່ນ ຖ້າຕິດເຊື້ອໄວຣັສເຮົາຄວນເຮັດແນວໃດ ມື້ນີ້ເຮົາຈະມາແນະນຳວິທີການງ່າຍໆໃຫ້ປະຕິບັດນໍາກັນ.

ລຶບ cache ແລະ ດາວໂຫລດ

ວິທີທໍາອິດແມ່ນພວກເຮົາສາມາດລຶບ ຫຼື Clear Cache ພາຍໃນເຄື່ອງ ຫຼື ໄຟລ໌ດາວໂຫລດທັງໝົດ ສໍາລັບຝັ່ງຜູ້ທີ່ໃຊ້ໂທລະສັບມືຖື Android

ເຂົ້າ Safe Mode

ສໍາລັບໂທລະສັບມືຖື Android ຈະມີໂໝດທີ່ອະນຸຍາດໃຫ້ຜູ້ໃຊ້ບໍ່ໃຊ້ລະບົບທັງຫມົດ ເພື່ອຈັດການກັບໄວຣັສຫຼືໄຟລ໌ທີ່ຜິດປົກກະຕິ, ເຊິ່ງແມ່ນ Safe Mode. ເພື່ອເຂົ້າໄປໂໝດດັ່ງກ່າວແມ່ນໃຫ້ໄປທີ່ເມນູປິດເຄື່ອງ. ຈາກນັ້ນກົດປຸ່ມເປີດປິດ ແລະກົດປຸ່ມປິດປິດຄ້າງໄວ້ຈົນກວ່າຮູບ Safe Mode ປະກົດຂຶ້ນ.

ລຶບແອັບທີ່ໜ້າສົງໄສ

ການລຶບແອັບເປັນອີກວິທີໜຶ່ງທີ່ຊ່ວຍກຳຈັດໄວຣັສໄດ້ເຊັ່ນກັນ, ສະນັ້ນ ຖ້າແອັບທີ່ບໍ່ຄຸ້ນເຄີຍປະກົດຂຶ້ນ, ທ່ານຄວນລຶບພວກມັນອອກ.

ປ່ຽນເຄືອຂ່າຍ

ບາງຄັ້ງໄວຣັສໃນກຸ່ມ Spyware ມັກຈະເຂົ້າມາໃນເຄືອຂ່າຍອິນເຕີເນັດ ພວກເຮົາສາມາດລອງປ່ຽນເຄືອຂ່າຍໄດ້ເຊັ່ນກັນ.

ປ່ຽນ​ລະ​ຫັດ​ຜ່ານ

ເພື່ອເພີ່ມຄວາມປອດໄພຂອງບັນຊີຂອງທ່ານ ຖ້າໂທລະສັບມືຖືຂອງທ່ານຕິດເຊື້ອໄວຣັດ, ທ່ານຄວນປ່ຽນລະຫັດ ເພາະມັນຈະສ້າງຄວາມປອດໄພໃຫ້ທ່ານຫຼາຍຂຶ້ນເຊັ່ນກັນ.

ດັ່ງນັ້ນ, ຖ້າບໍ່ຢາກໃຫ້ມີຕິດເຊື້ອໄວຣັດໃນໂທລະສັບມືຖື ສິ່ງທີ່ທ່ານສາມາດເຮັດໄດ້ທັນທີແມ່ນ ອັບເດດໂທລະສັບມືຖືຂອງທ່ານເປັນເວີຊັນໃໝ່ຢູ່ຕະຫຼອດ, ຫຼີກເວັ້ນການດາວໂຫຼດຈາກແຫຼ່ງທີ່ມາທີ່ບໍ່ຖືກຕ້ອງ ວິທີນີ້ກໍສາມາດແກ້ໄຂໄດ້ເຊັ່ນກັນ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...