ເປັນຫຍັງ? ຄົນເຮົາຈຶງຢ້ານການປ່ຽນແປງ

ເຄີຍຄິດບໍ່ວ່າ ສິ່ງທີ່ຄົນເຮົາຢ້ານຫຼາຍທີ່ສຸດ ແມ່ນຫຍັງ? ຫຼາຍຄົນກໍອາດຈະມີຄຳຕອບທີ່ແຕກຕ່າງກັນໄປ ແຕ່ສິ່ງໜຶ່ງເຊື່ອວ່າ ຫຼາຍຄົນຢ້ານຄືກັນໝົດນັ້ນ ແມ່ນ ຢ້ານການປ່ຽນແປງ, ເພາະການປ່ຽນແປງມັກຈະເຮັດໃຫ້ເຮົາລຳບາກກວ່າເກົ່າ, ເມື່ອຍກວ່າເກົ່າ, ຕ້ອງໄດ້ເຮັດຫຍັງທີ່ບໍ່ລຶ້ງເຄີຍ ແລະ ຕ້ອງຮຽນຮູ້ຫຼາຍກວ່າເກົ່າ ຫຼາຍຈົນບາງຄັ້ງອາດເມື່ອຍເກີນໄປ ທັງທີ່ການເຮັດ ແລະ ເປັນຄືແບບທີ່ຜ່ານມາມັນສະບາຍຢູ່ແລ້ວ ເປັນຫຍັງຕ້ອງປ່ຽນ?

ເຮົາມັກຈະຕໍ່ຕ້ານສິ່ງທີ່ຈະເຮັດໃຫ້ເຮົາຫຍຸ້ງຍາກ ຫຼື ເມື່ອຍຫຼາຍກວ່າເກົ່າ ແຕ່ຜົນທີ່ໄດ້ກໍຈະເປັນແບບເກົ່າ ບໍ່ມີຫຍັງພັດທະນາ ຫຼື ດີຂຶ້ນ ເຊັ່ນດຽວກັບໂຕເຮົາ ຖ້າບໍ່ມີການປ່ຽນແປງເຮົາກໍຈະບໍ່ມີການພັດທະນາ ແລະ ຖ້າໃຜທີ່ກຳລັງຢາກປ່ຽນແປງຕົນເອງໃຫ້ກາຍເປັນຄົນໃໝ່ທີ່ດີກວ່າເກົ່າ ລອງເຮັດຕາມ 5 ເຄັບລັບປ່ຽນແປງຕົນເອງໃຫ້ກາຍເປັນຄົນໃໝ່ທີ່ດີກວ່າເກົ່າ ດັ່ງນີ້:

1) ຊອກແຮງບັນດານໃຈ

ເມື່ອເຮົາຢາກປ່ຽນແປງຕົນເອງໄປໃນທາງໃດ ໃຫ້ຊອກຫາແຮງບັນດານໃຈໃນທາງນັ້ນ, ຊອກຫາຄົນຕົ້ນແບບທີ່ເຮົາມັກ ແລະ ຢາກເປັນແບບນັ້ນ ເພື່ອເປັນສິ່ງກະຕຸ້ນໃຫ້ເຮົາມີແຮງພັກດັນ ແລະ ເຫັນແນວທາງວ່າ ຈະປ່ຽນແປງຕົນເອງໄປໃນທາງໃດ.

2) ລົງມືເຮັດທັນທີທັນໃດ

ຢ່າມີແຕ່ຄິດວ່າ ຢາກເຮັດສິ່ງນັ້ນ ຢາກເປັນສິ່ງສິ່ງນີ້ ມີຫຼາຍຮ້ອຍພັນແຜນໃນຫົວ ແຕ່ນັ້ນມັນເປັນພຽງພາບໃນຈິນຕະນາການທີ່ຍັງລອຍໃນອາກາດ ຖ້າຢາກເຫັນພາບເປັນຈິງ ຕ້ອງລົງມືເຮັດ ເຮົາອາດໃຫ້ເວລາໃນການອ່ານປື້ມຫຼາຍນາທີ ແຕ່ຢ່າລືມມີເວລາໃຫ້ຕົນເອງໄດ້ລົງມືປະຕິບັດ ໂດຍລົງມືເຮັດທັນທີໂດຍບໍ່ເລື່ອນມື້ເລື່ອນວັນ.

3) ເຮັດໃຫ້ດີກວ່າເດີມ

ພະຍາຍາມເຮັດມື້ນີ້ໃຫ້ດີກວ່າມື້ວານ, ເຮັດວຽກທີ່ຢູ່ຕໍ່ໜ້າໃຫ້ດີກວ່າວຽກທີ່ເຮັດມາແລ້ວ, ຕື່ນໃຫ້ເຊົ້າກວ່າທີ່ເຄີຍຕື່ນ, ກິນອາຫານທີ່ມີປະໂຫຍດກວ່າທີ່ເຄີຍກິນ, ອອກກຳລັງກາຍໃຫ້ຫຼາຍກວ່າທີ່ເຄີຍເຮັດ, ຄິດສິ່ງດີໆກວ່າທີ່ເຄີຍຄິດ ເປັນມິດກັບຄົນອື່ນໃຫ້ຫຼາຍກວ່າທີ່ເຄີຍ ແລະ ເປັນຕົນເອງທີ່ດີກວ່າທີ່ເຄີຍເປັນ.

4) ເສີມສ້າງໃຫ້ຕໍ່ເນື່ອງ

ກຳແພງຍັກໃນເມືອງຈີນບໍ່ໄດ້ສ້າງແລ້ວພາຍໃນມື້ດຽວ ການປ່ຽນແປງຂອງເຮົາກໍເຊັ່ນດຽວກັນ ບໍ່ສາມາດປ່ຽນຕົນໃຫ້ກາຍເປັນຄົນໃໝ່ໄດ້ພາຍໃນໄລຍະເວລາສັ້ນໆໄດ້, ມັນຕ້ອງອາໃສຄວາມພຽນ ແລະ ການເຮັດຊໍ້າໆ ສະໝໍ່າສະເໝີ ໂດຍເສີມສ້າງທັກສະໃໝ່ໆຕະຫຼອດເວລາ.

5) ຢ່າລືມເລື່ອງ ກຳລັງໃຈ

ກຳລັງໃຈເປັນຢາຊູກຳລັງຊັ້ນຍອດທີ່ຈະເຮັດໃຫ້ເຮົາມີແຮງໃຈສູ້, ຢາກພັດທະນາ ແລະ ປ່ຽນແປງໂຕເອງຕາມເປົ້າໝາຍທີ່ຕັ້ງໄວ້ ອາດຈະເປັນກຳລັງໃຈຈາກຄອບຄົວ, ໝູ່ເພື່ອນ ຫຼື ຄົນຮັກ ກໍຍ່ອມເປັນສິ່ງທີ່ມີຄຸນຄ່າ ແຕ່ກຳລັງໃຈທີ່ຊົງພະລັງຫຼາຍທີ່ສຸດອາດບໍ່ແມ່ນຈາກໃຜຄົນອື່ນໃດ ມັນຄືກຳລັງໃຈທີ່ຢູ່ໃນໂຕເຮົາເອງ ເມື່ອເຮົາເຊື່ອໝັ້ນ ສັດທາ ແລະ ໃຫ້ກຳລັງໃຈຕົນເອງຢູ່ສະເໝີ ເຮົາຈະສາມາດເຮັດຕາມສິ່ງທີ່ເຮົາຕັ້ງໄວ້ໄດ້ແນ່ນອນ.

ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...